ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍການບິນ Korean Air ອາດປະເຊີນ ກັບການປັບໃໝ ແລະ ການສັ່ງໃຫ້ງົດບິນ


ຢູ່ທີ່ກອງປະຊຸມຖະແຫລງຂ່າວ ປະທານສາຍການບິນ Korean Air ທ່ານ Cho Yang-ho ກ່າວຂໍອະໄພໂທດ ຕໍ່ພຶດຕິກຳ ຂອງລູກສາວທ່ານ ວັນທີ 12 ທັນວາ 2014.
ຢູ່ທີ່ກອງປະຊຸມຖະແຫລງຂ່າວ ປະທານສາຍການບິນ Korean Air ທ່ານ Cho Yang-ho ກ່າວຂໍອະໄພໂທດ ຕໍ່ພຶດຕິກຳ ຂອງລູກສາວທ່ານ ວັນທີ 12 ທັນວາ 2014.

ສາຍ​ການບິນ Korean Air ປະ​ເຊີນ​ໜ້າ​ກັບການທີ່ອາດຈະຖືກ
​ປັບ​ໃໝ​ ​ແລະການສັ່ງໃຫ້ງົດບິນ​ ຫຼັງຈາກ​ທີ່​ຜູ້​ບໍລິຫານ​ຂອງ​ສາຍ
​ການບິນຄົນ​ໜຶ່ງ ​ໄດ້​ສັ່ງໃຫ້ຢຸດ​ຖ້ຽວ​ບິນທີ່​ຕົນ​ຂີ່​ຢູ່ນັ້ນ ​ເພາະວ່າ
ທ່ານ​ນາງ ບໍ່​ເພິ່ງ​ພໍ​ໃຈ​ກັບ ການ​ບໍລິການ​ໝາກຖົ່ວ ​ທີ່​ທ່ານ​ນາງ​
ໄດ້​ຮັບນັ້ນ.

ກະຊວງຂົນ​ສົ່ງ​ຂອງ​ເກົາ​ຫຼີໃຕ້ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ວ່າ ຕົນ
​ກຳລັງພິຈາລະນາ ມາດ​ຕະການລົງ​ໂທດຕ່າງໆ ຕໍ່ສາຍ​ການບິນ​
Korean Air ຊຶ່ງ​ຕົນ​ກ່າວ​ວ່າ ​ໄດ້​ລະ​ເມີດ​ກົດໝາຍ​ການ​ບິນ.

ຫົວໜ້າຫ້ອງການກະຊວງ​ຂົນ​ສົ່ງ ທ່ານ Lee Kwang-hee ຍັງ​ໄດ້
​ກ່າວ​ວ່າ ກົມ​ຂອງ​ທ່ານ ​ແນະນຳ​ ໄປໃຫ້​ໄອ​ຍາ​ການ ກ່ຽວກັບເລື່ອງຂອງທ່ານ​ນາງ Heather
Cho ​ຜູ້​ບໍລິຫານຄົນດັ່ງ​ກ່າວ ຕໍ່​ເຫດການ​ທີ່​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 5 ທັນວາ​ຜ່ານ​ມານີ້.

ທ່ານ Lee ​ເວົ້າ​ວ່າ “ມີ​ການ​ຢັ້ງຢືນ​ວ່າ ທ່ານ​ນາງ Cho ໄດ້​ໃຊ້​ນ້ຳສຽງ​ທີ່​ຮ້າຍ​ຂຶ້ນ ແລະ ໃຊ້​ຄຳ​ເວົ້າ​ທີ່​ສຽດ​ສີ ​ໂດຍ​ການໃຫ້ການ ຂອງ​ບັນດາ​ພະນັກງານ​ເຮືອບິນ ​ພ້ອມ​ກັນ ກັບບັນດາ​ຜູ້​ໂດຍສານ ຜູ້​ທີ່ຢູ່​ຊັ້ນທີສອງ​ຂອງ​ເຮືອບິນ​ນັ້ນ.”

ກະຊວງ​ດັ່ງກ່າ​ວຍັງກ່າວ​ໃນ​ຖະ​ແຫລ​ງການ​ວ່າ ສາຍ​ການບິນ Korean Air ອາດ​ປະ​ເຊີນ​
ໜ້າ​ກັບ ການ​ສັ່ງໃຫ້ງົດບິນດົນເຖິງນຶ່ງເດືອນ ​ແລະ ການ​ປັບ​ໃໝ ​ເຖິງ 2 ລ້ານ​ດອນ​ລາ.

ທ່ານ​ນາງ Cho ນັ່ງຢູ່ຊັ້ນທີ​ໜຶ່ງ ນາງ​ໄດ້​ເກີດ​ຄວາມ​ໂມ​ໂຫ ໃນເວລາທີ່​ພະນັກງານ​ບໍລິການ​
ໃນ​ຍົນ ​ເອົາໝາກ macadamia ຢູ່​ໃນ​ຊອງ ​ໄປ​ບໍລິການ​ໃຫ້​ນາງ ​ແທນ​ທີ່​ຈະເອົາ​ໃສ່​ຈານ.
ຕໍ່​ມາ​ນາງ​ກໍ່ ​ໄດ້ບັງຄັບ​ໃຫ້​ເຮືອບິນ​ກັບຄືນ​ໄປ​ບ່ອນຈອດ ​ແລະ ​ໄລ່​ຫົວໜ້າ​ໜ່ວຍ​ບໍ​ລິ​ການ​
ພາຍ​ໃນ​ ລົງ​ອອກ​ຈາກ​ເຮືອບິນ.

ຊາວ​ເກົາຫຼີໃຕ້ຫຼາຍໆ​ຄົນ ​ໄດ້​ສະ​ແດງ​ຄວາມ​ໂກດ​ແຄ້ນ​ຕໍ່​ການ​ກະທຳ ຕ່າງໆ​ຂອງ​ທ່ານ​ນາງ
Cho ຜູ້​ທີ່​ເປັນ​ລູກ​ສາວ​ຂອງ​ປະທານສາຍ​ການບິນ​ດັ່ງກ່າວ​ນັ້ນ. ທ່ານ​ນາງ Cho ​ໄດ້​ຖືກປົດ​ ອອກ​ຈາກ​ຕຳ​ແໜ່​ງຕ່າງໆ ຢູ່​ສາຍ​ການບິນ​ນັ້ນທັງ​ໝົດ ​ແລະ ​ໃນ​ອາທິດ​ແລ້ວ​ນີ້ ​ໄດ້​ອອກ​ມາ ​ກ່າວ​ຂໍອະ​ໄພໂທດ​ພ້ອມ​ດ້ວຍ​ນ້ຳຕາ.

KOREAN AIR PROBE VO
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG