ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກິລາ ໂອລິມປິກ ສັນຕິພາບ ເກົາຫຼີ ສິ້ນສຸດລົງ ດ້ວຍຂໍ້ຄວາມ ທີ່ມີຄວາມຫວັງ


ທ່ານ ທັອມມັສ ແບັຈ໌ "Thomas Bach," ປະທານ ຄະນະ
ກຳມະການກິລາໂອລິມປິກສາກົນ ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ໂບກມືໃນລະຫວ່າງພິທີປິດ
ກິລາໂອລິມປິກລະດູໜາວ 2018 ໃນເມືອງ ພຽງຈາງ, ເກົາຫຼີໃຕ້. 25 ກຸມພາ, 2018.
ທ່ານ ທັອມມັສ ແບັຈ໌ "Thomas Bach," ປະທານ ຄະນະ ກຳມະການກິລາໂອລິມປິກສາກົນ ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ໂບກມືໃນລະຫວ່າງພິທີປິດ ກິລາໂອລິມປິກລະດູໜາວ 2018 ໃນເມືອງ ພຽງຈາງ, ເກົາຫຼີໃຕ້. 25 ກຸມພາ, 2018.

ກິລາໂອລິມປິກ “ສັນຕິພາບ” ໄດ້ປະສົບຜົນສະເລັດໃນການສ້້າງກຳລັງໃຈທາງການ
ທູດຕໍ່ການແກ້ໄຂການປະເຊີນໜ້າດ້ານອາວຸດນິວເຄລຍໃນແຫຼມ ເກົາຫຼີ, ແຕ່ມັນຍັງບໍ່
ເປັນທີ່ຈະແຈ້ງເທື່ອວ່າ ມັນຈະສາມາດຍືນຍົງຫຼືບໍ່.

ທີ່ພິທີປິດ ຂອງກິລາໂອລິມປິກລະດູໜາວ ພຽງຈາງ ໃນປະເທດ ເກົາຫຼີໃຕ້ ໃນວັນອາ
ທິດວານນີ້, ທ່ານ ທັອມມັສ ແບັຈ໌ "Thomas Bach" ປະທານຄະນະກຳມະການກິລາ
ໂອລິມປິກສາກົນ,ໄດ້ຍົກຍ້ອງເກົາຫຼີເໜືອ ແລະ ເກົາຫຼີໃຕ້ ສຳລັບການໃຊ້ການແຂ່ງ
ຂັນກິລາ ເພື່ອພັດທະນາຄວາມພະຍາຍາມປອງດອງກັນ.

ທ່ານ ແບັຈ໌ ໄດ້ກ່າວວ່າ “ທ່ານໄດ້ມີຄວາມເຊື່ອໝັ້ນຮ່ວມກັນ ໃນອະນາຄົດ ທີ່ສະ
ຫງົບສຸກກັບພວກເຮົາທຸກຄົນ. ທ່ານໄດ້ສະແດງໃຫ້ເຫັນວ່າ ກິລາ ໄດ້ນຳເອົາປະຊາ
ຊົນມາຢູ່ຮວມກັນ ໃນໂລກທີ່ແຕກຫັກໄດ້ງ່າຍຫຼາຍ ຂອງພວກເຮົາ.”

ການເຂົ້າຮ່ວມກິລາໂອລິມປິກຂອງ ເກົາຫຼີເໜືອ ໄດ້ປະກອບສ່ວນ ເຂົ້າໃນການຢຸດ
ສ້າງຄວາມຍຸແຍ່ໃນແຫຼມ ເກົາຫຼີ. ໃນສອງປີກ່ອນໜ້ານີ້, ເກົາຫຼີເໜືອ ໄດ້ຍິງລູກສອນ
ໄຟຫຼາຍກວ່າ 25 ລູກ ແລະ ໄດ້ດຳເນີນການທົດລອງລະເບີດນິວເຄລຍສາມຄັ້ງ,
ພ້ອມດ້ວຍສະແດງເປົ້າໝາຍ ກ່ຽວກັບ ການພັດທະນາລູກສອນໄຟຂີປະນາວຸດ ນິວ
ເຄລຍຂ້າມທະວີບ ທີ່ສາມາດຍິງເຖິງແຜ່ນດິນໃຫຍ່ຂອງ ສະຫະລັດ ໄດ້.

ສະຫະລັດ ຍັງໄດ້ຕົກລົງທີ່ຈະເລື່ອນການຊ້ອມທະຫານກັບ ເກົາຫຼີໃຕ້ ເພື່ອຮັບປະກັນ
ວ່າສະພາບແວດລ້ອມຈະມີສັນຕິພາບໃນລະຫວ່າງການແຂ່ງຂັນກິລາດັ່ງກ່າວ.

ນັກກິລາໂອລິມປິກ ເກົາຫຼີເໜືອ ໄດ້ຍ່າງຮ່ວມກັບກຸ່ມນັກກິລາ ເກົາຫຼີໃຕ້ ພາຍໃຕ້ທຸງ
ການລວມຕົວເປັນນຶ່ງດຽວກັນ ໃນພິທີເປີດ. ທັງສອງປະເທດ ເກົາຫຼີ ໄດ້ລວມທີມ
ຮັອກກີ ແມ່ຍິງດຽວກັນ ເພື່ອດຶງດູດການຮ້ອງເຊຍຈາກບັນດາຜູ້ນຳ ເກົາຫຼີເໜືອ ວ່າ
“ພວກເຮົາເປັນນຶ່ງດຽວກັນ” ຢູ່ຂອບສະໜາມຂອງງານກິລາໂອລິມປິກ. ພ້ອມກັບນັກ
ຮ້ອງເພງ ອໍເຄັສຕຣາ ແຫ່ງຊາດ ແລະ ທີມນັກກິລາເທັກຄວັນໂດ ຂອງເຂົາເຈົ້າ ທີ່ໄດ້
ຮ່ວມກັນສະແດງໃນ ເກົາຫຼີໃຕ້ ນັ້ນ, ກຸ່ມເຂົ້າຮ່ວມກິລາໂອລິມປິກຂອງ ເກົາຫຼີເໜືອ
ກໍໄດ້ພະຍາຍາມທີ່ຈະເນັ້ນໃຫ້ເຫັນ ຄວາມເປັນມິດ ແລະ ການຮ່ວມມືລະຫວ່າງ
ເກົາຫຼີ ດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG