ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ຈັບ ສອດແນມເກົາຫລີເໜືອ


ແຜນທີ່ເກົາຫລີເໜືອ ທີ່ຕິດກັບເກົາຫລີໃຕ້ ແລະຈີນ
ແຜນທີ່ເກົາຫລີເໜືອ ທີ່ຕິດກັບເກົາຫລີໃຕ້ ແລະຈີນ
ເຈົ້າໜ້າທີ່ເກົາຫລີໃຕ້ເວົ້າວ່າ ຜູ້ຊາຍຄົນນຶ່ງທີ່ໂຕນໜີຈາກເກົາ
ຫລີເໜືອເມື່ອເກືອບສິບປີກ່ອນ ໄດ້ຖືກຈັບກຸມ ແລະຖືກກ່າວ
ຫາວ່າ ເປັນສາຍສືບສອດແນມ ໃຫ້ລັດຖະບານພຽງຢາງ.

ພວກເຈົ້າໜ້າທີ່ເວົ້າອີກວ່າ ຊາຍຄົນດັ່ງກ່າວ ທີ່ເຂົາເຈົ້າບໍ່ບອກຊື່
ໄດ້ເຮັດວຽກ ໃຫ້ຫ້ອງການລັດຖະບານເມືອງຂອງກຸງໂຊນ ທີ່ໃຫ້
ການສະໜັບສະໜຸນແກ່ ພວກທີ່ໂຕນໜີຈາກເກົາຫລີເໜືອ.

ຜູ້ກ່ຽວຖືກກ່າວຫາວ່າ ສົ່ງໄປໃຫ້ພຽງຢາງ ລາຍຊື່ຂອງພວກທີ່ໂຕນໜີຈາກເກົາຫລີເໜືອ ພ້ອມ ທັງລາຍລະອຽດຕ່າງໆ ກ່ຽວກັບການຕັ້ງຖິ່ນຖານ ແລະສະພາບການເປັນຢູ່ຂອງພວກເຂົາ ເຈົ້າ.

ເຈົ້າໜ້າທີ່ສືບລັບເກົາເກົາຫລີໃຕ້ເວົ້າວ່າ ເປັນທີ່ຮູ້ກັນວ່າ ຊາຍຄົນດັ່ງກ່າວ ໄດ້ໄປຢ້ຽມຢາມ ເກົາຫລີເໜືອຕັ້ງຫລາຍຄັ້ງ ຜ່ານຈີນ. ຜູ້ກ່ຽວໂຕນໜີຈາກເກົາຫລີເໜືອ ໃນປີ 2004 ແລະ ເຊື່ອກັນວ່າ ຍັງມີຄອບຄົວຢູ່ໃນເກົາຫລີເໜືອ.
XS
SM
MD
LG