ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Richardson ສິ້ນສຸດ ການຢ້ຽມຢາມເກົາຫຼີເໜືອ


ຜູ້ປົກຄອງລັດ New Mexico ທ່ານ Bill Richardson (ຊ້າຍ) ຖືກຕ້ອນຮັບໂດຍເຈົ້າໜ້າທີ່ເກົາຫຼີເໜືອຄົນນຶ່ງ ຂະນະທີ່ທ່ານເດີນທາງໄປຮອດສະໜາມບິນພຽງຢາງ (16 ທັນວາ 2010)
ຜູ້ປົກຄອງລັດ New Mexico ທ່ານ Bill Richardson (ຊ້າຍ) ຖືກຕ້ອນຮັບໂດຍເຈົ້າໜ້າທີ່ເກົາຫຼີເໜືອຄົນນຶ່ງ ຂະນະທີ່ທ່ານເດີນທາງໄປຮອດສະໜາມບິນພຽງຢາງ (16 ທັນວາ 2010)

ທ່ານ Bill Richardson ອະດີດນັກການທູດຂອງສະຫະ
ລັດກ່າວວ່າ ເກົາຫຼີເໜືອສຳນຶກໄດ້ວ່າ ຕົນໄດ້ດຳເນີນການ
ແຮງເກີນໄປແລ້ວໃນການຝ່າຝືນທ້າທ້າຍຕໍ່ປະຊາຄົມໂລກ
ແລະໄດ້ເອົາບາດກ້າວຖອຍຫຼັງກ້າວນຶ່ງ ໃນທິດທາງທີ່ຖືກ
ຕ້ອງ ໃນລະຫວ່າງການເຈລະຈາຂອງທ່ານໃນສັບປະດານີ້.

ໃນຕອນເດີນທາງກັບຄືນມາເຖິງ ນະຄອນປັກກິ່ງໃນວັນ
ອັງຄານມື້ນີ້ທ່ານ Richardson ກ່າວວ່າ ທ່ານຫວັງວ່າ
ການຢ້ຽມຢາມ ນະຄອນຫຼວງພຽງຢາງ ເປັນເວລາ 5 ມື້
ຂອງທ່ານນັ້ນ ໄດ້ເປີດໂອກາດສຳລັບການຮື້ຟື້ນ ການເຈ
ລະຈາ 6 ຝ່າຍຄືນໃໝ່ກັບເກົາຫຼີເໜືອ. ແຕ່ທ່ານກໍເວົ້າວ່າບັດນີ້ພຽງຢາງຕ້ອງໄດ້ປະຕິ
ບັດຕາມທີ່ຕົນໄດ້ເວົ້າໄປແລ້ວນັ້ນ.

ນອກນີ້ ທ່ານ Richardson ຍັງໄດ້ໃຫ້ການຢືນຢັນ ກ່ຽວກັບລາຍງານກ່ອນໜ້ານີ້ ທີ່ວ່າ
ເກົາຫຼີເໜືອໄດ້ສະເໜີ ໃນລະຫວ່າງການຢ້ຽມຢາມຂອງທ່ານທີ່​ຈະຮັບເອົາການກັບຄືນໄປ
ຍັງເກົາຫຼີເໜືອ ຂອງຄະນະກວດການິວເຄລຍອົງການສະຫະປະຊາຊາດ ທີ່ໄດ້ຖືກຂັບໄລ່
ອອກຈາກປະເທດໃນປີກາຍນີ້. ນອກນັ້ນ ເກົາຫຼີເໜືອຍັງໄດ້ສະເໜີ ທີ່ຈະຂາຍທ່ອນເຊື້ອ
ໄຟປລູໂຕນຽມ 12,000 ທ່ອນເພື່ອໃຫ້ສົ່ງອອກ​ໄປນອກປະເທດເພື່ອ​ເປັນການຄໍ້າປະກັນ
ວ່າ ທ່ອນເຊື້ອໄຟເຫຼົ່ານີ້ຈະບໍ່ຖືກນຳໄປໃຊ້ເຮັດອາວຸດນິວເຄລຍ.

XS
SM
MD
LG