ທ່ານລີ ເຕ ຫວັນ ຈາກເກົາຫຼີເໜືອ ທີ່ຍັງຢືນຢັນເຖິງຄວາມຜິດ ກ່ຽວກັບຄວາມພະຍາຍາມ
ທີ່ຈະນຳເອົາພັນລະຍາຂອງລາວ ແລະລູກຂອງລາວ ໄປຍັງເກົາຫຼີໃຕ້, ຊຶ່ງ ຍັງຜົນໃຫ້
ມີການຖືກບັງຄັບໃຫ້ກັບຄືນບ້ານແລະເບິ່ງຄືວ່າ ເຂົາອາດຈະຖືກຕິດຄຸກ ແລະອາດ
ຈະຖືກປະຫານໃນເກົາຫຼີເໜືອ.
“ມັນບໍ່ມີຫຍັງທີ່ຂ້າພະເຈົ້າຈະສາມາດເວົ້າກັບພວກເຂົາເຈົ້າວ່າ ຂ້າພະເຈົ້າຂໍໂທດ.
ຂ້າພະເຈົ້າຂໍໂທດຕໍ່ລູກຊາຍ ແລະພັນລະຍາ. ຂ້າພະເຈົ້າຂໍໂທດແທ້ໆເພາະວ່າ ມັນບໍ່
ມີຫຍັງທີ່ຂ້າພະເຈົ້າສາມາດເຮັດໄດ້. ມັນບໍ່ມີຫຍັງທີ່ຂ້າພະເຈົ້າສາມາດເວົ້າໄດ້,”
ຊຶ່ງທ່ານລີ ໄດ້ກ່າວໄວ້.
ຫຼັງຈາກທີ່ໄດ້ໄປຮອດເກົາຫຼີໃຕ້ ໃນປີ 2015, ຜູ້ໂຕນໜີຊາວເກົາຫຼີເໜືອ ໃຊ້ຊື່ລີ ໃນການ
ໂຕນໜີ ເພື່ອປົກປ້ອງຄອບຄົວຂອງລາວ ຈາກກຳລັງເກົາຫຼີເໜືອ. ພັນລະຍາຂອງລາວ
ແລະລູກຊາຍໄວ 4 ຂວບຂອງລາວ ໄດ້ມີລາຍງານວ່າໃນກຸ່ມພວກໂຕນໜີ 10 ຄົນ ທີ່ໄດ້
ທຳການຈັບກຸມໂດຍຈີນ ໃນບໍ່ດົນ ຫຼັງຈາກພວກເຂົາເຈົ້າໄດ້ຂ້າມຊາຍແດນເກົາຫຼີເໜືອ
ໃນທ້າຍເດືອນຕຸລາຜ່ານມານີ້.
ໃນເດືອນພະຈິກຜ່ານມານີ້ ທີ່ທ່ານໄດ້ໂອ້ລົມກັບພັນລະຍາຂອງທ່ານທາງໂທລະສັບ
ໃນຂະນະທີ່ພັນລະຍາຂອງທ່ານຖືກຄຸມຂັງຢູ່ໃນສູນຄຸມຂັງໃນຈີນ.
“ທັນທີ ທີ່ພັນລະຍາບອກຂ້າພະເຈົ້າວ່າລາວຖືກຕຽມສົ່ງກັບຄືນບ້ານເກີດ ຫຼັງຈາກນັ້ນໂທລະສັບກໍຖືກຕັດ. ຂ້າພະເຈົ້າຄິດວ່າ ໂທລະສັບຖືກຕັດນັ້ນ ຍ້ອນວ່າຕຳຫຼວດເອົາ
ໂທລະສັບໄປ. ມັນຊ່າງເປັນເລື່ອງເສົ້າໂສກຫົດຫູ່ແທ້ໆ,” ທ່ານໄດ້ກ່າວໄວ້ເຊັ່ນນັ້ນ.