ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ຂູ່ວ່າ ຈະໂຈມຕີ ສຫລ ດ້ວຍອາວຸດ ນີວເຄລຍ


ພາບສະແດງ ລັດສະໝີຄວາມສາມາດ ໃນການຍິງລູກສອນໄຟ ຂອງເກົາຫລີເໜືອ
ພາບສະແດງ ລັດສະໝີຄວາມສາມາດ ໃນການຍິງລູກສອນໄຟ ຂອງເກົາຫລີເໜືອ
ເກົາຫຼີເໜືອນາບຂູ່ວ່າ ຕົນອາດຈະທໍາການໂຈມຕີສະຫະ
ລັດ ດ້ວຍອາວຸດນີວເຄລຍກ່ອນ ໃນຂະນະທີ່ອົງການສະ
ຫະປະຊາຊາດ ກະກຽມທີ່ຈະອະນຸມັດໃຫ້ມີການລົງໂທດ
ຄັ້ງໃໝ່ ເພື່ອເປັນການຕອບໂຕ້ຕໍ່ການທົດລອງນີວເຄລຍ ຂອງກຸງພຽງຢາງເມື່ອໆມານີ້.

ກະຊວງການຕ່າງປະເທດເກົາຫຼີເໜືອ ເວົ້າໃນວັນພະຫັດມື້ນີ້ວ່າ
ຕົນອາດຈະໃຊ້ “ສິດຂອງຕົນ ເພື່ອທໍາການໂຈມຕີດ້ວຍນີວ
ເຄລຍ ຕໍ່ສໍານັກງານໃຫຍ່ຂອງພວກຮຸກຮານ.” ແລະເວົ້າອີກ
ວ່າ ການເຄື່ອນໄຫວດັ່ງກ່າວ ແມ່ນມີຄວາມຈຳເປັນ ເພາະວ່າ
“ສະຫະລັດກໍາລັງຈະກໍ່ ໃຫ້ເກີດສົງຄາມນີວເຄລຍຂຶ້ນ.”

ເກົາຫຼີເໜືອໄດ້ຮັບຄວາມກ້າວໜ້າເມື່ອມໍ່ໆມານີ້ ກ່ຽວກັບໂຄງ
ການນີວເລຍ ແລະລູກສອນໄຟຂອງຕົນ ແຕ່ກໍບໍ່ມີການເຊື່ອ
ກັນວ່າ ຈະມີຄວາມສາມາດໃນການຍິງຈະຫລວດ ທີ່ຕິດຫົວ ນີວເຄລຍໄລຍະໄກໄດ້. ປະເທດດັ່ງກ່າວມັກຈະທໍາການນາບ
ຂູ່ແບບນີ້ອອກມາເລື້ອຍໆ ໃນໄລຍະທີ່ຄວາມເຄັ່ງຕຶງໃນແຫລມ
ເກົາຫຼີ ເພີ້ມທະວີຂຶ້ນ.

ການນາບຂູ່ດັ່ງກ່າວມີຂຶ້ນບໍ່ພໍເທົ່າໃດຊົ່ວໂມງ ລຸນຫລັງທີ່ສະພາຄວາມໝັ້ນຄົງຂອງສະ
ຫະປະຊາຊາດ ໄດ້ລົງຄະແນນສຽງ ເພື່ອຮັບຮອງເອົາຮ່າງຍັດຕິ ທີ່ຈະກຳນົດການ
ລົງໂທດ ຢ່າງໜັກທີ່ສຸດແບບໃດແບບນຶ່ງຕໍ່ເກົາຫຼີເໜືອເທົ່າທີ່ເຄີຍມີມາ ໂດຍອົງ
ການສະຫະປະຊາຊາດ.
XS
SM
MD
LG