ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຂູ່ວ່າ ອາດຈະ ຂະຫຍາຍ ເຂດທະຫານ (ວີດິໂອ)


ເຂດອຸດສະຫະກໍາ Kaesong ໃກ້ຊາຍແດນເກົາຫລີເໜືອ ແລະເກົາຫລີໃຕ້
ເຂດອຸດສະຫະກໍາ Kaesong ໃກ້ຊາຍແດນເກົາຫລີເໜືອ ແລະເກົາຫລີໃຕ້
ສະພາບຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນຢູ່ແຫລມເກົາຫລີ ກໍາ
ລັງເຮັດໃຫ້ໂຄງ ການອຸດສະຫະກໍາຮ່ວມ ທີ່ເປັນສັນຍາລັກ
ອັນນຶ່ງ ທີ່ຍັງຫລົງເຫລືອຢູ່ໃນການສ້າງຄວາມປອງດອງຊາດ
ລະຫວ່າງກຸງໂຊລ ແລະພຽງຢາງນັ້ນ ຕົກຢູ່ໃນອັນຕະລາຍ.

ເກົາຫລີເໜືອໄດ້ເຕືອນເກົາຫລີໃຕ້ວ່າ ຕົນຈະຍຸດຕິການຮ່ວມ
ມືໃນເຂດອຸດສະຫະກໍາ Kaesong ແລະຫັນເຂດຊາຍແດນ
ດັ່ງກ່າວ ໃຫ້ກາຍເປັນເຂດທະຫານຄືນອີກ ຖ້າຫາກກຸງໂຊລ
ເຮັດຕາມຄໍາໝັ້ນສັນຍາຂອງຕົນທີ່ຈະທໍາການກວດກາໃຫ້ ເຂັ້ມງວດຂຶ້ນກວ່າເກົ່າ ຢູ່ທີ່ນັ້ນ.

ໃນຕົ້ນອາທິດນີ້ ກະຊວງທ້ອນໂຮມຊາດຂອງກຸງໂຊລເວົ້າວ່າ
ຕົນຈະກວດຢ່າງ ເຂັ້ມງວດ ເບິ່ງຊິ້ນສ່ວນອຸດສະຫະກໍາ ແລະ ສິນຄ້າປະເພດອື່ນໆທີ່ສົ່ງໄປຍັງເຂດ ດັ່ງກ່າວ ເນື່ອງຈາກວ່າມີການຂະຫຍາຍການລົງ ໂທດຂອງສະຫະປະຊາຊາດຕໍ່ ພຽງຢາງ ລຸນຫລັງທີ່ເກົາຫລີເໜືອໄດ້ຍິງຈະຫລວດ ທີ່ມີ ການເກືອດຫ້າມໃນເດືອນ ພະຈິກຜ່ານມານີ້.

ເກົາຫລີເໜືອໄດ້ສະແດງປະຕິກິລິຍາຕອບໂຕ້ຕໍ່ການລົງໂທດດັ່ງກ່າວ ດ້ວຍຄວາມໂກດ ແຄ້ນ ໂດຍໄດ້ໃຫ້ສັນຍາວ່າ ຈະຍິງຈະຫລວດເພີ້ມຕື່ມ ແລະກໍຈະທຳການທົດລອງນີວ ເຄລຍອີກຄັ້ງນຶ່ງ ທີ່ຄາດວ່າຈະມີຂຶ້ນໃນເວລາບໍ່ເທົ່າໃດມື້ຕໍ່ໜ້ານີ້.

ເບິ່ງວີດິໂອກ່ຽວຂ້ອງກັບ ໂຄງການນິວເຄລຍ ຂອງເກົາຫລີເໜືອ:
XS
SM
MD
LG