ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ເກົາຫລີໃຕ້ຈະໄຂ ການເຈລະຈາ ເລື່ອງການຄ້າເສລີ ກັບຫວຽດນາມ


ແຜນທີ່ຫວຽດນາມ.
ແຜນທີ່ຫວຽດນາມ.















ເກົາຫລີ​ໃຕ້​ກ່າວ​ວ່າ ຕົນ​ກໍາລັງ​ກະກຽມ​ຈະ​ເຂົ້າ​ຮ່ວມໃນ​ການ​ເຈລະຈາເລື່ອງການ​ຄ້າ​ເສລີ​ ກັບຫວຽດນາມ.

ໃນຖະ​ແຫລ​ງ​ຂ່າວ​ທີ່​ເປີດ​ເຜີຍອອກ​ໃນ​ວັນ​ຈັນ​ມື້​ນີ້ ກະຊວງ​ການ​ເງິນ​ເກົາຫລີ​ໃຕ້ກ່າວ​ວ່າ ການເຈລະຈາກັນ​ນີ້​ຈະ​ເພ່ງ​ເລັງ​ໃສ່​ການ​ເສີມ​ສ້າງ ສາຍ​ພົວພັນ​ໃຫ້​ເຂັ້ມ​ແຂງ​ຂຶ້ນ​ກັບປະ​ເທດ​ໃນເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ແຫ່ງ​ນີ້​ ທີ່ເປັນ​ຕະຫຼາດ​ທີ່​ກໍາລັງ​ເຕີບ​ໂຕ​ຂຶ້ນ​ໄວ​ທີ່​ສຸດ​ນັ້ນ. ​ເສດຖະກິດຂອງ​ຫວຽດນາມ​ໄດ້​ເຕີບ​ໂຕ​ຂຶ້ນ​ໃນ​ອັດຕາ 5 ຫາ 8 ​ເປີ​ເຊັນ​ຕໍ່​ປີ ແລະ​ ການ​ສົ່ງ​ອອກ​ສິນຄ້າ​ຂອງ​ເກົາຫລີ​ໃຕ້​ໄປ​ຍັງ​ຫວຽດນາມ​ ໄດ້​ຕົກ​ເປັນມູນ​ຄ່າ​ທັງ​ໝົດ 13,600 ລ້ານ​ໂດ​ລາ​ໃນ​ຊ່ວງ​ປີຜ່ານມາ​ນີ້​.

ຄໍາ​ປະກາດ​ດັ່ງກ່າວ​ຂອງ​ເກົາຫລີ​ໃຕ້ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ຄົບຮອບ 20 ປີ​ ແຫ່ງ​ສາຍ​ພົວພັນ​ກັນ​ທາງ​ການ​ທູດ​ລະຫວ່າງ​ 2 ປະ​ເທດ. ກຸງ​ໂຊນກ່າວ​ ວ່າ ສອງ​ປະ​ເທດ​ໄດ້​ເສັດ​ສິ້ນ​ການ​ສຶກສາ​ຮ່ວມ​ກັນ ກ່ຽວກັບ​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ເຮັດ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ກັນ​ເມື່ອ​ເດືອນຕຸລາ​ຜ່ານ​ມາ.

ຖະ​ແຫລ​ງການ​ຂອງ​ກະຊວງ​ການ​ເງິນ​ຂອງ​ເກົາຫລີ​ໃຕ້​ກ່າວ​ວ່າ ທາງເກົາຫລີ​ໃຕ້​ຄາດ​ວ່າ ການ​ໂອ້​ລົມ​ສົນທະນາ​ກັນ​ນີ້​ຈະ​ກວມ​ເອົາ​ເລື້ອງຜະລິດ​ຕະພັນ ການ​ບໍລິການ​ແລະ​ການ​ລົງທຶນ. ທາງ​ກຸງ​ໂຊນຍັງ​ຫວັງ​ວ່າ​ ຈະ​ແກ້​ໄຂ​ບັນຫາເລື້ອງ​ກໍາມະສິດ​ຊັບ​ສິນ​ທາງ​ສະຕິ​ປັນຍາ​ນໍາ.

ເກົາຫລີ​ໃຕ້​ແລະ​ຫວຽດນາມ ​ເປັນ​ພາຄີ​ໃນຂໍ້​ຕົກລົງ​ການ​ຄ້າເສລີ​ ລະຫວ່າງ​ກຸງ​ໂຊນ​ແລະ​ກຸ່ມ​ອາ​ຊຽນທີ່​ມີ 10 ປະ​ເທດ​ເປັນ​ສະມາຊິກຢູ່​ແລ້ວ ຊຶ່ງ​ກວມ​ເອົາ​ເລື້ອງ​ສິນຄ້າ​ນໍາ​ນັ້ນ.

ເກົາຫລີ​ໃຕ້​ໄດ້​ບັນລຸ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ໃນ​ຂອບ​ເຂດ​ກ້ວາງ​ຂວາງ​ກັບ​ສະຫະລັດອາ​ເມຣິກາ​ ​ໃນ​ປີ​ແລ້ວ​ນີ້. ຫວຽດນາມ​ແລະ​ສະຫະລັດ​ຮ່ວມ​ຢູ່​ໃນຈໍານວນ​ຫລາຍ​ປະ​ເທດ​ ທີ່​ກໍາລັງ​ພະຍາຍາມ​ສ້າງ​ຕັ້ງ​ເຂດ​ການ​ຄ້າເສລີ​ຂຶ້ນ​ ທີ່ເອີ້ນ​ກັນ​ວ່າ ພາຄີ​ຂ້າມມະຫາ​ສະມຸດ​ປາຊີຟິກ ຫລື TPPນັ້ນ.

XS
SM
MD
LG