ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ປະຕິເສດວ່າ ບໍ່ໄດ້ທໍາການທົດລອງ ນີວເຄລຍ


ລູກສອນໄຟຂອງເກົາຫລີເໜືອ
ລູກສອນໄຟຂອງເກົາຫລີເໜືອ

ເກົາຫຼີ​ເໜືອ​ກ່າວວ່າ ຕົນບໍ່ມີແຜນການທີ່ຈະທໍາການທົດລອງນີວເຄລຍ ແຕ່ຢ່າງໃດ
ເຖິງແມ່ນວ່າ​ໄດ້​ມີ​ອັນທີ່ເກົາຫຼີ​ເໜືອເອີ້ນວ່າ ​ເປັນຄວາມພະຍາຍາມຂອງເກົາຫລີໃຕ້
​ເພື່ອ​ກໍ່ກວນ​ໃຫ້​ຕົນ​ເຮັດ​ ກໍຕາມ.

ກະຊວງການຕ່າງປະເທດເກົາຫຼີ​ເໜືອ ໄດ້ອອກຖະແຫລງການດັ່ງ​ກ່າວ ໃນວັນເສົາ
ວານນີ້ ​ແລະເວົ້າວ່າ ເກົາຫລີໃຕ້ກໍາລັງພະຍາຍາມທີ່ຈະຫາຂໍ້ອ້າງຢ່າງນອງນັນກ່ຽວ
ກັບເລື້ອງນີ້ ເພື່ອ​ໃຫ້​ມີ​ການເພີ້ມທະວີການລົງໂທດຕໍ່ເກົາຫຼີ​ເໜືອ ທີ່ທຸກຍາກນັ້ນ.

ຮູບທີ່ຖ່າຍອອກທາງດາວທຽມໃນເດືອນເມສາທີ່ຜ່ານມາ ສະແດງໃຫ້ເຫັນກິດຈະກໍາ ທີ່ດໍາເນີນໄປຢູ່ສະຖານນີວເຄລຍຕ່າງໆຂອງເກົາຫຼີ​ເໜືອ ແລະລັດຖະບານພຽງຢາງ
ກໍໄດ້ພະຍາຍາມທົດລອງ ປ່ອຍຈະຫລວດ​ໄລຍະ​ໄກຂຶ້ນສູ່ທ້ອງຟ້າໃນເດືອນນັ້ນ.

​ເກົາຫຼີ​ເໜືອ​ກ່າວອ້າງວ່າ ຈະຫລວດນັ້ນ ແມ່ນເພື່ອນໍາເອົາດຽວທຽມດວງນຶ່ງຂຶ້ນປ່ອຍ
ສູ່ວົງໂຄຈອນ, ແຕ່ວ່າພວກປະເທດມະຫາອໍານາດຕາເວັນຕົກ ເວົ້າວ່າ ມັນແມ່ນການ
ທົດລອງລູກສອນໄຟ ທີ່ເປັນການລະເມີດຕໍ່ຂໍ້ຫ້າມຂອງສະຫະປະຊາຊາດ ທີ່​ຫ້າມ
ການທົດລອງເທັກໂນໂລຈີດ້ານນັ້ນ.

ກອງ​ເສນາ​ທິການຮ່ວມຂອງເກົາຫລີໃຕ້ ກ່າວໃນວັນພະຫັດຜ່ານມາວ່າ ຕົນກໍາລັງ “ເຝົ້າຕິດຕາມເບິ່ງການເຄື່ອນໄຫວຕ່າງໆຂອງເກົາຫຼີ​ເໜືອ ຢ່າງໃກ້ຊິດ” ລຸນຫລັງທີ່
ໄດ້ມີການຂຶ້ນບິນ​ໃນ​ຈໍານວນ​ຫລາຍໆ​ຄັ້ງ ຂອງ​ເຮືອບິນ​ລົບ​ຂອງເກົາຫລີເໜືອ ຢູ່ໃກ້​ເຂດອາວະກາດຂອງເກົາຫລີໃຕ້ ໃນຫລາຍໆອາທິດທີ່ ຜ່ານມານີ້.

XS
SM
MD
LG