ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫລີເໜືອ ຍ່າງອອກຈາກ ກອງປະຊຸມສອງຝ່າຍ


ພັນເອກ Moon Sang-gyun ແຫ່ງເກົາຫລີໃຕ້ຈັບມືກັບ ພັນເອກ Son-kwon ແຫ່ງເກົາຫລີເໜືອ ກ່ອນກອງປະຊຸມເລີ້ມຂຶ້ນທີ່ບ້ານ ຊາຍແດນ Panmunjom ວັນທີ 9 ກຸມພາ 2011.
ພັນເອກ Moon Sang-gyun ແຫ່ງເກົາຫລີໃຕ້ຈັບມືກັບ ພັນເອກ Son-kwon ແຫ່ງເກົາຫລີເໜືອ ກ່ອນກອງປະຊຸມເລີ້ມຂຶ້ນທີ່ບ້ານ ຊາຍແດນ Panmunjom ວັນທີ 9 ກຸມພາ 2011.

ເກົາຫລີ​ໃຕ້​ກ່າວ​ວ່າ ການເຈລະຈາ​ກັນທາງ​ທະຫານ​ເປັນ​ເວລາ 2 ມື້​ກັບ​ເກົາຫລີ​ເໜືອ​ໄດ້​ຢຸດ​ສະ​ງັກລົງ​ແລ້ວ ​ໂດຍ​ບໍ່​ໄດ້​ບັນລຸ​ຂໍ້​ຕົກລົງກັນ​ໃດໆ ຊຶ່ງ​ພາ​ໃຫ້​ຄວາມ​ຫວັງ​ຊັກ​ຊ້າ​ໄປ​ ໃນ​ການ​ຢາກ​ໃຫ້​ສາຍ​ພົວພັນທີ່​ເຄັ່ງ​ຕຶງ​ທາງ​ທະຫານ​ຜ່ອນ ຄາຍ​ລົງ​ລະຫວ່າງ​ສອງ​ປະ​ເທດ​ນັ້ນ.

ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້​ທ່ານ​ນຶ່ງ​ກ່າວ​ກັບ ວີ​ໂອ​ເອ ວ່າ ພວກ​ຜູ້ຕາງໜ້າ​ຝ່າຍ​ເກົາຫລີ​ເໜືອ​ໄດ້​ຍ່າງ​ອອກ​ຈາກ​ກອງ​ປະຊຸມທີ່​ໝູ່​ບ້ານ​ຊາຍ​ແດນ Panmunjom ​ໃນ​ຕອນ​ບ່າຍ​ມື້​ນີ້. ການເຈລະຈາ ກັນຄັ້ງນີ້​ ມີ​ວັດຖຸ​ປະສົງ​ເພື່ອ​ຈັດ​ແຈງ​ໃຫ້​ມີ​ການ​ພົບ​ປະກັນ​ໃນ​ລະດັບ​ສູງ​ລະຫວ່າງ​ພວກ​ນາຍ​ທະຫານ​ຂອງ​ສອງ​ປະ​ເທດ ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ຄວາມ​ເຄັ່ງ​ຕຶງ​ທີ່​ເກີດ​ຈາກ​ການ​ທີ່​ ​ພຽງ​ຢ້າງ​ໄດ້ຍິງ​ປືນ​ໃຫຍ່​ໂຈມ​ຕີ​ເກາະ​ນ້ອຍ​ແຫ່ງ​ນຶ່ງ​ຂອງ​ເກົາຫລີ​ໃຕ້​ໃນ​ເດືອນ​ພະຈິກ​ປີຜ່ານ​ນີ້.

ພວກ​ເຈົ້າ​ໜ້າ​ທີ່​ ບໍ່​ໄດ້​ໃຫ້​ຄໍາ​ຊີ້​ແຈງ​ໃດໆ​ ກ່ຽວ​ກັບ​ການພົບ​ປະກັນ​ທີ່ຢຸດ​ສະ​ງັກລົງ​ນີ້ ​ແຕ່​ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ​ເກົາຫລີ​ເໜືອ​ບໍ່​ຍອມຮັບ​ເອົາເງື່ອນ​ໄຂ 2 ຂໍ້​ຂອງ​ຝ່າຍ​ເກົາຫລີ​ໃຕ້​ ສໍາລັບ​ການ​ພົບ​ປະກັນໃນ​ລະດັບ​ສູງ​ນັ້ນ ​ໃນ​ລະຫວ່າງ​ການ​ພົບ​ປະ​ຫາລື​ກັນ​ເປັນ​ເວລາ​ຫລາຍ​ຊົ່ວໂມງ​ໃນ​ວັນ​ອັງຄານ​ແລະ​ວັນ​ພຸດ​ມື້​ນີ້.

ຝ່າຍ​ເກົາຫລີ​ໃຕ້​ຢືນ​ຢັດ​ວ່າ ກ່ອນ​ອື່ນ​ເກົາຫລີ​ເໜືອ​ຈະ​ຕ້ອງ​ຂໍໂທດເສຍ​ກ່ອນ​ສໍາລັບ​ການ​ຍິງ​ປືນ​ໃຫຍ່​ໂຈມ​ຕີ​ເກາະ Yongpyeong ​ໃນ​ວັນ​ທີ 23 ພະຈິກປີ​ກາຍ​ນີ້ ​ແລະ​ຍອມຮັບ​ຜິດ​ຊອບ​ໃນ​ການ​ຈົມ​ກໍາ​ປັ່ນ​ລົບ​ Cheonan ຂອງເກົາຫລີ​ໃຕ້​ໃນ​ເດືອນ​ມີນາປີ​ແລ້ວ​ນີ້. ຝ່າຍ​ເກົາຫລີ​ເໜືອ​ປະຕິ​ເສດ​ວ່າ ຕົນ​ບໍ່​ມີ​ບົດບາດ​ໃດໆ​ກ່ຽວ​ກັບ​ການ​ຈົມ​ນໍ້າຂອງ​ກໍາ​ປັ່ນລົບ Cheonan ນັ້ນ ​ແລະ​ອ້າງ​ວ່າ ​ເກົາຫລີ​ໃຕ້​ໄດ້​ເປັນ​ຜູ້​ເກາະ​ຜິດ​ໃນ​ເຫດການ​ໃນ​ເກາະ Yeonpyeong ນັ້ນ.

XS
SM
MD
LG