ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສອງເກົາຫຼີ ເຈລະຈາກັນ ເລື່ອງ ໂອລິມປິກ ລະດູໜາວ


ຜູ້ຄົນຍ່າງຜ່ານປ້າຍໂຄສະນາ ເຄື່ອງໝາຍ ຂອງມະຫະກຳ ໂອລິມປິກ ລະດູໜາວ ເມືອງພຽງຈາງ 2018 ທີ່ເປັນເສືອຂາວ ເອີ້ນວ່າ 'Soohorang' ສຳລັບ ໂອລິມປິກ ແລະ ໝີດຳ ຂອງ
ພາກພື້ນເອເຊຍ ເອີ້ນວ່າ "Bandabi" ສຳລັບ ປາຣາລິມປິກ (ຢູ່ດ້ານຫລັງເບື້ອງຂວາ) ທີ່ໄດ້ຖືກວາງສະແດງໄວ້ ຢູ່ໃຈກາງນະຄອນຫຼວງໂໍຊລ ຂອງເກົາຫຼີໃຕ້, ວັນທີ 9 ມັງກອນ 2018.
ຜູ້ຄົນຍ່າງຜ່ານປ້າຍໂຄສະນາ ເຄື່ອງໝາຍ ຂອງມະຫະກຳ ໂອລິມປິກ ລະດູໜາວ ເມືອງພຽງຈາງ 2018 ທີ່ເປັນເສືອຂາວ ເອີ້ນວ່າ 'Soohorang' ສຳລັບ ໂອລິມປິກ ແລະ ໝີດຳ ຂອງ ພາກພື້ນເອເຊຍ ເອີ້ນວ່າ "Bandabi" ສຳລັບ ປາຣາລິມປິກ (ຢູ່ດ້ານຫລັງເບື້ອງຂວາ) ທີ່ໄດ້ຖືກວາງສະແດງໄວ້ ຢູ່ໃຈກາງນະຄອນຫຼວງໂໍຊລ ຂອງເກົາຫຼີໃຕ້, ວັນທີ 9 ມັງກອນ 2018.

ຄະນະຜູ້ແທນທັງຫຼາຍ ຈາກທັງສອງເກົາຫຼີ ໄດ້ພົບປະກັນ ໃນວັນຈັນມື້ນີ້ ເພື່ອປຶກສາ
ຫາລື ລາຍລະອຽດຕ່າງໆ ກ່ຽວກັບ ການສົ່ງຄະນະນັກສະແດງດ້ານສິນລະປະ ຂອງ
ເກົາຫຼີເໜືອ ໄປຮ່ວມໃນມະຫະກຳກິລາໂອລິມປິກ ລະດູໜາວ ຢູ່ທີ່ເກົາຫຼີໃຕ້ ໃນເດືອນ
ໜ້ານີ້.

ກອງປະຊຸມດັ່ງກ່າວ ທີ່ບ້ານປັນມູນຈອມ ໃນເຂດຊາຍແດນ ທີ່ໄດ້ຄາດໝາຍກັນໄວ້
ວ່າ ຈະເພັ່ງເລັງໃສ່ເລື່ອງຂອງກຳນົດເວລາ ສຳລັບຄະນະວົງດົນຕີ ຊື່ດັງ ໂມຣານບົງ
(Moranbong) ທີ່ເປັນແມ່ຍິງທັງໝົດ ເຊິ່ງຕາມລາຍງານແລ້ວບັນດາສະມາຊິກຂອງ
ວົງນີ້ ໄດ້ຖືກຄັດເລືອກມາໂດຍຜູ້ນຳຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ດ້ວຍຕົນເອງ.

ເກົາຫຼີເໜືອ ໄດ້ກ່າວວ່າ ຄະນະຜູ້ແທນຂອງຕົນ ທີ່ຈະໄປຮ່ວມ ໃນເກມແຂ່ງຂັນ
ໂອລິມປິກ ໃນພຽງຈາງ ນັ້ນ ຈະປະກອບດ້ວຍ ບັນດານັກສະແດງສິນລະປະ ເຈົ້າໜ້າທີ່
ນັກຂ່າວ ແລະ ຄົນອື່ນໆ ພ້ອມດ້ວຍ ພວກນັກກິລາ ນຳດ້ວຍ.

ກະຊວງທ້ອນໂຮມຊາດ ຂອງເກົາຫຼີໃຕ້ ກ່າວວ່າ ຈຳນວນຂອງຄະນະຜູ້ແທນ ຂອງ
ເກົາຫຼີເໜືອ ຈະໄດ້ຮັບການສະຫລຸບຕົວເລກ ໃນເວລາທີ່ເກົາຫຼີເໜືອ ພົບປະກັບ
ຄະນະກຳມະການໂອລິມປິກສາກົນ ໃນວັນທີ 20 ມັງກອນ ນີ້.

ການເຄື່ອນໄຫວແບບປະນີປະນອມກັນເມື່ອບໍ່ດົນມານີ້ ທີ່ກ່ຽວຂ້ອງກັບໂອລິມປິກ
ແມ່ນຖືກມອງກັນຢ່າງກວ້າງຂວາງ ວ່າ ເປັນຄວາມພະຍາຍາມ ທີ່ຈະຜ່ອນຄາຍຄວາມ
ເຄັ່ງຕຶງ ຫຼັງຈາກການທົດລອງນິວເຄລຍ ແລະ ລູກສອນໄຟຂີປະນາວຸດ ເມື່ອປີກາຍນີ້.

Koreas Meeting
please wait
Embed

No media source currently available

0:00 0:01:57 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG