ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບ້ານສະ​ຫງົບ​ເສິກ ຂອງ​ສອງ ​ປະ​ເທດ ເກົາ​ຫຼີ ຈະ​ກາຍເປັນ​ ເຂດ​ປອດ​ ອາ​ວຸດ​ ​ມື້​ອື່ນນີ້


ຢູ່ພາບ​ຖ່າຍ​ໃນ​ວັນ​ທີ 27 ກໍ​ລະ​ກົດ 2014 ທະ​ຫານ​ທີ່​ປະ​ກອບອາ​ວຸດ​ຈາກເກົາ​ຫຼີ​ເໜືອ ຢືນ​ຄຶງ​ຕາ​ເບິ່ງ ທະ​ຫານ​ເກົາ​ຫລີ​ໃຕ້ (ຊ້າຍ) ຊຶ່ງ​ເປັນ​ກຳ​ລັງທະ​ຫານ​ທີ່​ບັນ​ຊາ​ການ​​ໂດຍອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ພາຍ​ໃຕ້​ການ​ນຳ​ພາ​ຂອງສະ​ຫະ​ລັດ ຢູ່​​ຊາຍ​ແດນອີກ​ຟາກ​ນຶ່ງ ຢູ່ບ້ານ​ປັນ​ມຸນ​ຈອມ ຊຶ່ງເປັນ​ເຂດ​ຮັກ​ສາ​ຄວາມ​ປອດ​ໄພ​ຮ່ວມ​ກັນ ຢູ່​ໃນ​ດິນ​ຂອງເກົາ​ຫລີ​ໃຕ້ນັ້ນ.
ຢູ່ພາບ​ຖ່າຍ​ໃນ​ວັນ​ທີ 27 ກໍ​ລະ​ກົດ 2014 ທະ​ຫານ​ທີ່​ປະ​ກອບອາ​ວຸດ​ຈາກເກົາ​ຫຼີ​ເໜືອ ຢືນ​ຄຶງ​ຕາ​ເບິ່ງ ທະ​ຫານ​ເກົາ​ຫລີ​ໃຕ້ (ຊ້າຍ) ຊຶ່ງ​ເປັນ​ກຳ​ລັງທະ​ຫານ​ທີ່​ບັນ​ຊາ​ການ​​ໂດຍອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ພາຍ​ໃຕ້​ການ​ນຳ​ພາ​ຂອງສະ​ຫະ​ລັດ ຢູ່​​ຊາຍ​ແດນອີກ​ຟາກ​ນຶ່ງ ຢູ່ບ້ານ​ປັນ​ມຸນ​ຈອມ ຊຶ່ງເປັນ​ເຂດ​ຮັກ​ສາ​ຄວາມ​ປອດ​ໄພ​ຮ່ວມ​ກັນ ຢູ່​ໃນ​ດິນ​ຂອງເກົາ​ຫລີ​ໃຕ້ນັ້ນ.

ມັນເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ຫລາຍ​ທົດ​ສະ​ວັດ ​ທີ່​ບ້ານສະ​ຫງົບ​ເສິກ ໃນ​ປີ 1953 ​ລະ​
ຫວ່າງເກົາ​ຫຼີ​ເໜືອ ແລະເກົາ​ຫຼີໃຕ້ຈະ​ກາຍເປັນ​ເຂດ​ທີ່​ປອດ​ອາ​ວຸດ​ໃນ​ວັນ​ເສົາ​ມື້​ອື່ນນີ້.

ສອງ​ປະ​ເທດ​ເກົາ​ຫລີ ​ໄດ້​ຕົກ​ລົງ​ກັນ​ໃນ​ເດືອນ​ແລ້ວນີ້ວ່າ ​ຈະຖອນ​ອາ​ວຸດ​ອອກ​ຈາກ
ບ້ານ​ປັນ​ມຸນ​ຈອມ ຊຶ່ງເປັນທີ່​ຮູ້​ກັນ​ຢ່າງ​ເປັນ​ທາງ​ການ​ວ່າ ​ເປັນ​ເຂດ​ຮັກ​ສາ​ຄວາມ​ປອດ
​ໄພ​ຮ່ວມ​ກັນນັ້ນ.

ທະ​ຫານ​ທີ່​ປະ​ກອບອາ​ວຸດ​ຈາກເກົາ​ຫຼີ​ເໜືອ ແລະ​ກຳ​ລັງ​ທີ່​ບັນ​ຊາ​ການໂດຍອົງ​ການ​ສະ
​ຫະ​ປະ​ຊາ​ຊາດ ​ພາຍ​ໃຕ້​ການ​ນຳ​ພາ​ຂອງສະ​ຫະ​ລັດ ຄຶງ​ຕາ​ໃສ່​ກັນ ​ແລະ​ກັນຂ້າມ​ຊາຍ
​ແດນ ນັບ​ແຕ່ມີ​ການ​ເຊັນ​ສັນ​ຍາ​ສະ​ຫງົບ​ເສິກຊົ່ວ​ຄາວ​ໃນປີ 1953 ​ຊຶ່ງໃນ​ທີ່​ສຸດ ໄດ້​ຍຸ​ຕິ
​ການຕໍ່​ສູ້​ກັນຢູ່​ແຫຼມ​ເ​ກົາ​ຫລີນັ້ນ.

ໃນ​ທັນ​ທີ​ທັນ​ໃດທີ່​ເຈົ້າ​ໜ້າ​ທີ່ປ້ອງ​ກັນຊາດຂອງເກົາ​ຫຼີ​ເໜືອ ແລະເກົາ​ຫຼີໃຕ້ ແລະ​ບັນ​ດາ​ຜູ້​
ຊ່ຽວ​ຊານ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດໄດ້​ກວດ​ສອບ​ໃຫ້​ແນ່​ໃຈ​ວ່າດຽວນີ້​ບ້ານ​ດັ່ງ​ກ່າວ
ໄດ້​ປອດ​ອາ​ວຸດ​ແລ້ວ, ທະ​ຫານ​ຍາມທີ່ບໍ່​ປະ​ກອບ​ອາ​ວຸດ 35 ຄົນຈະ​ໄປ​ລາດ​ຕະ​ເວນກວດ
​ເບິ່ງ​ການ​ຂ້າມ​ຊາຍ​ແດນ ແລະ​ພວກຄົນ​ໄປ​ຢ້ຽມ​ຢາມ ແລະ​ນັກທ່ອງ​ທ່ຽວກໍຈະ​ພາ​ກັນ
"​ເຄື່ອນ​ໄຫວ​ໄປ​ມາ​ໄດ້​ຢ່າງ​ເປັນ​ອິດ​ສະ​ຫລະ" ອີກ​ເທື່ອ​ນຶ່ງ.

ບ້ານ​ປັນ​ມຸນ​ຈອມ​ແມ່ນ​ເຂດ​ທີ່​ເປັນ​ກາງ​ຊຶ່ງພວກ​ໄປ​ຢ້ຽມ​ຊົມ​ພາ​ກັນ​ຍ່າງ​ໄປ​ມາ​ໄດ້​ຢ່າງ​ມີ​ອິດ
​ສະ​ຫລະ ຈົນ​ເຖິງ​ປີ 1976 ເວ​ລາ​ທີ່​ກຳ​ລັງ​ທະ​ຫານເກົາ​ຫຼີ​ເໜືອ ໄດ້​ຍິງ​ປືນ​ໃສ່​ຄະ​ນະ​ຕັດ​ກົ​ກ​
ໄມ້ ຊຶ່ງ​ໄດ້​ເຮັດ​ໃຫ້​ທະ​ຫານ​ສະ​ຫະ​ລັດ 2 ຄົນ​ຕາຍ.

ທັງ​ສອງ​ຝ່າຍໄດ້​ສຳ​ເລັດ​ການ​ເກັບ​ກູ້​ເອົາ​ລະ​ເບີດ​ຝັງ​ດິນ​ອອກ​ຈາກ​ເຂດ​ຮັກ​ສາ​ຄວາມ​ປອດ​
ໄພ​ຮ່ວ​ມ​ກັນ​ແຫ່ງນັ້ນ​ໃນ​ອາ​ທິດ​ແລ້ວນີ້.

ເກົາ​ຫຼີ​ເໜືອ ແລະເກົາ​ຫຼີໃຕ້ໃນ​ທາງ​ເຕັກ​ນິກ​ແລ້ວ​ ແມ່ນ​ຍັງ​ຢູ່​ໃນ​ພາ​ວະ​ສົງ​ຄາມ ​ກັນ​ຢູ່. ບໍ່​
ເຄີຍມີ​ການ​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ນຳ​ກັນ​ຈັກ​ເທື່ອ, ມີ​ແຕ່​ເຊັນ​ສັນ​ຍາ​ສະ​ຫງົບ​ເສິກ​ຊົ່ວ​ຄາວ
ເທົ່າ​ນັ້ນ.

ແຕ່​ວ່າ​ການ​ພົບ​ປະ​ກັນ​ລະ​ຫວ່າງ ປະ​ທາ​ນາ​ທິ​ບໍ​ດີມູນ ແຈ-ອິນຂອງເກົາ​ຫຼີໃຕ້ ແລະ ຜູ້​ນຳ
ເກົາຫຼີ​ເໜືອ ທ່ານ​ ກິມ ຈົງ​ ອຶນ ໄດ້​ນຳ​ພາ​ໄປ​ສູ່​ການ​ມີ​ສາຍ​ສຳ​ພັນ ອັນ​ອົບ​ອຸ່ນ​ ແລະການ​
ຮ່ວມ​ມື​ກັນຫລາຍ​ຂຶ້ນກວ່າ​ເກົ່າ.

ອ່ານ​ຂ່​າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG