ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອ​ບິນ​ຂອງ​ສາຍ​ການ​ບິນ ເກົາຫຼີ ແລ່ນ​ກາຍ​ທາງ​ແລ່ນ, ອັດ​ສະ​ໜາມ​ບິນ ຟີ​ລິບ​ປິນ


ເຮືອ​ບິນ​ຂອງ​ສາຍ​ການ​ບິນ ເກົາຫຼີ (Korean Air) ຈອດ​ຢູ່ຫຼັງ​ຈາກ​ໄດ້​ແລ່ນ​ກາຍ​ທາງ​ແລ່ນ​ຢູ່​ສະ​ໜາມ​ບິນ​ສາ​ກົນ ມັກ​ຕານ-ເຊ​ບູ, ພາກ​ກາງ​ຂອງ ຟ​ີ​ລິບ​ປິນ, 24 ຕຸ​ລາ 2022.
ເຮືອ​ບິນ​ຂອງ​ສາຍ​ການ​ບິນ ເກົາຫຼີ (Korean Air) ຈອດ​ຢູ່ຫຼັງ​ຈາກ​ໄດ້​ແລ່ນ​ກາຍ​ທາງ​ແລ່ນ​ຢູ່​ສະ​ໜາມ​ບິນ​ສາ​ກົນ ມັກ​ຕານ-ເຊ​ບູ, ພາກ​ກາງ​ຂອງ ຟ​ີ​ລິບ​ປິນ, 24 ຕຸ​ລາ 2022.

ເຮືອ​ບິນ​ ເກົາຫຼີ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ລຳ​ນຶ່ງ​ຍັງຄາ​ຢູ່​ໃນ​ຫຍ້າ ຢູ່​ສະ​ໜາມ​ບິນ​ທາງພາກ​ກາງ​ຂອງ ຟີ​ລິບ​ປິນ ຫຼັງ​ຈາກ​ມັນ​ໄດ້​ແລ່ນ​ກາຍ​ທາງ​ແລ່ນ​ໃນ​ສະ​ພາບ​ອາ​ກາດ​ຝົນ​ຕົກ​ເມື່ອ​ຄືນ​ທີ່​ຜ່ານ​ມາ. ບໍ່​ມີການ​ບາດ​ເຈັບ​ຖືກ​ລາຍ​ງານ​ໃນ​ບັນ​ດາ​ຜູ້​ໂດຍ​ສານ 162 ຄົນ ແລະ ລູກ​ເຮືອ 11 ຄົນ​ຜູ້​ທີ່​ໄດ້​ອອກ​ມາ​ຈາກ​ເຮືອ​ບິ​ນ​ລຳ​ດັ່ງ​ກ່າວ​ດ້ວຍ​ຕະ​ລູດ​ສຸກ​ເສີນ.

ຖ້ຽວ​ບິນຫຼາຍ​ສິບ​ຖ້ຽວ​ແມ່ນ​ໄດ້​ຖືກ​ຍົກ​ເລີກ ແລະ ສະ​ໜາມ​ບິນ​ສາ​ກົນ ມັກ​ຕານ-ເຊ​ບູ, ເຊິ່ງ​ແມ່ນ​ນຶ່ງ​ໃນ​ສະ​ໜາມ​ບິນ​ທີ່​ແອ​ອັດ​ທີ່​ສຸດ​ຂອງ​ປະ​ເທດ​ນັ້ນ, ​ແມ່ນຍັງ​ຄົງ​ຖືກ​ປິດ​ຢູ່​ຍ້ອນ​ເຮືອ​ບິນ​ທີ່​ຕິດ​ຄ້າງ​ຢູ່​ທ້າຍ​ຂອງ​ທາງ​ແລ່ນ​ທີ່​ສາ​ມາດ​ໃຊ້​ໄດ້​ເສັ້ນ​ດຽວ​ນັ້ນ.

ການ​ລອດ​ຈາກ​ອຸ​ບັດ​ຕິ​ເຫດ​ທີ່​ເປັນ​ຕາ​ຢ້ານ​ຢ່າງ​ຫວຸດ​ຫວິດ​ນັ້ນ​ໄດ້​ກໍ່​ໃຫ້​ມີ​ການ​ຂໍ​ອະ​ໄພ​ຕໍ່​ສາ​ທາ​ລະ​ນະ​ຈາກ​ປະ​ທານ​ຂອງ​ສາຍ​ການ​ບິນ ເກົາຫຼີ ຫຼື Korean Air ແລະ ຄຳ​ປະ​ຕິ​ຍານ​ຈາກ​ນຶ່ງ​ໃນ​ສາຍ​ການ​ບິນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງທະ​ວີບ​ເອ​ເຊຍ ທີ່​ຈະ​ເອົາ​ບາດ​ກ້າວ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດ​ການ​ແບບນີ້​ອີກ. ປະ​ທານ​ສາຍ​ການ​ບິນ ເກົາຫຼີ ທ່ານ ວູ ກີ​ຮອງ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ພວກ​ເຮົາ​ໃຫ້​ບູ​ລິ​ມະ​ສິດຄວາມ​ປອດ​ໄພມາ​ຕະຫຼອດ​ ໃນ​ການ​ປະ​ຕິ​ບັດ​ການ​ຂອງ​ພວກ​ເຮົາ, ແລະ ພວກ​ເຮົາ​ເສຍ​ໃຈ​ຢ່າງ​ແທ້​ຈິງ ກ່ຽວ​ກັບ ຄວາມ​ກົດ​ດັນ ແລະ ຄວາມບໍ່​ສະ​ດວກ​ສະ​ບາຍ​ຂອງ​ຜູ້​ໂດຍ​ສານ​ຂອງ​ພວ​ກ​ເຮົາ.”

​ພື້ນ​ດ້ານ​ໜ້າ​ຂອງ​ເຮືອ​ບິນແມ່ນ​ໄດ້​ຂາດ​ອອກ ແລະ ດັງ​ຂອງ​ມັນ​ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ແຮງ. ເຮືອ​ບິນ​ລຳ​ດັ່ງ​ກ່າວ​ແມ່ນນອນ​ຢູ່​ໃນ​ພື້ນ​ທີ່​ຫຍ້າ​ດ້ວຍ​ກົງ​ໜ້າ​ຂອງ​ມັນ​ແມ່ນບໍ່​ສາ​ມາດ​ແນມ​ເຫັນ​ໄດ້ ແລະ ຕະ​ລູດ​ສຸກ​ເສີນ​ແມ່ນ​ຖືກ​ປ່ອຍ​ອອກ​ມາ​ຢູ່​ປະ​ຕູ. ຮູເປີດ​ຢູ່​ຫົວ​ໃກ້​ປະ​ຕູ​ໜ້າ​ຂອງ​ເຮືອ​ບິນ​ແມ່​ນ​ສາ​ມາດ​ແນມ​ເຫັນ​ໄດ້.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຟີ​ລິບ​ປິນ ໄດ້​ກ່າວ​ວ່ານ້ຳ​ມັນ​ທີ່​ຍັງ​ເຫຼືອ​ຢູ່​ຂອງ​ເຮືອ​ບິນ​ຈະ​ຖືກ​ຂົນ​ອອກກ່ອນ​ການ​ພະ​ຍາ​ຍາມ​ທີ່​ຈະ​ເຄື່ອນ​ຍ້ານ​ເຮືອ​ບິນ​ນັ້ນອອກ​ຈາກ​ທ້າຍ​ຂອງ​ທາງ​ແລ່ນ​. ບັນ​ດາ​ເຈົ້າ​ໜ້າ​ທີ່​ຍັງ​ໄດ້​ທຳ​ການ​ປະ​ເມີນ​ວ່າ​ເຮືອ​ບິນ​ລຳ​ອື່ນໆ​ທີ່​ຕິດ​ຄ້າງ​ຢູ່​ສະ​ໜາມ​ບິນ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ບິນ​ອອກ​ຢ່າງ​ປອດ​ໄພຫຼືບໍ່.

ຫຼາຍ​ສິບ​ຖ້ຽວ​ບິນເຂົ້າ ແລະ ອອກ​ຈາກ​ແຂວງ ເຊ​ບູ ແມ່ນໄດ້​ຖືກ​ຍົກ​ເລີກ, ລວມ​ທັງ​ເຮື​ອ​ບິນ​ຂອງ ສາຍ​ການ​ບິນ ຟີ​ລິບ​ປິນ, ເຊິ່ງ​ໃນ​ເບື້ອງ​ຕົ້ນ​ໄດ້​ປະ​ກາດ​ການ​ຍົກ​ເລີກຖ້ຽວ​ບິນ​ພາຍ​ໃນ​ປະ​ເທດຫຼາຍກວ່າ 50 ຖ້ຽວ.

ການ​ສືບ​ສວນ​ສອບ​ສວນ​ອຸ​ບັດ​ຕິ​ເຫດ​ຂອງ ຟີ​ລິບ​ປິນ ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່.

ເຮືອ​ບິນ ແອ​ບັ​ສ A330 ລຳ​ດັ່ງ​ກ່າວ​ທີ່​ບິນ​ຈາກ​ເມືອງ ອິນ​ຊອນ, ເກົາຫຼີ​ໃຕ້, ໄດ້​ພະ​ຍາ​ຍາມ​ທີ່​ຈະ​ລົງ​ຈອດ​ສອງ​ຄັ້ງ​ກ່ອນ​ທີ່ມັນຈະ​ແລ່ນ​ກາຍ​ທາງ​ແລ່ນ​ໃນ​ການ​ພະ​ຍາ​ຍາມ​ຄັ້ງ​ທີ​ສາມ, ອີງ​ຕາມ​ການ​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ສາຍ​ການ​ບິນ ເກົາຫຼີ​ຈຳ​ກັດ. ອຳ​ນາດ​ການ​ປົກ​ຄອງ​ການ​ບິນ​ພົນ​ລະ​ເຮືອນ​ຂອງ​ຟີ​ລິບ​ປິນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ຜູ້​ໂດຍ​ສານ​ທຸກ​ຄົນ​ແມ່ນ​ປອດ​ໄພ ແລະ ໄດ້​ຮັບ​ການ​ເບິ່ງ​ແຍງ​ຈາກ​ເຈົ້າ​ໜ້າ​ທີ່​ພາກ​ພື້ນ​ດິນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG