ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ແລະເກົາຫລີໃຕ້ ປະທະວາຈາກັນ


ຖານທຕງປືນໃຫຍຂອງເກົາຫລີເໜືອ ຢູແຄມທະເລຝງຕາເວັນຕົກ
ຖານທຕງປືນໃຫຍຂອງເກົາຫລີເໜືອ ຢູແຄມທະເລຝງຕາເວັນຕົກ

ເກົາຫລີ​ເໜືອ​ແລະ​ເກົາຫລີ​ໃຕ້ໄດ້​ປະ​ທະວາ​ຈາ​ກັນ​ ໃນ​ວັນ​ພະ​ຫັດມື້​ນີ້ ນຶ່ງ​ມື້​ຫລັງ​ຈາກ​ມີການ
ຍິງ​ປືນ​ໃຫຍ່​ໃສ່​ກັນ​ໃນເຂດນ່ານນໍ້າໃກ້ໆ​ກັບ​ເຂດ​ຊາຍ​ແດນ​ທະ​ເລ​ເຫລືອງ​ຂອງ​ພວກ​ເຂົາ​ເຈົ້າ
ຊຶ່ງ​ພາ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ຂຶ້ນມາ​ໃໝ່​ນັ້ນ.

ໃນ​ຖະ​ແຫລ​ງການທີ່​ເປີດ​ເຜີຍ​ອອກ​ທາງ​ອົງການຂ່າວ​ທາງ​ການຂອງ​ຕົນ​ໃນ​ວັນ​ພະຫັດ​ມື້​ນີ້ ເກົາຫລີ​ເໜືອ​ໄດ້​ປະຕິ​ເສດ​ຢ່າງ​ສິ້ນ​ເຊີງຕໍ່​ການ​ກ່າວ​ຫາ​ຂອງ​ເກົາຫລີ​ໃຕ້ ​ທີ່​ວ່າ​ເກົາຫລີ​ເໜືອ​
ໄດ້​ຍິງ​ປືນໃຫຍ່​ໃສ່​ຕົນ​ຈໍານວນ​ນຶ່ງ ຊຶ່ງເຮັດ​ໃຫ້​ມີ​ການ​ຍິງຕອບ​ກັບ​ຄືນ​ໄປ​ໃນ​ວັນ​ພຸດ​ວານ​ນີ້.
ຖະ​ແຫລ​ງການເວົ້າ​ວ່າ ​ເກົາຫລີ​ໃຕ້​ຄົງ​ສັບ​ສົນ​ແລະເຂົ້າ​ໃຈ​ຜິດ ຄິດ​ວ່າ​ສຽງລະ​ເບີດ​ຢູ່​ບ່ອນກໍ່
ສ້າງ​ແຫ່ງ​ນຶ່ງ​ໃກ້ໆ​ກັບ​ຊາຍ​ແດນ​ນັ້ນເປັນ​ສຽງ​ປືນ​ໃຫຍ່.

ພວກ​ເຈົ້າ​ໜ້າ​ທີ່​ເກົາ​ຫລິ​ໃຕ້​ກ່າວ​ຕອບ​ໂຕ້​ວ່າ ບໍ່​ມີ​ຂໍ້​ສົງ​ໄສ​ໃດໆເລີຍວ່າ​ເກົາຫລີ​ເໜືອ​ໄດ້​ຍິງ​ປືນ​ໃຫຍ່ແທ້ ​ແລະວ່າ ​ການ​ກ່າວ​ອ້າງ​ຂອງ​ເກົາຫລີ​ເໜືອນັ້ນ ​ແມ່ນ​ເປັນ​ເລື່ອງ​ປົກກະຕິ​ທໍາ​ມະດາ ຂອງ​ປະ​ເທດ​ນຶ່ງ ທີ່​ເຄີຍປະຕິ​ເສດ​ມາ​ເປັນ​ປະ​ຈໍາ​ກ່ຽວ​ກັບການ​ເກາະ​ຜິດຕ່າງໆຂອງ​ຕົນ​ນັ້ນ.

ໃນໂອກາດ​ຖະ​ແຫລ​ງຕໍ່ພວກ​ນັກ​ຂ່າວ​ທີ່​ກຸງ​ໂຊນ​ໃນ​ວັນ​ພະຫັດ​ມື້​ນີ້ ທ່ານ​ພັນ​ກິ​ມູນ ​ເລຂາ
ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່າວວ່າ ການ​ຍິງ​ປືນ​ໃສ່​ກັນ​ນີ້​ ພາ​ໃຫ້​ທ່ານ​ມີ​ຄວາມ​ເປັນ​
ຫ່ວງ​ແລະເສຍ​ໃຈ ຊຶ່ງ​ທ່ານ​ກ່າວ​ວ່າ ມັນສະ​ແດງ​ໃຫ້​ເຫັນ​ວ່າ ສະຖານະ​ການ​ໃນ​ແຫລມ​ເກົາ
ຫລີ ​ຍັງ​ຄົງ​ບໍ່​ທຸ່ນ​ທ່ຽງ​ຢູ່.

XS
SM
MD
LG