ປະທານາທິບໍດີເກົາຫລີໃຕ້ ໄດ້ສັ່ງໃຫ້ຄະນະລັດຖະບານ
ທຸກໆທະບວງກົມຂອງທ່ານ ຢູ່ໃນທ່າລະວັງເຫດສຸກເສີນ
ລຸນຫລັງຈາກການຊ້ອມລົບຍິງປືນໃຫຍ່ທີ່ໃຊ້ລູກປືນແທ້
ຢູ່ພາຍໃນສອງສາມກິໂລແມດ ຂອງຝັ່ງທະເລເກົາຫລີ
ເໜືອນັ້ນ.
ແຕ່ວ່າ ເກົາຫລີເໜືອບໍ່ໄດ້ປະຕິບັດຕາມຄໍາຂູ່ກ່ອນໜ້ານີ້
ທີ່ວ່າຈະທໍາການ ຕອບໂຕ້ແບບທີ່ຈະສ້າງຄວາມຫາຍະນະ
ຢ່າງຮ້າຍແຮງຕໍ່ການຊ້ອມລົບນີ້ ໂດຍກ່າວຜ່ານອົງການ
ຂ່າວທາງການຂອງຕົນວ່າ ມັນບໍ່ຄຸ້ມຄ່າທີ່ຈະສະແດງ
ປະຕິກິລິຍາຕໍ່ການຊ້ອມລົບດັ່ງກ່າວນັ້ນ.
ຝ່າຍເກົາຫລີໃຕ້ໄດ້ຍົກຍ້າຍປະຊາຊົນທ້ອງຖິ່ນຂອງເກາະ Yeonpyeong ໄປຫລົບໄພຢູ່
ໃຕ້ດິນຊົ່ວຄາວ ແລະສົ່ງເຄື່ອງບິນລົບໄອພົ່ນຂຶ້ນບິນ ໃນການຕຽມພ້ອມ ສໍາລັບການຊ້ອມ
ລົບທີ່ໃຊ້ເວລາ 90 ນາທີໃນວັນຈັນມື້ນີ້ ທີ່ເກາະ Yeonpyong ທີ່ໄດ້ຍິງປືນໃຫຍ່ຫລາຍ
ເຖິງ1,500 ຊຸດ. ພວກນັກຂ່າວທີ່ຊ່ອນຕົວຢູ່ປ້ອມຫລົບໄພໃຕ້ດິນກ່າວວ່າ ພວກເຂົາເຈົ້າ
ສາມາດຮູ້ສຶກໄດ້ວ່າແຜ່ນດິນສັ່ນສະເທືອນໃນລະຫວ່າງທີ່ການຊ້ອມລົບກໍາລັງດໍາເນີນໄປນັ້ນ.
ເກົາຫລີເໜືອໄດ້ຍິງປືນໃຫຍ່ໃສ່ເກາະດັ່ງກ່າວໃນການສະແດງປະຕິກິລິຍາ ຕໍ່ການຊ້ອມລົບ
ທໍານອງດຽວກັນເມື່ອເດືອນຜ່ານມາທີ່ຍັງຜົນໃຫ້ທະຫານເກົາຫລີໃຕ້ ສອງຄົນແລະພົນລະ
ເຮືອນອີກສອງຄົນເສຍຊີວິດ ແຕ່ພຽງ ຢາງໄດ້ກ່າວໃຫ້ຮ່ອງຮອຍ ຫລັງຈາກການຊ້ອມລົບ
ໃນວັນຈັນມື້ນີ້ວ່າ ຕົນຈະບໍ່ທໍາການຕອບໂຕ້ໃດໆ ເນຶ່ອງຈາກວ່າເທື່ອນີ້ເກົາຫລີໃຕ້ໄດ້ແນປືນ
ອອກໄປໄກນອກຝັ່ງທະເລ.