ທ່ານ ມູນ ແຈ-ອິນ, ປະທານາທິບໍດີເກົາຫລີໃຕ້ ໄດ້ອ້າງວ່າ ມີຜົນສຳເລັດ ພາຍຫລັງ
ສິ້ນສຸດ ກອງປະຊຸມສຸດຍອດ ທີ່ດຳເນີນໄປເປັນເວລາ 3 ວັນ ຢູ່ໃນເກົາຫລີເໜືອ ໃນ
ອາທິດແລ້ວນີ້ ຊຶ່ງທ່ານສາມາດ ໄດ້ຮັບການຄ້ຳປະກັນຕໍ່ ຂໍ້ຕົກລົງຕ່າງໆ ຫລາຍສະບັບ
ຈາກທ່ານ ກິມ ຈົງ ອຶນ ຜູ້ນຳເກົາຫລີເໜືອ ກ່ຽວກັບໂຄງການຮ່ວມມືກັນ ລະຫວ່າງເກົາ
ຫລີເໜືອ ກັບເກົາຫລີໃຕ້ ຫລາຍໆໂຄງການ ແລະສາມາດເຮັດໃຫ້ມີການເຈລະຈາ
ດ້ານການປົດອາວຸດນີວເຄລຍ ຄືນອີກ. ແຕ່ວ່າ ໃນຂະນະທີ່ທ່ານປະທານາທິບໍດີ ໄດ້
ກ່າວຢ່າງເປີດເຜີຍ ກ່ຽວກັບຍຸກສະໄໝແຫ່ງສັນຕິພາບ ແລະຄວາມວັດທະນາຖາວອນ
ຢູ່ນັ້ນ ການເຈລະຈາກັນດັ່ງກ່າວ ແມ່ນບໍ່ໄດ້ຍົກເອົາເລື້ອງລະເມີດສິດທະມະນຸດມາສົນ
ທະນາກັນເລີຍ.
ລາຍງານຂອງຫ້ອງການຄະນະກຳມະການດ້ານສິດທິມະນຸດຂອງອົງການສະຫະ
ປະຊາຊາດ ປີ 2014 ໄດ້ພົບວ່າ "ມີການລະເມີດສິດທິມະນຸດຢ່າງເປັນລະບົບ, ແຜ່
ຫລາຍ ແລະຢ່າງໃຫຍ່” ຢູ່ໃນເກົາຫລີເໜືອ ທີ່ຫລາຍກໍລະນີໃນນັ້ນ ແມ່ນກໍ່ ໃຫ້ເກີດ
ເປັນການກໍ່ອາດຊະຍາກຳຕ້ານມະນຸດຊາດ.ລາຍງານສະບັບນັ້ນ ຍັງກ່າວອີກວ່າ
"ຄວາມໜັກ, ຂອບເຂດ ແລະລັກສະນະຂອງການລະເມີດເຫລົ່ານີ້ ໄດ້ເປີດເຜີຍໃຫ້
ເຫັນວ່າ ປະເທດດັ່ງກ່າວ ເປັນປະເທດ ທີ່ບໍ່ມີບ່ອນໃດ ທີ່ຈະເອົາມາປຽບທຽບໄດ້ ໃນ
ໂລກປັດຈຸບັນນີ້" ໂດຍໄດ້ເອີ້ນເກົາຫລີເໜືອວ່າ ເປັນປະເທດທີ່ "ຫາທາງຄວບຄຸມຊີ
ວິດຂອງປະຊາຊົນຕົນໃນທຸກດ້ານ ແລະ ໄດ້ເຮັດໃຫ້ພວກເຂົາເຈົ້າຮູ້ສຶກຢ້ານກົວ ຢູ່
ພາຍໃນຈິດໃຈ."
ຢູ່ໃນຖະແຫລງການສະບັບນຶ່ງນັ້ນ ຫ້ອງການຂອງປະທານາທິບໍດີເກົາຫລີໃຕ້ ເວົ້າວ່າ
ປະທານາທິບໍດີ ມູນ ຈະນຳເອົາຜົນຂອງການເຈລະຈາ ລະຫວ່າງ ສອງເກົາຫລີ ຄັ້ງທີ 3
ໄປກ່າວຢູ່ໃນກອງປະຊຸມໃຫຍ່ຂອງອົງການສະຫະປະຊາຊາດ ຫລື UNGA ແລະມີ
ແຜນທີ່ຈະເຮັດວຽກຮ່ວມກັບປະຊາຄົມສາກົນ ເພື່ອພັດທະນາວິໃສທັດອັນໃໝ່ ໃນ
ດ້ານສັນຕິພາບ ແລະຄວາມວັດທະນາຖາວອນ ຢູ່ໃນແຫລມເກົາຫລີ.
ຫ້ອງການຂອງທ່ານມູນຍັງກ່າວຕື່ມອີກວ່າ ເກົາຫລີໃຕ້ພ້ອມແລ້ວ ແລະມີຄວາມຍິນດີທີ່
ຈະຮັບເອົາ "ບົດບາດຫລັກໃນບັນຫາໃຫຍ່ໆ ທີ່ມີຕໍ່ສັງຄົມສາກົນ ເຊັ່ນ ສັນຕິພາບ ແລະ
ຄວາມໝັ້ນຄົງ, ສິດທິມະນຸດ, ການພັດທະນາ, ແລະ ການຊ່ວຍເຫລືອດ້ານມະນຸດສະທຳ
ແລະການປ່ຽນແປງຂອງດິນຟ້າອາກາດ; ພວກເຮົາຢາກຈະເພີ້ມທະວີ ການຮ່ວມມືກັນ
ກັບອົງການສະຫະປະຊາຊາດ ແລະ ສັງຄົມໂລກ.”