ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດ ອຸດສາຫະກໍາ Kaesong ໃນເກົາຫຼີເໜືອ ເປີດຄືນແລ້ວ (ວີ​ດີ​ໂອ)


Kim Kiwoong ຜູ້ຕາງໜ້າຈາກເກົາໃຕ້ (ຂວາ) ແລະຄູ່ຕໍາແໜ່ງເຈ ລະຈາຈາກເກົາຫຼີເໜືອ ທ່ານ Park Chol Su
Kim Kiwoong ຜູ້ຕາງໜ້າຈາກເກົາໃຕ້ (ຂວາ) ແລະຄູ່ຕໍາແໜ່ງເຈ ລະຈາຈາກເກົາຫຼີເໜືອ ທ່ານ Park Chol Su
ພວກ​ຄົນ​ງານຫຼາຍພັນ​ຄົນ​ຈາກ​ທັງ​ເກົາຫຼີ​ໃຕ້ ​ແລະ​ເກົາຫຼີ​ເໜືອ ​ໄດ້​ພາກັນກັບ​ຄືນ​ໄປ​ຍັງເຂດ​ອຸດສາຫະກໍາ​ຮ່ວມ Kaesong ​ເພື່ອ​ຮື້​ຟື້ນການ​ປະຕິບັດ​ການ​ຕ່າງໆ​ໃຫ້​ຄື​ນສູ່​ສະ ພາບ​ປົກກະຕິ ຫຼັງຈາກ ​ໄພ​ຂົ່ມຂູ່​ທີ່​ຈະ​ເກີດ​ສົງ ຄາມ​ໄດ້​ເພີ່ມ​ທະວີ​ຂຶ້ນ ທີ່​ໄດ້​ບັງຄັບ​ໃຫ້​ເຂດ​ອຸດສາຫະກໍາ​ດັ່ງກ່າວ​ຕ້ອງ​ໄດ້​ປິດລົງ​ເມື່ອ​ຫ້​າ​ເດືອນ​ຜ່ານ​ມານັ້ນ.

ລົດ​ບັນທຸກຫຼາຍຮ້ອຍ​ຄັນ ​ທີ່​ນຳ​ເອົາພວກ​ຜູ້​ຈັດການ​ໂຮງງານ ​ແລະ​ພວກ ບໍລິ​ຫານ​ບໍລິ ສັດ​ຈາກ​ເກົາຫຼີ​ໃຕ້ຂຶ້ນ​ໄປ ​ໄດ້​ອັ່ງ​ອໍ​ກັນ​ຢູ່​ຕາມ​ດ່ານ​ຂ້າມ​ຊາຍ​ແດນ​ໃນ ຕອນ​ເຊົ້າໆ​ຂອງ​ວັນ​ຈັນ​ມື້​ນີ້ ​ເພື່ອ​ຈະ​ຂ້າມໄປ​ຍັງ​ເຂດ​ອຸດສາຫະກໍາຮ່ວມ Kaesong ​ໃນ​ເກົາຫຼີ​ເໜືອ.

ພວກ​ນັກທຸລະກິດ​ຊາວ​ເກົາຫຼີ​ໃຕ້ ​ໄດ້​ຢືນ​ຕໍ່​ແຖວກັນ​ຢູ່​ຮ້ານ​ແລກປ່ຽນ​ເງິນຕາ ຢູ່ໃນ​ບໍລິ​ເວນ​ຫ້ອງການ​ຜ່ານ​ດ່ານ ​ເພື່ອ​ແລກ​ເງິນ won ຂອງ​ເກົາຫຼີ​ໃຕ້​ເປັນ​ເງິນ​ໂດ​ລ່າ ຊຶ່ງ​ເປັນ ພຽງ​ເງິນຕາ​ດຽວ​ເທົ່າ​ນັ້ນທີ່​ໃຊ້ໄດ້ຢູ່​ໃນ​ເຂດ​ອຸດສາຫະກໍາ Kaesong.

ຄະນະ​ເຈລະຈາ​ຈາກ ທັງ​ສອງ​ເກົາຫຼີ​ໃຕ້ ທີ່​ບາດໝາງ​ກັນ​ນັ້ນ ​ໄດ້​ບັນລຸຂໍ້​ຕົກລົງ​ເມື່ອ​ອາ ທິດ​ຜ່ານ​ມາ ​ເພື່ອ​ເປີດ​ເຂດ​ອຸດສາຫະກໍາ​ດັ່ງກ່າວ​ຄືນ​ໃໝ່. ​ກຸງ​ໂຊ​ລ​ເກົາຫຼີ​ໃຕ້​ໄດ້​ຮັບ​ການ ຕອບ​ສະໜອງ​ຄໍາ​ຮຽກຮ້ອງ ​ເພື່ອ​ດຶງ​ດູດ​ເອົາ​ພວກ​ບໍລິສັດ​ຕ່າງ ປະ​ເທດ​ເຂົ້າ​ໄປ​ລົງທືນ​ຢູ່​ໃນ​ເຂດ​ອຸດສາ​ຫະກໍາ Kaesong ຊຶ່ງ​ເກົາຫຼີ​ໃຕ້​ເຊື່ອ​ວ່າ ມັນ​ຈະ​ເຮັດ​ໃຫ້​ຍາກຂຶ້ນ ທີ່​ພຽງ​ຢາງ​ຈະ​ປິດ​ເຂດ​ດັ່ງກ່າວ​ອີກ​ໄດ້ ​ໃນ​ອະນາຄົດ.

ເບິ່ງວີດີໂອ:

ເຂດອຸດສາຫະກໍາຮ່ວມ Kaesong
please wait

No media source currently available

0:00 0:01:21 0:00
XS
SM
MD
LG