ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ຊ້ອມລົບ ຍິງປືນໃຫຍ່ ໃຊ້ລູກກະສູນແທ້


ການຊ້ອມລົບຍິງປືນໃຫຍ່ຂງເກົາຫລີໃຕ້
ການຊ້ອມລົບຍິງປືນໃຫຍ່ຂງເກົາຫລີໃຕ້

ກອງທັບ​ເກົາຫລີ​ໃຕ້​ກ່າວ​ວ່າ ຕົນ​ໄດ້​ເລີ່​ມທໍາ​ການ​ຊ້ອມ​ລົບຍິງ​ປືນ​ໃຫຍ່​ໂດຍ​ໃຊ້​ລູກ​ກະ​ສູນ​ແທ້ ​ໃນ​ເຂດ​ນ່ານນໍ້າ​ຢູ້ທັງ​ສອງ​ກໍ້າ​ຂອງ​ແຫລມ​ເກົາຫລີ.

ກອງທັບ​ເກົາຫລີ​ໃຕ້​ໄດ້​ເຕືອນ​ພວກ​ເຮືອ​ຕ່າງໆ​ ໃຫ້​ຫລີກ​ເວ້ນການ​ເຂົ້າ​ໄປ​ໃນ​ບໍລິ​ເວນຕ່າງໆ 29 ​ແຫ່ງ​ ບ່ອນ​ທີ່ຈະ​ມີ​ການ​ເຝິກຊ້ອມ​ຍິງປືນ​ໃຫຍ່ ຮວມທັງ​ເຂດເກາະ Daechong ໃກ້ໆ​ກັບ​ຊາຍ​ແດນ​ທາງ​ທະ​ເລ​ທີ່​ເປັນ​ບັນຫາ​ຂັດ​ແຍ່ງ​ກັນກັບ​ເກົາຫລີ​ເໜືອ​ນັ້ນ.

ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ປະຕິ​ເສດ​ໃນ​ວັນ​ຈັນ​ມື້​ນີ້ ບໍ່​ຍອມ​ບອກ​ໃຫ້ຮູ້ຢ່າງ​ຄັກ​ແນ່ ​ກ່ຽວ​ກັບ​ບ່ອນ​ທີ່​ຈະ​ມີ​ການ​ເຝີ​ກຊ້ອມ​ຍິງ​ປືນ​ໃຫຍ່ນັ້ນ ​ແລະ​ລາຍ​ງານ​ສື່​ມວນ​ຊົນກ່າວ​ວ່າ ມາ​ຮອດເວລານີ້​ ຍັງ​ບໍ່​ທັນ​ມີ​ການ​ເຝິກຊ້ອມ​ຍິງ​ປືນ​ໃຫຍ່​ເທື່ອ​ ຢູ່​ໃກ້ໆ​ກັບ​ຊາຍ​ແດນ​ທະ​ເລກໍ້າ​ຕາ​ເວັນ​ຕົກ​ນັ້ນ.

ການ​ຊ້ອມ​ລົບ​ຍິງ​ປືນ​ໃຫຍ່​ໃນ​ທໍານອງ​ດຽວ​ກັນ​ຢູ່​ທີ່​ເກາະ Yeonpyeong ຊຶ່ງ​ເປັນ ອີກ​ເກາະ​ນຶ່ງ​ໃນ​ທະ​ເລ​ເຫລືອງ ​ໄດ້​ກະ​ຕຸ້ນ​ໃຫ້​ເກົາຫລີ​ເໜືອ​ເປີກ​ສາກ​ຍິງ​ປືນ​ໃຫຍ່​ໃສ່ ຊຶ່ງ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ 4 ຄົນ​ ໃນ​ວັນ​ທີ 23 ພະຈິກ​ຜ່ານ​ມາ​ນີ້.

ເກົາຫລີ​ເໜືອ​ໄດ້​ຕໍ​າໜິຕິຕຽນ​ການ​ຊ້ອມ​ລົບ​ທາງ​ທະ​ເລ​ຮອບ​ຫລ້າ​ສຸດ​ນີ້ ​ໂດຍ​ກ່າວ​ວ່າ ​ເປັນຄວາມ​ພະຍາຍາມ​ ເພື່ອ​ກໍ່​ສົງຄາມ​ໃໝ່​ຂຶ້ນ​.

XS
SM
MD
LG