ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ ສະເໜີ ພົບປະກັບ ເກົາຫລີເໜືອ ເລື້ອງເຂດ ອຸດສາຫະກຳຮ່ວມ (ວີດິໂອ)


ປະຕູເຂົ້າໄປໃນເຂດອຸດສະຫະກໍາ Kaesong ທີ່ເບິ່ງຈາກຫ້ອງການພາສີ ແລະກວດຄົນເຂົ້າເມືອງ ຢູ່ດ່ານຊາຍແດນໃກ້ກັບບ້ານ Panmunjom ທີ່ເປັນຊາຍແດນ ແຍກສອງປະເທດ ອອກຈາກກັນ ນັບແຕ່ສົງຄາມເກົາຫລີເປັນຕົ້ນມາ ພາບຖ່າຍໃນວັນທິ 3 ພຶດສະພາ 2013.
ປະຕູເຂົ້າໄປໃນເຂດອຸດສະຫະກໍາ Kaesong ທີ່ເບິ່ງຈາກຫ້ອງການພາສີ ແລະກວດຄົນເຂົ້າເມືອງ ຢູ່ດ່ານຊາຍແດນໃກ້ກັບບ້ານ Panmunjom ທີ່ເປັນຊາຍແດນ ແຍກສອງປະເທດ ອອກຈາກກັນ ນັບແຕ່ສົງຄາມເກົາຫລີເປັນຕົ້ນມາ ພາບຖ່າຍໃນວັນທິ 3 ພຶດສະພາ 2013.
ເກົາຫລີໃຕ້ເວົ້າວ່າ ເກົາຫລີເໜືອໄດ້ຍື່ນຂໍ້ສະເໜີແບບບໍ່ຄາດຝັນ
ທີ່ອະນຸຍາດໃຫ້ພວກ ນັກທຸລະກິດຂອງເກົາຫລີໃຕ້ ​ເຂົ້າໄປກວດ
ເບິ່ງອຸບປະກອນຂອງພວກເຂົາເຈົ້າຢູ່ໃນເຂດອຸດສາຫະກໍາຮ່ວມ ທີ່ຖືກປິດລົງຢູ່ໃນຟາກຊາຍແດນຂອງເກົາຫລີເໜືອໄດ້.

ຝ່າຍເກົາຫລີ​ໃຕ້ໄດ້ຕອບຮັບໃນທັນທີ ໂດຍໄດ້ສະເໜີໃຫ້ມີການ
ປຶກສາຫາລືກັນ ກ່ຽວກັບບັນຫາດັ່ງກ່າວ ໃນວັນເສົາ ທີ 6 ຈະມາ
ເຖິງນີ້ ຢູ່ທີ່ບ້ານສະຫງົບເສິກຊາຍແດນ Panmunjom.

ທ່ານ Kim Hyung-Seok ໂຄສົກປະຈໍາກະຊວງທ້ອນໂຮມຊາດ
ເກົາຫລີໃຕ້ ກ່າວວ່າ:

“ກ່ຽວກັບບັນຫາການກວດເບິ່ງໂຮງງານ ແລະອຸປະກອນຢູ່ໃນເຂດອຸດສາຫະ
ກໍາຮ່ວມ Kaesong ນັ້ນ ພວກເຮົາສາມາດສົນທະນາກັນ ກ່ຽວກັບການເອົາ
ຜະລິດຕະພັນທີ່​ແລ້ວ ສໍາເລັດ ແລະວັດຖຸດິບເສີມ ໄປພ້ອມທັງຄວາມ ກ້າວໜ້າ ໃນການເຮັດໃຫ້ເຂດອຸດສາ ຫະກໍາຮ່ວມ Kaesong ກັບຄືນສູ່ສະພາບປົກ
ກະຕິ.”


ກຸງໂຊລເວົ້າວ່າ ຕົນກໍາລັງພິຈາລະນະຄໍາສະເໜີຂອງກຸງພຽງຢາງ ເພື່ອອະນຸຍາດໃຫ້ ບັນດານັກທຸລະກິດເຂົ້າໄປຢ້ຽມເຂດອຸດສາຫະກຳຮ່ວມ Kaesong ​ແຕ່​ກໍ​ບໍ່​ໄດ້​ໃຫ້​ຄວາມ ​ເຫັນ​ໃດໆ​ກ່ຽວ​ກັບ​ວ່າ ​ເຂດ​ອຸດສາຫະກຳ​ຮ່ວມ​ດັ່ງກ່າວ​ຈະ​ເປີດ​ຄືນ​ໃໝ່​ຫຼືບໍ່.

ເຂດອຸດສາຫະກໍາຮ່ວມ Kaesong ໄດ້ປິດລົງ ນັບແຕ່ເດືອນເມສາຜ່ານມາ ເມື່ອເກົາ ຫລີ
ເໜືອຖອນຄົນງານຂອງຕົນອອກ​ໄປ ແລະປິດ​ຕັນ​ບໍ່ໃຫ້ບໍລິສັດເກົາຫລີໃຕ້ທີ່ໃຊ້​ເຂດອຸດ
ສາຫະກຳ​ນີ້ຜະລິດສິນຄ້າອຸດສາຫະກໍາ ​ໂດຍຄ່າແຮງງານຖືກຈາກ​ເກົາຫຼີ​ເໜືອນັ້ນ ເຂົ້າໄປ
ຫາເຂດດັ່ງກ່າວໄດ້.

ນອກ​ນັ້ນ ເກົາຫລີທັງ​ສອງຍັງໄດ້ເປີດໃຊ້ງານຄືນ ຊ່ອງສື່ສານ ໃນເຊົ້າວັນພະຫັດມືນີ້ ຊຶ່ງ ເກົາຫລີເໜືອໄດ້ງົດ​ໃຊ້​ເປັນ​ສ່ວນ​ໃຫຍ່ ​ໃນ​ໄລຍະ​ສອງ​ສາມ​ເດືອນຜ່ານ​ມານີ້ ຍ້ອນມີ
ຄວາມເຄັ່ງຕຶງກັບເກົາຫລີໃຕ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ເຂດອຸດສາຫະກໍາຮ່ວມ Kaesong
please wait

No media source currently available

0:00 0:00:36 0:00
XS
SM
MD
LG