ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ເກົາຫຼີໃຕ້ ແລະຍີ່ປຸ່ນ ຈະປະຊຸມກັນ ທີ່ກຸງໂຊລ


ແຜນທີ່ແຫຼມເກົາຫຼີ
ແຜນທີ່ແຫຼມເກົາຫຼີ

ເກົາ​ຫລີໃຕ້ກ່າ​ວວ່າ ​ຕົນຈະ​ເປັນ​ເຈົ້າ​ພາບ​ ໃນ​ການ​ເຈ​ລະ​ຈາ​ຫາລືກັນ​ກັບ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ
ປະ​ເທດຂອງສະຫະຣັດ​ແລະຍີ​ປຸ່ນ ທີ່​ກຸງໂຊ​ລໃນຕົ້ນ ​ອາ​ທິດ​ໜ້າ.

ເຈົ້າ​ໜ້າ​ທີ່​ລັດຖະບານ​ທີ່​ກຸ​ງ​ໂຊ​ລ ນະຄອນຫຼວງຂອງ​ເກົາຫຼີ​ໃຕ້ ໄດ້​ບອກ​ກັບນັກ​ຂ່າວ VOA
ວ່າ​ ການ​ປຶກສາຫາລືກ່ຽວ​ກັບ​ຄວາມ​ໝັ້ນຄົງສາມ​ຝ່າຍ ຈະ​ມີ​ຂື້ນ​ໃນ​ວັນ​ຈັນແລະວັນອັງຄານ
ຈະ​ມານີ້.

ພວກນັກວິເຄາະ​ກ່າວ​ວ່າ ​ມັນແມ່ນ​ພາກສ່ວນ​ນຶ່ງ​ ຂອງການສືບ​ຕໍ່​ການ​ສົນທະນາຫາລືລ​ະ
ຫວ່າງກຸງ​ໂຊ​ລ ວໍຊິງ​ຕັນ​ແລະ​ໂຕກ​ຽວ ກ່ຽວ​ກັບ​ແຜນປະຕິບັດ​ງານ​ສຸກ​ເສີນທີ່​ກ່ຽວຂ້ອງ​ກັບ
ເກົາຫລີ​ເໜືອແຕ່​ວ່າໂຄສົກ​ຄົນນຶ່ງຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫລີໃຕ້ບໍ່​ໄດ້ໃຫ້ຢືນຢັນ
ກ່ຽວ​ກັບ​ເລື້ອງ​ນີ້ ​ແລະ​ພຽງ​ແຕ່​ກ່າວ​ວ່າ ຈະ​ພົວພັນ​ກັບ​ເລື້ອງມະນຸດສະ​ທໍາ.

ສື່​ມວນ​ຊົນ​ໃນ​ກຸງໂຊ​ລ ລາຍ​ງານ​ວ່າ ນາຍ​ທະຫານ​ຊັ້ນ​ສູງ​ຂອງ​ເກົາຫລີໃຕ້ ​ແລະສະຫະລັດ
ໄດ້​ພົບປະກັນ​ທີ່ທຳນຽບຫ້າ​ແຈ ໃນ​ວັນ​ອັງ​ຄານ​ຜ່ານ​ມາ​ນີ້ ​ເພື່ອ​ເຊັນ​ສັນຍາຂັ້ນ​ຕົ້ນ ກ່ຽວ​ກັບ
ແຜນການ​ປະຕິບັດ​ງານ​ໃໝ່​ສຳລັບຮັບ​ມື​ກັບ​ການ​ທ້າ​ທາຍ​ເກາະ​ຜິດຂອງ​ເກົາຫລີ​ເໜືອທີ່​ອາດ
ມີ​ຂຶ້ນ.

XS
SM
MD
LG