ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳຂອງ 2 ເກົາຫຼີ ຕົກລົງກັນ ໃນເປົ້າໝາຍ ປົດອາວຸດນິວເຄລຍ ທີ່ກອງປະຊຸມ ສຸດຍອດ


ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ຊ້າຍ) ຖ່າຍຮູບຮ່ວມກັບ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ ອິນ ທີ່ຫໍສັນຕິພາບ ຢູ່ບ້ານປັນມຸນຈອມ ຊຶ່ງເປັນບ້ານຊາຍແດນ ໃນເຂດປອດທະຫານ. (ວັນທີ 27 ເມສາ 2018)
ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ຊ້າຍ) ຖ່າຍຮູບຮ່ວມກັບ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ ອິນ ທີ່ຫໍສັນຕິພາບ ຢູ່ບ້ານປັນມຸນຈອມ ຊຶ່ງເປັນບ້ານຊາຍແດນ ໃນເຂດປອດທະຫານ. (ວັນທີ 27 ເມສາ 2018)

ການພົບປະສຸດຍອດ ລະຫວ່າງສອງເກົາຫຼີເລີ້ມຂຶ້ນໃນຕອນເຊົ້າວັນສຸກມື້ນີ້ິ້ ດ້ວຍບາດ ກ້າວປະຫວັດສາດ ໃນຂະນະທີ່ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ຂ້າມ ເຂດປອດ
ທະຫານ ທີ່ແບ່ງແຍກສອງເກົາຫຼີອອກຈາກກັນມາໄດ້ 60 ປີແລ້ວນັ້ນ.

ໃນທີ່ສຸດ ຜູ້ນຳຂອງຄອມມູນິສເກົາຫຼີເໜືອ ແລະຜູ້ນຳປະຊາທິປະໄຕຂອງເກົາຫຼີໃຕ້ ກໍ
ໄດ້ສວມກອດກັນ ກ່ອນມີການປະກາດ ຖະແຫລງການຮ່ວມ ທີ່ໃຫ້ຄວາມໝັ້ນໝາຍຕໍ່
ການປົດອາວຸດນິວເຄລຍ ແລະການສ້າງສັນຕິພາບ.

ຜູ້ນຳເກົາຫຼີເໜືອ ຈັບມື ກັບຜູຸ້ນຳ ເກົາຫຼີໃຕ້ ທີ່ເສັ້ນ ແບ່ງເຂດແດນ
ຜູ້ນຳເກົາຫຼີເໜືອ ຈັບມື ກັບຜູຸ້ນຳ ເກົາຫຼີໃຕ້ ທີ່ເສັ້ນ ແບ່ງເຂດແດນ

ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ
ແຈ ອິນກ່າວຢູ່ໃນພິທີໃນອັນທີ່ເອີ້ນ
ວ່າ ຄຳປະກາດ ປັນມຸນຈອມ ໂດຍ
ເວົ້າວ່າ “ໃນມື້ນີ້ປະທານກິມ ຈົງ ອຶນ ແລະຂ້າພະເຈົ້າ ໄດ້ໃຫ້ການຢືນຢັນ
ເຖິງຈຸດປະສົງໃນການເຮັດໃຫ້ແຫຼມ
ເກົາຫຼີເປັນເຂດປອດນິວເຄລຍໂດຍ ຜ່ານຂັ້ນຕອນ ການປົດອາວຸດນິວ
ເຄຼຍຢ່າງສິ້ນເຊີງ ນັ້ນຄືຈຸດມຸ່ງໝາຍ ຮ່ວມກັນຂອງພວກເຮົາ.

ຜູ້ນຳເກົາຫຼີເໜືອຍັງໄດ້ໃຫ້ການສະ ໜັບສະໜຸນຕໍ່ຖະແຫຼງການຮ່ວມຕະ ຫຼອດທັງຂໍ້ຕົກລົງຕ່າງໆໃນໄລຍະທີ່
ຜ່ານມາລະຫວ່າງສອງເກົາຫຼີໂດຍບໍ່
ໄດ້ໃຫ້ການອະທິບາຍຫຍັງເພີ້ມຕື່ມ ຫຼືໃຫ້ການຮັບຮູ້ຢ່າງເປັນການສະເພາະເຈາະຈົງ ຕໍ່ຜົນຂອງການຕົກລົງກ່ຽວກັບການທັບ ມ້າງໂຄງການນິວເຄລຍຂອງປະເທດຂອງທ່ານ.

North and South Korean Leaders Open Summit
please wait

No media source currently available

0:00 0:01:41 0:00

ທ່ານກິມເວົ້າວ່າ “ພວກເຮົາໄດ້ຕັດສິນໃຈ ເພື່ອຈະເປີດກວ້າງໄລຍະຂ້າມຜ່ານ ສຳລັບ ປັບປຸງຄວາມສຳພັນ ແລະ ການພັດທະນາ ໂດຍການຈັດຕັ້ງປະຕິບັດ ຢ່າງລະອຽດຖີີ່
ຖ້ວນ ຄຳປະກາດເໜືອ-ໃຕ້ ແລະຂໍ້ຕົກລົງຕ່າງໆ ທີ່ໄດ້ມີການຮັບຮອງເອົາແລ້ວນັ້ນ.”

ທ່ານກິມແມ່ນຜູ້ນຳເກົາຫຼີເໜືອຄົນທຳອິດທີ່ໄດ້ຂ້າມເຂົ້າໄປໃນເກົາຫຼີໃຕ້. ທ່ານໄດ້ຖືກ ຕ້ອນຮັບໂດຍປະທ່ານາທິບໍດີ ມູນ ແຈ ອິນ ທີ່ລໍຖ້າຢູ່ເຂດຊາຍແດນຂອງເກົາຫຼີໃຕ້ໃນ ບ້ານປັນມຸນຈອມ ຊຶ່ງເປັນສະຖານທີ່ປະຫວັດສາດ ບ່ອນທີ່ສັນຍາສະຫງົບເສິກ ໃນສົງ
ຄາມເກົາຫຼີ ໄດ້ມີການເຊັນກັນໃນປີ 1953. ຜູ້ນຳທັງສອງໄດ້ພາກັນຫົວຍິ້ມ ໃນຂະນະ
ທີ່ ພວກທ່ານຈັບມືກັນຂ້າມເຂດຊາຍແດນ. ຫລັງຈາກນັ້ນທ່ານກິມກໍໄດ້ຍ່າງຜ່ານແທ່ງ
ຊີມັງ ທີ່ເປັນຫລັກໝາຍຊາຍແດນ.

ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອືນ (ທີ 2 ຈາກຂວາ) ລົມກັບ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ ອິນ (ທີ 2 ຈາກຊ້າຍ) ໃນລະຫວ່າງ ການພົບປະກັນ ຢູ່ບ້ານຊາຍແດນ ປັນມຸນຈອມ. (ວັນທີ 27 ເມສາ 2018)
ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອືນ (ທີ 2 ຈາກຂວາ) ລົມກັບ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ ອິນ (ທີ 2 ຈາກຊ້າຍ) ໃນລະຫວ່າງ ການພົບປະກັນ ຢູ່ບ້ານຊາຍແດນ ປັນມຸນຈອມ. (ວັນທີ 27 ເມສາ 2018)

ທ່ານກິມເວົ້າວ່າ ທ່ານຮູ້ສຶກ “ຕື່ນເຕັ້ນ ທີ່ໄດ້ພົບປະ ຢູ່ທີ່ສະຖານທີ່ ປະຫວັດສາດແຫ່ງນີ້
ແລະຫລັງຈາກນັ້ນກໍກ່າວແບບສົງໄສວ່າ “ເປັນຫຍັງຈຶ່ງໃຊ້ເວລາດົນແທ້” ຈຶ່ງໄປຮອດທີ່
ນັ້ນ.

ທ່ານກິມເວົ້າວ່າ ມັນໄດ້ເຮັດໃຫ້ທ່ານຕື່ນເຕັ້ນ ເປັນທີ່ສຸດ ກ່ຽວກັບການຕ້ອນຮັບຢ່າງອົບ
ອຸ່ນ ທີ່ທ່ານໄດ້ຮັບ ຈາກປະຊາຊົນເກົາຫຼີໃຕ້.

ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ຊ້າຍ) ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ ອິນ ທີ່ບ້ານ ປັນມຸນຈອມ ຊຶ່ງເປັນບ້ານຊາຍແດນ ໃນເຂດປອດທະຫານ.
ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ຊ້າຍ) ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ ອິນ ທີ່ບ້ານ ປັນມຸນຈອມ ຊຶ່ງເປັນບ້ານຊາຍແດນ ໃນເຂດປອດທະຫານ.

ປະທານາທິບໍດີມູນ ໄດ້ຕ້ອນຮັບທ່ານກິມເຂົ້າສູ່ເກົາຫຼີໃຕ້ ແລະກ່າວວ່າ ທ່ານຢາກໄປຢ້ຽມ
ຢາມເກົາຫຼີເໜືອໃນວັນໃດວັນນຶ່ງ. ພວກຜູ້ນຳທັງສອງໄດ້ພາກັນຫົວແລະກໍຍ່າງຂ້າມແທ່ງ
ຊີມັງໝາຍຊາຍແດນ ເຂົ້າໄປໃນເຂດເກົາຫຼີເໜືອ ໃນເຂດປອດທະຫານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG