ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງ Cho ອະດີດ​ຜູ້​ບໍລິຫານ ​ສາຍການບິນ ເກົາຫຼີໃຕ້ ​ຖືກ​ຕັດສິນ​ ຈຳ​ຄຸກ 1 ປີ


ລົດເມທີ່ນຳສົ່ງນາງ Cho Hyun-ah ອະດີດຮອງປະທານ ຂອງບໍລິສັດ Korean Air Lines Co. ໄປເຖິງສານເມືອງ ໃນເຂດພາກຕາເວັນຕົກຂອງນະຄອນຫລວງໂຊລ ສຳຫລັບການດຳເນີນຄະດີຂອງນາງ, ເມື່ອວັນຈັນທີ 2 ກຸມພາ 2015.
ລົດເມທີ່ນຳສົ່ງນາງ Cho Hyun-ah ອະດີດຮອງປະທານ ຂອງບໍລິສັດ Korean Air Lines Co. ໄປເຖິງສານເມືອງ ໃນເຂດພາກຕາເວັນຕົກຂອງນະຄອນຫລວງໂຊລ ສຳຫລັບການດຳເນີນຄະດີຂອງນາງ, ເມື່ອວັນຈັນທີ 2 ກຸມພາ 2015.

ສານ​ເກົາຫຼີ​ໃຕ້ ​ໄດ້​ຕັດສິນວ່າ ​ລູກ​ສາວ ​ຂອງ​ປະທານສາຍ​ການບິນ
Korean Air Lines ໄດ້​ລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ
​ການບິນ​ ​ໃນ​ລະ​ຫວ່າງ​ທີ່ນາງເກີດ​ຄວາມ​ໂມ​ໂຫ​ໂທ​ໂສ​ ກ່ຽວ​ກັບ​ວິທີ
​ໃຫ້​ບໍລິການ​ໝາກ​ macadamia ຂອງສາຍການບິນນັ້ນ.

ນາງ Heather Cho ອະດີດ​ຜູ້​ບໍລິຫານ ​ແລະ ຫົວໜ້າ​ຝ່າຍ​ບໍລິ
ການ​ປະຈຳ​ຖ້ຽວບິນ ຂອງ​ສາຍ​ການ​ບິນ​ດັ່ງກ່າວ ​ໄດ້​ຖືກ​ຕັດສິນ
​ລົງ​ໂທດ​ຈຳ​ຄຸກ 1 ປີ ຍ້ອນພຶດຕິ​ກຳຕ່າງໆ​ຂອງ​ນາງ ຊຶ່ງ​ໄດ້​ກາຍ
​ມາ​ເປັນ​ເລື່ອງ​ທີ່​ຮູ້ຈັກ​ກັນ​ວ່າ “ຄວາມບໍ່ພໍໃຈຢ່າງແຮງ ໃນການ
ເສີບໝາກ macademia”
ຫຼື “nut rage” ນັ້ນ.

ນາງ Cho ​ໄດ້​ບັງ​ຄັບ​ໃຫ້ຖ້ຽວ​ບິນ​ໃນວັນ​ທີ 5 ທັນວາ ປີ​ກາຍ​ນີ້ ຕ່າ​ວ ຄືນ​ໄປ​ຍັງປະຕູຈອດ
​ໃນ​ນະຄອນ​ນິວຢອກ ​ເພື່ອ​ຍ້າຍ​ພະນັກງານ​ສາຍ​ການບິນ​ທີ່ບໍລິການ​ນາງ​ອອກ​ໄປ ຍ້ອນ
ຜູ້ກ່ຽວ​ເສີ​ບໝາກ macadamia ​ທີ່ຢູ່​ໃນ​ຖົງໃຫ້ນາງ ​ແທນ​ທີ່ຈະ​ໃ​ສ່ຈານມາ​ໃຫ້​ຢ່າງ​ດີ ຢູ່​ໃນ
ບ່ອນນັ່ງ​ຊັ້ນທີ​ນຶ່ງຂອງເຮືອບິນນັ້ນ.

​ນອກນັ້ນຍັງມີ​ລາຍ​ງານວ່າ ນາງ​ໄດ້​ບັງຄັບໃຫ້ພະນັກງານ​ບໍລິການ​ຄົນ ນັ້ນ ຄູ້​ເຂົ່າ​ລົງ​ຢູ່​ຕໍ່
ໜ້ານາງເທິງ​ເຮືອບິນ ​ແລະ​ເອົາແຈແຫລມໆ​ ຂອງ​ປື້​ມຄູ່ມືການບິນ​ ທັ່ງ​ໃສ່​ດ້ານ​ຫລັງມື
ຂອງພະນັກງານ​ການບິນຄົນນັ້ນ.

ຜູ້​ພິພາກສາ ທ່ານ Oh Sung-woo ກ່າວ​ໃນ​ການຕັດສິນ ​ເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ “ຄະດີ​
ນີ້ ​ເປັນ​ຄະດີ​ທີ່​ກຽດ​ສັກ​ສີ​ຂອງ​ຄວາມ​ເປັນ​ມະນຸດ​ ​ໄດ້​ຖືກ​ຢຽດ​ຢາມ.”
ທ່ານ​ກ່າວ​ອີກ
​ວ່າ ມັນ​ແມ່ນ “ຄວາມ​ສົງໄສ​ວ່າ ວິທີ​ການ​ໃຫ້​ບໍລິການ​ໝາ​ກ macadamia ​ນັ້ນ ​
ແມ່ນ​ຜິດຫຼາຍ​ເກີນ​ໄປ​ບໍ.”

ຊາວ​ເກົາຫລີ​ຈຳນວນ​ນຶ່ງ ມອງ​ເຫັນນາງ Cho ​ອາຍຸ 40 ປີ​ວ່າ ​ເປັນ “​ເຈົ້າ​ຍິງ” ຂອງ
ບໍລິສັດ ​ທີ່​ເອົາແຕ່ໃຈໂຕເອງ ແລະ​ກ່າວ​ວ່າ ບັນຫານີ້​ສະ​ທ້ອນ​ໃຫ້​ເຫັນ ​ເຖິງ​ບັນຫາອັນ​
ກວ້າງຂວາງ ​ໃນ​ສັງຄົມ​ເກົາຫຼີໃຕ້.

ນາງ Cho ຜູ້​ທີ່​ຍັງ​ຖືກກ່າວ​ຟ້ອງ​ໃນ​ຂໍ້​ຫາ ຂັດ​ຂວາງ​ຂະ​ບວນການ​ຍຸດຕິ​ທຳ ​ແລະ ທຳຮ້າຍ
​ຮ່າງກາຍ​ສະມາຊິກ​ຄົນ​ນຶ່ງ​ ຂອງ​ພະນັກງານຖ້ຽວ​ບິນ ດັ່ງກ່າວ​ອີກ ໄດ້ຮ້ອງຮຽນ​ຕໍ່​ສານ​ວ່າ
ນາງ​ບໍ່ມີ​ຄວາມ​ຜິດ ​ຕໍ່​ຂໍ້ກ່າວ​ຫາ​ເຫຼົ່າ ນັ້ນ. ນາງ​ຍັງ​ໄດ້​ຂໍ​ຂະ​ມາ​ໂທດຢ່າງ​ເປີດ​ເຜີຍກ່ຽວກັບ​
ການ​ປະພຶດຕ່າງໆ ​ຂອງ​ນາງ.

SOUTH KOREA NUT RAGE VIDEO
please wait

No media source currently available

0:00 0:00:49 0:00

XS
SM
MD
LG