ກອງທັບສະຫະລັດກ່າວວ່າ ຕົນຈະທຳການຊ້ອມລົບຮ່ວມ
ເພີ່ມຕື່ມ ໃນເຂດຊາຍແດນທາງທະເລ ທີ່ມີຄວາມເຄັ່ງຕຶງ
ຂອງເກົາຫຼີໃຕ້ຮວມທັງຄວາມເປັນໄປໄດ້ໃນການຝຶກຊ້ອມ
ຮ່ວມກັນເທື່ອທຳອິດ ທີ່ພົວພັນກັບທະຫານມາຣີນຂອງປະ
ເທດທັງສອງ.
ໂຄສົກຄົນນຶ່ງ ຂອງກອງທັບສະຫະລັດກ່າວຕໍ່ວີໂອເອວ່າ
ການຊ້ອມລົບທີ່ວ່ານີ້ຈະມີຂຶ້ນຕາມເວລາທີ່ພວກເຮົາຕ້ອງ
ການແລະຈະມີລັກສະນະໃນທາງປ້ອງກັນ.
ໂຄສົກ ບໍ່ໄດ້ໃຫ້ຄວາມເຫັນໂດຍກົງໃດໆກ່ຽວກັບລາຍ
ງານຂ່າວທີ່ວ່າ ການຊ້ອມລົບເຫຼົ່ານີ້ຈະມີຂຶ້ນໃນບໍລິເວນ
ໝູ່ເກາະໝູ່ດອນບ່ອນທີ່ຊາວເກົາຫຼີໃຕ້ໄດ້ເສຍຊີວິດໃນລະຫວ່າງການຍິງປືນໃຫຍ່ໂຈມຕີໂດຍ
ເກົາຫຼີເໜືອໃນເດືອນພະຈິກປີກາຍ ແຕ່ກໍເວົ້າວ່າມັນເປັນສ່ວນນຶ່ງຂອງໂຄງການເພີ່ມຄວາມ
ອາດສາມາດຂອງພັນທະມິດໃນອັນທີ່ທ່ານເອີ້ນວ່າ ໝູ່ເກາະທາງພາກຕາເວັນຕົກສຽງເໜືອ
ແລະໃນແຫ່ງອື່ນໆຂອງເກົາຫຼີໃຕ້.
ເກົາຫຼີເໜືອ ໄດ້ຖົກຖຽງໂຕ້ແຍ້ງມາເປັນເວລາດົນນານແລ້ວ ກ່ຽວກັບຊາຍແດນທາງທະເລ
ອ້ອມແອ້ມບໍລິເວນໝູ່ເກາະເຫຼົ່ານີ້. ການໂຈມຕີໃນເດືອນພະຈິກປີກາຍມີຂຶ້ນເພື່ອເປັນການ
ຕອບໂຕ້ຕໍ່ການຊ້ອມຍິງປືນໃຫຍ່ຂອງເກົາຫຼີໃຕ້ ຢູ່ທີ່ເກາະ Yeonpyeong ຊຶ່ງເປັນນຶ່ງໃນ
ໝູ່ເກາະໝູ່ດອນດັ່ງກ່າວ ທີ່ເກົາຫຼີເໜືອກ່າວຫາເກົາຫຼີໃຕ້ວ່າ ຍິງປືນໃຫຍ່ ໃສ່ເຂດນ່ານນໍ້າ
ຂອງຕົນ.
ນັບແຕ່ນັ້ນມາເກົາຫຼີໃຕ້ກໍໄດ້ທຳການຊ້ອມລົບເພີ່ມຕື່ມຢູ່ເທິງເກາະດັ່ງກ່າວແຕ່ ບໍ່ເຄີຍມີກຳ
ລັງສະຫະລັດເຂົ້າຮ່ວມ. ເກົາຫຼີເໜືອຂູ່ວ່າຈະຕອບໂຕ້ຢ່າງຮ້າຍກາດ ຕໍ່ການຊ້ອມລົບຂອງ
ເກົາຫຼີໃຕ້ໃນເດືອນທັນວາປີກາຍ ແຕ່ບໍ່ໄດ້ກະທຳ ໃນລະຫວ່າງການເດີນທາງໄປຢ້ຽມຢາມ
ພຽງຢາງຂອງທ່ານ Bill Richardson ອະດີດນັກການທູດສະຫະລັດ.