ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດາຄອບຄົວເກົາຫຼີ ທີບໍ່ໄດ້ເຫັນກັນມາດົນນານ ເຕົ້າໂຮມກັນ ຢູ່ບ່ອນ ຕາກອາກາດໃນເກົາຫຼືເໜືອ


Korean Families Prepare to Reunite at N. Korean Resort
please wait

No media source currently available

0:00 0:01:46 0:00

ບັນດາຄອບຄົວເກົາຫຼີ ກະກຽມການເຕົ້າໂຮມກັນຢູ່ ບ່ອນຕາກ ອາກາດໃນເກົາຫຼີເໜືອ.

ບັນດາ​ຜູ້​ເຖົ້າ​ເກົາຫຼີ​ໃຕ້ປະມານ 90 ຄົນ ພາກັນ​ເຕົ້າ​ໂຮມກັບ​ຍາດຕິ​ພີ່ນ້ອງ​ເກົາຫຼີ​ເໜືອ
ທີ່​ເຂົາ​ເຈົ້າ​ໄດ້​ພັດພາກ​ຈາກ​ກັນມາ​ເ​ປັນ​ເວລາດົນກວ່າ​ຫົກ​ທົດ​ສະ​ວັດ​ ນັບ​ແຕ່​ສົງຄາມ​
ໄດ້​ແບ່ງປັນ​ແຫຼມ​ເກົາ​ຫຼີອອກ​ເປັນ​ສອງ​ພາກສ່ວນ.

ບັນດາ​ຍາດຕິ​ພີ່ນ້ອງ​ ໄດ້ໃຫ້ໃສ່ກັນແລະ ໂດດ​ກອດ​ກັນ​ໃນ​ວັນຈັນ​ມື້​ນີ້ ​ຢູ່່​ພູ ​ກູ​ມ​ແກ້ງ
ບ່ອນ​ຕາກ​ອາກາດຂອງ​ນັກ​ທ່ອງ​ທ່ຽວໃນເກົາຫຼີ​ເໜືອ ຫຼາຍ​ຊົ່ວໂມ​ງຫຼັງ​ຈາກ​ຂະ​ບວນ
ລົດ​ເມ ​ໄດ້​ຂ້າມຊາຍ​ແດນ​ເຂົ້າ​ໄປ​ສູ່​ເກົາຫຼີ​ເໜືອ. ​ໃນ​ເວລາ​ສາມ​ວັນ ບັນດາ​ຜູ້​ທີ່ໄດ້ເຂົ້າ​
ຮ່ວມ ​ຈະ​ພົບພໍ້​ກັນ​ໜ້າ​ຕໍ່ໜ້າ ​ຫົກ​ເທື່ອ ​ກັບຍາດຕິ​ພີ່ນ້ອງ​ເກົາຫຼີ​ເໜືອ​ຂອງເຂົາ​ເຈົ້າ
ພາຍ​ໃຕ້​ສາຍຕາ​ຈັບ​ຈ້ອງ​ເບິ່ງ​ ຂອງ​ນັກ​ສືບ​ເກົາຫຼີ​ເໜືອ.

​ໄດ້​ມີ​ການ​ເຕົ້າ​ໂຮມ​ກັນພຽງ 20 ​ເທື່ອ ນັບ​ແຕ່​ປີ 2000 ​ອັນເປັນເທື່ອລ້າ​ສຸດໄດ້​ມີ​ຂຶ້ນ
​ໃນ​ເດືອນ​ຕຸລາ​ ປີ 2015.

ບັນດາ​ຄອບຄົວ​ເກົາຫຼີ​ເໜືອ​ຫຼາຍ​ລ້ານ​ຄົນ​ໄດ້​ພັດພາກຈາກກັນໃນ​ປີ 1950 ຫາ​ປີ
1953 ໂດ​ຍສົງຄາມ​ເກົາຫຼີ​. ຫຼັງຈາກ 50 ປີ​ຂອງ​ການ​ແບ່ງ​ແຍກ​ຈາກ​ກັນແລ້ວ ຫຼາ​ຍ
ຄົນ​ທີ່​ເປັນ​ພວກ​ລໍຖ້າ​ການ​ເຕົ້າ​ໂຮມ​ກັບ​ຄົນ​ຮັກຫອມ​ຂອງ​ເຂົາ​ເຈົ້າ ກໍ​ໄດ້​ເສຍ​ຊີວິດ​
ໄປ​ແລ້ວ. ສ່ວນ​ໃຫຍ່​ໃນບັນດາ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່ ກໍພາກັນ​ມີ​ອາຍຸແກ່ກວ່າ 80 ​ປີ​.

ຮວມຢູ່​ໃນ​ບັນດາ​ຜູ້​ທີ່​ຕ້ອງການ​ຕິດ​ຕໍ່​ຫຼາຍ​ທີ່​ສຸດ​ກັບ​ຄອບຄົວ ​ແມ່ນ​ຊາວເກົາ​ຫຼີອາ​ເມ
ຣິກັນ​ ຜູ້​ທີ່​ບໍ່​ເຄີຍ​ໄດ້​ຮວມຢູ່​ໃນ​ການ​ດຳ​ເນີນ​ການເຕົ້າ​ໂຮມກັນນີ້ມາກ່ອນ.

ບັນດາສະມາຊິກຄອບຄົວເກົາຫຼີ ພາກັນເບິ່ງຮູບພາບຄອບຄົວເຂົາເຈົ້າ ຢູ່ບ່ອນເຕົ້າໂຮມ ທີ່ພູດາຍມອນ ບ່ອນຕາກອາກາດທີ່ເກົາຫຼີເໜືອ ວັນທີ 24 ຕຸລາ 2015.
ບັນດາສະມາຊິກຄອບຄົວເກົາຫຼີ ພາກັນເບິ່ງຮູບພາບຄອບຄົວເຂົາເຈົ້າ ຢູ່ບ່ອນເຕົ້າໂຮມ ທີ່ພູດາຍມອນ ບ່ອນຕາກອາກາດທີ່ເກົາຫຼີເໜືອ ວັນທີ 24 ຕຸລາ 2015.

ທ່ານ​ນາງຈາຮີ ສະ​ແຕນ​ຟຽວ ຫົວໜ້າ​ບໍລິຫານ​ທ້ອນ​ໂຮມຄອບຄົວ​ທີ່ຖືກ​ແບ່ງ​ແຍກ​
ແຫ່ງ​ຊາດ ກ່າວ​ຕໍ່ ​ວີ​ໂອ​ເອ ວ່າ ​ໄດ້​ມີ​ຊາວ​ເກົາຫຼີ​ອາ​ເມຣິກັນ 100,000 ຄົນ ທີ່​ຄອບ
ຄົວ​ພັດພາກຈາກ​ກັນ ທີ່ຢູ່ໃນ​ສະຫະລັດ​ “​ແຕ່​ສ່ວນ​ໃຫຍ່​ຂອງ​ເຂົາ​ເຈົ້າ​ ໄດ້​ເສຍ​ຊີວິດ​
ໄປ​ແລ້ວ.” ດັ່ງທີ່​ທ່ານ​ນາງສະ​ແຕນ​ຟຽວລໄດ້ເວົ້າສູ່ຟັງ.

ທ່ານນາງ​ສະ​ແຕນ​ຟຽລ ກ່າວ​ວ່າ ປະຊາ​ຄົມ​ເກົາ​ຫຼີ​ອາ​ເມຣິກັນ ​ໄດ້​ມີ​ຄວາມ​ຫວັງ​ສູງ
​ຕໍ່ກກອງ​ປະຊຸມ​ສຸດ​ຍອດ​ລະຫວ່າງ ປະທານາທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ກັບ​
ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ​ ອຶນ ​ໃນ​ເດືອນ​ມິຖຸນາ ທີ່​ຜ່າ​ນມາ. ທ່ານ​ນາງ​ກ່າວ​ວ່າ
ປະຊາ​ຄົມວ່າ ​ມີ​ຄວາມ​ຮູ້ສຶກ​ວ່າ ນັ້ນ​ແມ່ນ “​ໂອກາດ​ສຸດ​ທ້າ​ຍຂອງ​ການ​ເຕົ້າ​ໂຮ​ມກັນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Koreas Reunion
please wait
Embed

No media source currently available

0:00 0:01:19 0:00

XS
SM
MD
LG