ທ່ານ Kurt Campbell ນັກການທູດຄົນສໍາຄັນຂອງສະຫະລັດ ໄດ້ປະຊຸມກັນເປັນເວລາ
ສັ້ນໆເມື່ອຕອນເຊົ້າວັນພຸດຜ່ານມານີ້ ທີ່ທໍານຽບສີຟ້າຂອງປະທານາທິບໍດີແລະທີ່ກະຊວງ
ຕ່າງປະເທດ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້.
ການປຶກສາຫາລືກັນດັ່ງກ່າວແມ່ນມີຂຶ້ນ ໃນເວລາດຽວກັນກັບທີ່ທ່ານ Glyn Davies
ບຸກຄົນສໍາຄັນດ້ານນະໂຍບາຍຂອງສະຫະລັດກ່ຽວກັບເກົາຫຼີເໜືອ ໄດ້ພົບປະກັບພວກ
ເຈົ້າໜ້າທີ່ຣັດເຊຍ ທີ່ນະຄອນຫຼວງມົສກູ.
ການເຄື່ອນໄຫວທາງການທູດດັ່ງກ່າວ ແມ່ນເພື່ອຊອກຫາຊ່ອງທາງເປັນໄປໄດ້ໃນການຮື້
ຟື້ນການເຈລະຈາຫົກຝ່າຍ ທີ່ຢຸດຊະງັກມາໄດ້ດົນນານແລ້ວນັ້ນ ກ່ຽວກັບກິດຈະການນີວ
ເຄຼຍຂອງເກົາຫລີເໜືອ.
ທ່ານ Kim Hwang-sik ນາຍົກລັດຖະມົນຕີເກົາຫຼີໃຕ້ ທີ່ກ່າວຄໍາປາໄສ ໃນງານສັງຄົມ
ເກົາຫຼີງານນຶ່ງ ທີ່ນະຄອນຫຼວງໂຊລເມື່ອຕອນແລງວັນອັງຄານຜ່ານມານີ້ ໄດ້ຄາດການວ່າ
ການດຳເນີນການທາງດ້ານການທູດດັ່ງ ກ່າວໜ້າຈະມີຄວາມກ້າວໜ້າໄດ້ຖ້າຫາກພຽງຢາງ
ສະແດງອອກເຖິງຄວາມຈິງໃຈ.
ທ່ານ ກິມ ໃຫ້ຄວາມຫວັງວ່າ ການປຶກສາຫາລືກ່ຽວກັບການເຮັດໃຫ້ເກົາຫຼີເໜືອເປັນປະ
ເທດປອດນິວເຄລຍນັ້ນ ຈະແຜ້ວທາງໃຫ້ມີການຮື້ຟື້ນການເຈລະຈາຫົກຝ່າຍຄືນໃໝ່ຢ່າງ
ໄວໄດ້. ທ່ານກິມກ່າວອີກວ່າເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວນີ້ ລັດຖະບານເກົາຫຼີໃຕ້ກໍ
ກໍາລັງຮ່ວມມືຢ່າງໃກ້ຊິດກັບພວກປະເທດເພື່ອນບ້ານຂອງຕົນ ແລະກັບວໍຊິງຕັນ.
ເຈົ້າໜ້າທີ່ສໍາຄັນຂອງລັດຖະບານເກົາຫຼີໃຕ້ຮັບຜິດຊອບກ່ຽວກັບເລື່ອງເກົາຫຼີເໜືອກໍາລັງ
ຮຽກຮ້ອງໃຫ້ພຽງຢາງຈົ່ງເລືອກເອົາຢ່າງໃດຢ່າງນຶ່ງ. ທ່ານ Yu Woo-ik ລັດຖະມົນຕີ
ທ້ອນໂຮມຊາດຂອງເກົາຫຼີໃຕ້ ກ່າວໃນຄໍາປາໄສ ເມື່ອວັນພຸດຜ່ານມານີ້ ຕໍ່ພວກເຈົ້າໜ້າທີ່
ຝ່າຍພົນລະເຮືອນ ທີ່ພົວພັນກັບການໃຫ້ຄວາມຊ່ວຍເຫຼືອຕໍ່ເກົາຫຼີເໜືອ ໄດ້ຮຽກຮ້ອງໃຫ້
ພຽງຢາງຈົ່ງເພີ່ມໃຫ້ຄວາມຮ່ວມມືກັບພວກປະເທດເພື່ອນບ້ານຂອງຕົນຫຼາຍຂຶ້ນແທນທີ່
ມີແຕ່ຈະເກາະຜິດຄິດຮ້າຍຕ່າງໆນາໆນັ້ນ.
ໃນລະຫວ່າງການຢ້ຽມຢາມເກົາຫຼີໃຕ້ ເມື່ອວັນອັງຄານແລະວັນພຸດຜ່ານມານີ້ ທ່ານ Kurt
Campbell ລັດຖະມົນຕີຊ່ວຍຕ່າງປະເທດສະຫະລັດ ໄດ້ສະແດງອອກໃຫ້ເຫັນເຖິງຄວາມ
ເປີດກວ້າງທາງການທູດຂອງວໍຊິງຕັນ ຖ້າຫາກພຽງຢາງຕິດຕໍ່ພົວພັນກັບເກົາຫຼີໃຕ້ເສຍກ່ອນ.
ແນວໃດກໍດີ, ເວລານີ້ຍັງບໍ່ປາກົດມີຮ່ອງຮອຍທີ່ຈະແຈ້ງເທື່ອວ່າການຮື້ຟື້ນການເຈລະຈາຫົກ
ຝ່າຍໃກ້ຈະເກີດຂຶ້ນແທ້ຈິງຫລືບໍ່. ການເຈລະຈາຫົກຝ່າຍຄັ້ງສຸດທ້າຍແມ່ນມີຂຶ້ນໃນປີ
2008 ຊຶ່ງປະກອບດ້ວຍ ສອງເກົາຫຼີ ຈີນ ສະຫະລັດ ຍີ່ປຸ່ນ ແລະຣັດເຊຍ.
ຄວາມສັບສົນໃໝ່ໆນີ້ ກໍຄືຜູ້ນໍາທີ່ຍັງໜຸ່ມນ້ອຍຂອງພຽງຢາງ ຄືທ່ານ Kim Jong Un
ທີ່ປາກົດວ່າ ຈະມຸ້ງໝັ້ນກໍາອໍານາດແຕ່ພຽງຢ່າງດຽວຫຼັງຈາກການເຖິງແກ່ມໍລະນະກໍາທີ່
ປະກາດໃຫ້ຊາບເມື່ອເດືອນທັນວາຜ່ານມາຂອງມື້ລາງບິດາທ່ານ ຄືທ່ານກິມ ຈົ່ງ ອິລ ຊຶ່ງ
ເປັນຜູ້ນໍາທີ່ປົກຄອງປະເທດມາເປັນເວລາດົນນານ ຂອງເກົາຫຼີເໜືອນັ້ນ.
ເມື່ອປີຜ່ານມານີ້ ເກົາຫຼີເໜືອໄດ້ຊີ້ແນະວ່າ ຕົນອາດຈະພິຈາລະນາກ່ຽວກັບການໂຈະໂຄງ
ການເສີມສະມັດຖະພາບທາດຢູເຣນຽມໄວ້ກ່ອນ ເພື່ອແລກປ່ຽນກັບການຊ່ວຍເຫຼືອດ້ານ
ອາຫານຈາກສະຫະລັດ.
ໃນຂະນະນີ້ ການຊ່ວຍເຫຼືອປະເພດດັ່ງກ່າວນັ້ນ ແມ່ນຈະມາຈາກຈີນ. ມີຫຼັກຖານປະກົດ
ວ່າ ເຂົ້າຫຼາຍຮ້ອຍພັນໂຕນ ໄດ້ຈັດສົ່ງຂ້າມເຂດຊາຍແດນໄປຍັງເກົາຫຼີເໜືອ ເມື່ອເດືອນ
ຜ່ານມາ. ແລະວ່ານັກຄົ້ນຄວ້າຄົນນຶ່ງ ປະຈໍາສະຖາບັນເສດຖະກິດຊົນນະບົດທີ່ນະຄອນ
ຫຼວງໂຊລ ບອກວີໂອເອເມື່ອວັນພຸດຜ່ານມານີ້ວ່າ ຈາກຜົນການວິເຄາະຂໍ້ມູນດ້ານການຄ້າ
ລ່າສຸດນັ້ນ ສະແດງໃຫ້ເຫັນວ່າ ຈີນໄດ້ຈັດສົ່ງອາຫານປະເພດເມັດຫຼາຍກວ່າ 125,000
ໂຕນ ໄປຍັງເກົາຫຼີເໜືອຊຶ່ງເປັນປະເທດເພື່ອນບ້ານທີ່ທຸກຈົນຂອງຕົນນັ້ນໃນໄລຍະໄຕຼມາດ
ສຸດທ້າຍ ຂອງປີ 2011.
ທ່ານລັດຖະມົນຕີຊ່ວຍຕ່າງປະເທດ Campbell ຊຶ່ງເປັນນັກການທູດລະດັບສູງກ່ຽວກັບ
ພາກພື້ນເອເຊຍຕາເວັນອອກ ໄດ້ຖືກຊັກຖາມໂດຍພວກນັກຂ່າວເມື່ອວັນພຸດຜ່ານມາກ່ຽວ
ກັບການຊ່ວຍເຫຼືອຂອງຈີນເມື່ອໝໍ່ໆມານີ້. ທ່ານແຄມເບລ ກ່າວວ່າ
“ພວກເຮົາເຊື່ອວ່າ ພວກເຂົາເຈົ້າໄດ້ເອົາບາດກ້າວຕ່າງໆເພື່ອເນັ້ນຍໍ້າເຖິງຄວາມ
ໝັ້ນໝາຍຂອງເຂົາເຈົ້າຕໍ່ການໂອນອໍານາດຢູ່ ໃນເກົາຫຼີເໜືອ ຊຶ່ງບາດກ້າວເຫຼົ່ານັ້ນ
ອາດມີໂຮມທັງການໃຫ້ການຊ່ວຍເຫຼືອຕໍ່ໄປອີກ ຕາມສະພາບການຕ່າງໆຢູ່ໃນເກົາ
ຫຼີເໜືອນັ້ນ. ຄືເວົ້າຢ່າງກົງໄປກົງມາແລ້ວ ມັນກໍຄືການຄ່ອຍໆແກ້ໄຂສະຖານະການ
ນັ້ນເອງ. ພວກເຮົາກໍາລັງສິ້ງຊອມໃນເລຶ່ອງນີ້ຢ່າງໃກ້ຊິດ. ພວກເຮົາຕ້ອງການຢາກ
ສືບຕໍ່ການໂອ້ລົມສົນທະນາແບບປິດລັບກັບຈີນ ກໍຄືພວກເຮົາຢາກໃຫ້ພວກເຂົາເຈົ້າ
ແບ່ງປັນໃຫ້ພວກເຮົາຮູ້ຫຼາຍຂຶ້ນໃນດ້ານຮູບການແລະແຜນການຕ່າງໆຂອງພວກ
ເຂົາເຈົ້ານັ້ນ.”
ຈີນຍັງຄົງເປັນພັນທະມິດທີ່ສໍາຄັນປະເທດດຽວຂອງເກົາຫຼີເໜືອນັ້ນຢູ່.
ທັງສອງເກົາຫຼີບໍ່ມີຄວາມສໍາພັນທາງການທູດກັນແຕ່ໃດມາ ແລະໃນທາງເທັກນິກແລ້ວແມ່ນ
ຍັງຢູ່ໃນພາວະສົງຄາມລະຫວ່າງກັນມາໄດ້ຫລາຍກວ່າຫົກທົດສະວັດ ຫຼື 60 ປີ. ຄວາມສໍາ
ພັນລະຫວ່າງກຸງຫຼວງໂຊລແລະພຽງຢາງ ຊຸດໂຊມລົງຢ່າງໜັກໃນປີ 2010 ເວລາເກົາຫຼີ
ເໜືອ ຖືກກ່າວຫາວ່າ ໄດ້ຍິງທໍາລາຍເຮືອລົບເກົາຫຼີໃຕ້ ແລະຍິງປືນໃຫຍ່ໃສ່ເກາະຂອງເກົາ
ຫຼີໃຕ້ ທີ່ຢູ່ໃກ້ໆເກົາຫຼີເໜືອນັ້ນ.