ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກລົບເກົ່າສົງຄາມເກົາຫຼີ ອາຍຸ 96 ປີ ຍັງພະຍາຍາມເອົາຫຼຽນ ຫົວໃຈສີມ້ວງ ຫຼື Purple Heart medal ຫຼັງຈາກຜ່ານໄປ ເຈັດທົດສະວັດ


ທ່ານເອີຣ ມາຍເອີ, ຜູ້ທີ່ໄດ້ຕໍ່ເພື່ອກອງທັບສະຫະລັດ ໃນສົງຄາມເກົາຫຼີ, ປາດນໍ້າຕາ ໃນຂະນະທີ່ໂອ້ລົມກັບໝູ່ນັກລົບເກົ່າ ຢູ່ທີ່ກອງປະຊຸມປະຈຳປີ ຂອງພວກນັກລົບເກົ່າ (the American Legion) ໃນວັນທີ 7 ພະຈິກ 2023,ຢູ່ທີ່ St. Peter, Minn.
ທ່ານເອີຣ ມາຍເອີ, ຜູ້ທີ່ໄດ້ຕໍ່ເພື່ອກອງທັບສະຫະລັດ ໃນສົງຄາມເກົາຫຼີ, ປາດນໍ້າຕາ ໃນຂະນະທີ່ໂອ້ລົມກັບໝູ່ນັກລົບເກົ່າ ຢູ່ທີ່ກອງປະຊຸມປະຈຳປີ ຂອງພວກນັກລົບເກົ່າ (the American Legion) ໃນວັນທີ 7 ພະຈິກ 2023,ຢູ່ທີ່ St. Peter, Minn.

ທ່ານເອີຣ ມາຍເອີ ຈື່ຈຳລາຍລະອຽດຕ່າງໆຢ່າງແຈ່ມແຈ້ງເມື່ອກອງທະຫານ ຂອງທ່ານ ໄດ້ຕົກຢູ່ພາຍໃຕ້ການຍິງໂຈມຕີຢ່າງໜັກ ໃນລະຫວ່າງສົງຄາມເກົາຫຼີ - ທ່ານຍັງມີສະເກັດລູກປີືນຝັງຢູ່ໃນຂາໂຕ້ຂອງທ່ານຢູ່.

ແຕ່ຕະຫຼອດໄລຍະ 70 ປີຕໍ່ມາ ຊຶ່ງປັດຈຸບັນ ທ່ານຜູ້ມີອາຍຸໄດ້ 96 ປີ ກໍຍັງລໍຖ້າ ເພື່ອໃຫ້ກອງທັບບົກສະຫະລັດ ຮັບຮູ້ເຖິງບາດແຜຂອງທ່ານ ແລະເພື່ອມອບຫຼຽນຫົວໃຈສີມ້ວງ ຫຼື Purple Heart medal ໃຫ້ ເຊິ່ງເປັນກຽດແກ່ບັນດາສະມາຊິກທະຫານທີ່ໄດ້ຮັບບາດເຈັບ ຫຼືເສຍຊີວິດໃນການສູ້ລົບ.

ທ່ານມາຍເອີ ໄດ້ສະໜອງເອກະສານຕ່າງໆໃຫ້ແກ່ກອງທັບບົກ ເພື່ອຢັ້ງຢືນ ການກ່າວອ້າງຂອງທ່ານ ທີ່ວ່າ ທ່ານໄດ້ຮັບບາດເຈັບໃນການສູ້ລົບເມື່ອເດືອນ ມິຖຸນ ປີ 1951. ທ່ານໝໍຫຼາຍຄົນ ຢູ່ທີ່ກົມຮັບຜິດຊອບກິດຈະການນັກລົບເກົ່າ ໄດ້ຕົກລົງເຫັນດີ ກັບເລື້ອງເລົ່າ ຂອງການມີສະເກັດທີ່ຝັງຢູ່ຂາໂຕ້ ຈາກການໂຈມຕີດ້ວຍປືນຄົກນັ້ນອາດຈະເປັນເລື້ອງຈິງ. ແຕ່ພວກຜູ້ຊາຍພຽງໜ້ອຍດຽວ ຢູ່ໃນໜ່ວຍທະຫານ ຂອງທ່ານ ຜູ້ທີ່ອາ​ດໄດ້ເປັນພະຍານໃນການສູ້ລົບນັ້ນ ກໍຍັງມີຊີວິດຢູ່ ແລະທ່ານຄິດວ່າພວກນາຍແພດ ຜູ້ທີ່ໄດ້ຮັກສາປິ່ນປົວທ່ານຢູ່ທີ່ສະໜາມລົບ ກໍຖືກຂ້າຕາຍກ່ອນທີ່ຜູ້ກ່ຽວຈະໄດ້ຍື່ນເອກະສານໄວ້.

ຄະນະທົບທວນຄືນຂອງກອງທັບບົກ ໃນເດືອນເມສາທີ່​ຜ່ານ​ມາ ໄດ້ອອກອັນທີ່ ເຂົາ​ເຈົ້າເອີ້ນວ່າການປະຕິເສດຂັ້ນສຸດທ້າຍຂອງການຮ້ອງຂໍຂອງທ່ານ ມາຍເອີ ສຳລັບຫຼຽນຫົວໃຈສີມ້ວງ, ໂດຍອ້າງວ່າ ບໍ່ມີເອກະສານພຽງພໍ. ກໍລະນີຂອງທ່ານ ມາຍເອີ ໄດ້ເນັ້ນ​ຢ້ຳ​ໃຫ້​ເຫັນ​ວ່າ ມັນ​ຍາກ​ຊ່ຳ​ໃດ ສຳລັບພວກທະຫານຜ່ານ​ເສິກ​ ຜູ້ທີ່ໄດ້ຮັບບາດເຈັບທັງຫຼາຍ ທີ່ຈະໄດ້ຫຼຽນທີ່ພວກເຂົາເຈົ້າ ສົມຄວນໄດ້ຮັບເວລາທີ່​ຄວາມ​ວຸ້ນ​ວາຍ​ໃນສົງຄາມ, ການຂາດຂອງບັນທຶກ ແລະ ການຜ່ານພົ້ນໄປ ຂອງເວລາໄດ້ເຮັດໃຫ້ມັນສິ່ງ​ທ້າທາຍຫຼາຍ ທີ່ຈະຫາຫຼັກຖານມາພິສູດໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG