ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ທໍາການຊ້ອມລົບ ຕາມກໍານົດ ໂດຍບໍ່ເອົາຫົວຊາຕໍ່ ຄໍາຂູ່ຈາກເກົາຫລີເໜືອ


ການຊ້ອມລົບຂອງເກົາຫຼີໃຕ້
ການຊ້ອມລົບຂອງເກົາຫຼີໃຕ້

ເກົາຫຼີໃຕ້ໄດ້ທໍາການຊ້ອມລົບທີ່​ຈັດ​ຂຶ້ນ​ເປັນປະຈໍານັ້ນ ຢູ່ໃກ້ໆກັບ​ເຂດຊາຍ ແດນທາງ​ນໍ້າ
ທີ່​ເປັນ​ຈຸດ​ຜິດ​ຖຽງກັນກັບເກົາຫຼີເໜືອໃນວັນຈັນມື້ນີ້ ​ເຖິງ​ແມ່ນ​ໄດ້​ມີ​ການຂູ່ຈາກເກົາຫຼີເໜືອ
ວ່າ ຈະທໍາການຕອບໂຕ້ຖ້າວ່າຊາຍແດນຂອງ​ຕົນ​ຫາກຖືກລ່ວງລະເມີດ. ການຊ້ອມລົບ
ແມ່ນມີຮວມທັງການ​ໃຊ້​ ປືນໃຫຍ່ ​ປືນຄົກ ແລະ​ເຮືອບິນເຮຣິຄອບເຕີນໍາ.

ການກະຈາຍສຽງຈາກວິທະຍຸຂອງເກົາຫຼີເໜືອ ​ໄດ້ປະກາດເຕືອນກ່ຽວ​ກັບການຕອບໂຕ້
ຄືນ​ໂດ​ຍທັນທີ​ແລະ​ຢ່າງ​ບໍ່​ປານີ ຖ້າຫາກມີ​ການ​ຕິດຕາມ​ເຫັນວ່າ ຜິວນໍ້​າໃນ​ເຂດ​ຂອງ​ຕົນຖືກ​
ກະທົບກະ​ເທືອ​ນ​ແມ່ນ​ແຕ່​ແຖວ​ດຽວ​ກໍ​ຕາມ.

ນອກ​ນັ້ນ ທາງເກົາຫຼີເໜືອຍັງໄດ້ເຕືອນພວກປະຊາຊົນ​ທີ່ອາໄສຢູ່ຕາມເກາະແນວ​ໜ້າ
5 ເກາະຂອງ​ເກົາຫລີ​ໃຕ້ນັ້ນ ​ໃຫ້ຍົກຍ້າຍອອກ​ໄປເພື່ອຄວາມປອດໄພໃນ​ກໍລະນີ​ທີ່​ອາດ
ມີ​ການຍິງ​ປືນ​ໃຫຍ່ຕອບ​ໂຕ້​ຄືນ. ແຕ່​ເວລາ​ນີ້ ຍັງບໍ່ໄດ້ມີລາຍງານຂອງການເອົາບາດກ້າວ
ແຕ່ຢ່າງໃດເທື່ອ ຈາກທາງເກົາຫຼີເໜືອ.

ຂະນະ​ດຽວ​ກັນ ເກົາຫຼີໃຕ້ ແລະສະຫະລັດ ກໍມີ​ແຜນ​ຈະ​ທໍາ​ການຊ້ອມລົບ ຕໍ່ຕ້ານເຮືອດໍານໍ້າ
ຮ່ວມກັນ ໃນເຂດທະເລເຫຼືອງໃນອາທິດໜ້ານີ້ ຄືເລີ່ມແຕ່ວັນຈັນອາທິດໜ້ານີ້​ໄປ​ ຄູ່ພາຄີ
ທັງສອງຈະເລີ່ມບັ້ນ​ທໍາ​ອິດຂອງການຊ້ອມ​ລົບປະຈໍາປີ ຂະນາດໃຫຍ່ສອງ​ບັ້ນ​ຮ່ວມ​ກັນ​ ​
ທີ່ພົວພັນທະຫານຈໍານວນຫລາຍພັນຄົນຈາກທັງສອງປະເທດ.

XS
SM
MD
LG