ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ແລະຍີ່ປຸ່ນ ຈະທໍາການ ຊ້ອມລົບຮ່ວມກັນ ຄັ້ງໃຫຍ່


Then Archbishop of Buenos Aires Cardinal Jorge Bergoglio leads a mass during the annual gathering and pilgrimage to the church dedicated to Saint Cajetan, the patron saint of labor and bread, in Buenos Aires, August 7, 2009.
Then Archbishop of Buenos Aires Cardinal Jorge Bergoglio leads a mass during the annual gathering and pilgrimage to the church dedicated to Saint Cajetan, the patron saint of labor and bread, in Buenos Aires, August 7, 2009.

ກອງກຳລັງທະຫານຂອງສະຫະລັດ ແລະ ຍີ່ປຸ່ນ ຫລາຍ
ກ່ວາ 4 ໝື່ນຄົນ ກຳລັງ ພາກັນເຄື່ອນເຂົ້າໄປປະຈໍາຢູ່ຈຸດ
ທີ່ຈະທຳການຊ້ອມລົບຮ່ວມກັນຄັ້ງໃຫຍ່ ຢູ່ໃກ້ຝັ່ງທະເລຂອງ
ເກົາຫລີໃຕ້ ນັບແຕ່ວັນສຸກມື້ອື່ນເປັນຕົ້ນໄປ.

ການຊ້ອມລົບ ທີ່ມີຊື່ນ້ອຍວ່າ “ດາບທີ່ແຫລມຄົມ” ຫລື
“Keen Sword” ໄດ້ມີການວາງແຜນກັນໄວ້ ໄດ້ປີກວ່າ
ມາແລ້ວ. ແຕ່ມີລາຍງານຂ່າງອ້າງຄໍາເວົ້າເຈົ້າໜ້າທີ່ກະ
ຊວງປ້ອງກັນປະເທດຍີ່ປຸ່ນ ທີ່ເວົ້າໃນວັນພະຫັດມື້ນີ້ວ່າ
ພວກເຂົາເຈົ້າຍິນດີນໍາການສະແດງ ເຖິງຄວາມຮ່ວມມື
ທາງທະຫານທ່າມກາງຄວາມເຄັ່ງຕຶງຢ່າງໜັກ ລຸນຫລັງ
ທີ່ມີການຍິງ ໂຈມຕີດ້ວຍປືນໃຫຍ່ຂອງເກົາຫລີເໜືອໃສ່
ດິນແດນຂອງເກົາຫລີໃຕ້ ໃນອາທິດແລ້ວນີ້.

ການຊ້ອມລົບທີ່ຈະດຳເນີນໄປເປັນເວລາ 1 ອາທິດ
ແມ່ນເປັນເທື່ອຫລ້າສຸດ ຂອງການເຄື່ອນໄຫວທາງດ້ານການທະຫານ ແລະການທູດທີ່ໄດ້ມີ
ຂຶ້ນຢ່າງຕໍ່ເນື່ອງ ໃນຂະນະທີ່ພວກອຳນາດທັງຫລາຍໃນເຂດມະຫາສະມຸດປາຊີຟິກຫາທາງ
ຕອບໂຕ້ຄືນ ຕໍ່ການຍິງໂຈມຕີຂອງລັດຖະບານພຽງຢາງໃສ່ເກາະນຶ່ງຂອງເກົາຫລີໃຕ້ ຢູ່ໃກ້
ຝັ່ງທະເລຂອງເກົາຫລີ ເໜືອ ທີ່ໄດ້ເຮັດໃຫ້ຄົນເກົາຫລີໃຕ້ 4 ຄົນເສຍຊີວິດນັ້ນ.

ເກົາຫລີໃຕ້ເອງໄດ້ປະກາດວ່າ ຈະຊ້ອມລົບການຍິງປືນໃຫຍ່ຄັ້ງໃໝ່ ຢູ່ໃນພື້ນທີ່ດຽວກັນນັ້ນ ເລີ້ມແຕ່ວັນຈັນໜ້ານີ້ເປັນຕົ້ນໄປ.

ໃນຂະນະດຽວກັນນັ້ນ ຝ່າຍຈີນ ກໍໄດ້ສະເໜີໃຫ້ຄຳໝັ້ນສັນຍາຄືນອີກຄັ້ງນຶ່ງ ທີ່ຈະໃຫ້ ການສະໜັບສະໜູນເກົາຫລີເໜືອ ເຖິງແມ່ນວ່າ ຫົວໜ້າໜ່ວຍສືບລັບຂອງ ເກົາຫລີໃຕ້ ຈະເຕືອນວ່າເກົາຫລີເໜືອມີທ່າທີວ່າຈະໂຈມຕີເກົາຫລີໃຕ້ ອີກຢູ່ກໍຕາມ.

XS
SM
MD
LG