ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

2 ເກົາຫລີຈະຮ່ວມກັນ ຄົ້ນຄວ້າ ເລື້ອງພູໄຟ


ພູ Paeku ຕັ້ງຢູ່ເລາະຕາມຊາຍແດນເກົາຫລີເໜືອ
ພູ Paeku ຕັ້ງຢູ່ເລາະຕາມຊາຍແດນເກົາຫລີເໜືອ

















ເກົາຫລີ​ໃຕ້​ໄດ້​ຮັບ​ເອົາ​ຂໍ້​ສະ​ເໜີ​ຂອງ​ເກົາຫລີ​ເໜືອ​ເພື່ອ​ຈັດ​ການ​ໂອ້​ລົມສົນທະນາ​ກັນ​ເລື້ອງ
ການ​ສໍາ​ຫລວດ​ດ້ານ​ວິທະຍາສາດຮ່ວມ​ກັນ​ທີ່​ເປັນ​ໄປ​ໄດ້ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ພູ​
ເຂົາ​ໄຟ​ເທິງ​ພູ​ທີ່ສູງ​ສຸດ​ໃນ​ແຫລມເກົາຫລີ​ນັ້ນ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ອັງຄານ​ມື້​ນີ້ ກະຊວງ​ທ້ອນ​ໂຮມ​ປະເທດ​ຂອງ​ເກົາຫລີ​ໃຕ້​ກ່າວ​ວ່າ ຕົນ​ໄດ້​ສົ່ງ​ສານ​ສະບັບ​ນຶ່ງ​ໄປ​ຍັງ​ລັດຖະບານ​ກຸງ​ພຽງ​ຢ້າງ ​ໃຫ້​ຈັດການ​ພົບ​ປະ​ຫາລື​ກັນຂຶ້ນ​ເປັນ​ເວລາ 1 ສັບປະດາ​ໃນ​ເມືອງ​ຊາຍ​ແດນ Munsan ຂອງ​ເກົາຫລີ​ໃຕ້​ນັ້ນ.

ຝ່າຍ​ເກົາຫລີ​ເໜືອ​ ທໍາ​ອິດ​ໄດ້​ສະ​ເໜີ​ເລື້ອງ​ດັ່ງກ່າວ​ໃນ​ຕົ້ນ​ເດືອນ​ນີ້​ເພື່ອ​ດໍາເນີນ​ການ​ສໍາ​ຫລວດ​ຮ່ວມ​ກັນ​ຢູ່​ເທິງ​ພູ Paekdu ຊຶ່ງ​ຕັ້ງ​ຢູ່​ເລາະຊາຍ ​ແດນ​ເກົາຫລີ​ເໜືອ​ຕິດ​ກັບ​ຈີນ​ນັ້ນ.

ການ​ພົບ​ປະ​ຫາລື​ກັນ​ນີ້​ອໍານວຍ​ໂອກາດ​ໃຫ້ມີການ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ທີ່ເປັນ​ອັນຕະລາຍ​ ລະຫວ່າງ​ເກົາຫລີ​ເໜືອ​ ແລະ​ເກົາຫລີ​ໃຕ້​ນັ້ນ. ​ເກົາຫລີໃຕ້​ໄດ້​ກ່າວ​ຫາ​ຄອມ​ມິ​ວນີສເກົາຫລີ​ເໜືອ​ວ່າ ​ເປັນ​ຜູ້​ຍິງເຮຶອລົບ​ເກົາຫລີ​ໃຕ້ລໍາ​ນຶ່ງ​ຫຼົ້ມເມື່ອ​ 1 ປີຜ່ານ​ມາ ​ແລະ​ເກົາຫລີ​ໃຕ້​ຍັງ​ມີ​ຄວາມ​ໂກດ​ແຄ້ນ​ຢູ່​ຕໍ່​ການ​ຍິງ​ປືນ​ໃຫຍ່​ໂຈມຕີຂອງ​ຝ່າຍ​ເກົາຫລີ​ເໜືອ​ທີ່​ພາ​ໃຫ້​ມີ​ຜູ້ຄົນ​ເສຍຊີວິດ​ໄປ​ໃນ​ເກາະ​ນ້ອຍ​ແຫ່ງ​ນຶ່ງ ​ໃນ​ຊາຍ​ແດນ​ຂອງ​ເກົາຫລີ​ໃຕ້​ໃນເດືອນ​ພະຈິກ​ປີ​ແລ້ວ​ນີ້.

XS
SM
MD
LG