ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫລີເໜືອ ແລະໃຕ້ ຈະເຈລະຈາກັນ ເລື້ອງຄອບຄົວທີ່ ພັດພາກຈາກກັນ


ຊາວເກົາຫລີໃຕ້ຢູ່ເທິງລົດບັດ ໂບກມືອໍາລາຕໍ່ພີ່ນ້ອງຂອງເຂົາເຈົ້າ ທີ່ເປັນຊາວເກົາຫລີເໜືອ ລຸນຫລັງທີ່ໄດ້ພົບກັນຊົ່ວຄາວ ຢູ່ ນບ່ອນຕາກອາກາດເທິງພູ Kumgang ໃນເກົາຫລີເໜືອ ໃນວັນທີ 5 ພະຈິກ 2010.
ຊາວເກົາຫລີໃຕ້ຢູ່ເທິງລົດບັດ ໂບກມືອໍາລາຕໍ່ພີ່ນ້ອງຂອງເຂົາເຈົ້າ ທີ່ເປັນຊາວເກົາຫລີເໜືອ ລຸນຫລັງທີ່ໄດ້ພົບກັນຊົ່ວຄາວ ຢູ່ ນບ່ອນຕາກອາກາດເທິງພູ Kumgang ໃນເກົາຫລີເໜືອ ໃນວັນທີ 5 ພະຈິກ 2010.
ເກົາຫລີເໜືອແລະເກົາຫລີໃຕ້ ໄດ້ຕົກລົງກັນໃນທາງຫລັກ
ການ ທີ່ຈະທໍາການເຈລະຈາກ່ຽວກັບການໃຫ້ມີການພົບ
ພໍ້ກັນຄືນອີກ ລະຫວ່າງຄອບຄົວທີ່ພັດພາກຈາກກັນ ຍ້ອນ
ສົງຄາມເກົາຫຼີນັ້ນ ອັນເປັນຮ່ອງຮອຍຫລ້າສຸດທີ່ປະກົດໃຫ້
ເຫັນວ່າ ເປັນການຜ່ອນຄາຍຄວາມເຄັ່ງຕຶງລະຫວ່າງຄູ່ສັດຕູ
ທັງສອງ.

ແຕ່ວ່າ ບໍ່ສາມາດຕົກລົງກັນໄດ້ກ່ຽວກັບວ່າຄວນຈະຈັດການ
ເຈລະຈາຂຶ້ນຢູ່ໃສດີ. ກຸງ ໂຊລໄດ້ສະເໜີໃຫ້ຈັດການພົບປະ
ກັນຂອງເຈົ້າໜ້າທີ່ສະພາກາແດງຂອງທັງສອງຝ່າຍ ຢູ່ໃນ
ບ້ານ Panmunjom ໃນເຂດຊາຍແດນນັ້ນ ໃນວັນສຸກ.
ອົງການຂ່າວ KCNA ຂອງທາງການກຸງພຽງຢາງ ໄດ້ຕອບຕໍ່ຄໍາສະເໜີນັ້ນ ໃນວັນອາ
ທິດວານນີ້ວ່າ ການພົບປະກັນຄວນຈັດຂຶ້ນຢູ່ໃນບ່ອນຕາກອາກາດເທິງພູ Kumgang
ໃນເກົາຫລີເໜືອ ຊຶ່ງເປັນບ່ອນທີ່ເຄີຍມີການດໍາເນີນທຸລະກິດດ້ານການທ່ອງທ່ຽວ ຮ່ວມກັນລະຫວ່າງ ສອງເກົາຫລີ.

ລັດຖະບານເກົາຫລີໃຕ້ເວົ້າວ່າ ຕົນເຫັນວ່າ ການຕອບຮັບຂອງເກົາຫລີເໜືອ ເປັນການ
ຕອບຮັບ “ໃນແງ່ດີ” ແຕ່ກໍຢືນຢັດວ່າ ການພົບປະກັນຄວນຈັດຂຶ້ນຢູ່ໃນບ້ານ
Panmunjom. ຍັງບໍ່ເປັນທີ່ແຈ້ງຂາວວ່າ ການຂັດແຍ້ງກັນເລື້ອງບ່ອນຈັດກອງປະຊຸມ
ນີ້ ຈະຖືກແກ້ໄຂແນວໃດ.

ອົງການຂ່າວ KCNA ເວົ້າອີກວ່າ ຄະນະກໍາມະການດ້ານການທ້ອນໂຮມເກົາຫລີ ຢ່າງ
ສັນຕິຂອງກຸງພຽງຢາງ ຢາກຈະຈັດໃຫ້ມີການເຈລະຈາກັນລະຫວ່າງສອງປະເທດເກົາ
ຫລີ ກ່ຽວກັບການໃຫ້ມີການຢ້ຽມຢາມພູ Kumgang ຂອງຊາວເກົາຫລີໃຕ້ ຄືນອີກນໍາ.

ສະຖານທີ່ຕາກອາກາດດັ່ງກ່າວ ໄດ້ເປັນແຫລ່ງສໍາຄັນທີ່ນໍາເອົາເງິນຕາຕ່າງປະເທດ
ໄປໃຫ້ບັນດາຜູ້ປົກຄອງປະເທດທີ່ຜະເດັດການຂອງເກົາຫລີເໜືອທີ່ທຸກຈົນນັ້ນ ຈົນ
ຮອດເວລາທີ່ເກົາຫລີໃຕ້ໄດ້ຍຸຕິການສົ່ງນັກທ່ອງທ່ຽວໄປໃນປີ 2008. ກຸງໂຊລ ໄດ້ງົດ
ການໄປຢ້ຽມຢາມສະຖານທີ່ດັ່ງກ່າວ ເພື່ອເປັນການປະທ້ວງຕໍ່ການທີ່ທະຫານ ຍາມ
ຊາຍແດນຂອງເກົາຫລີເໜືອ ໄດ້ຍິງນັກທ່ອງທ່ຽວແມ່ຍິງເກົາຫລີໃຕ້ຄົນນຶ່ງຕາຍ ຫລັງ
ຈາກຜູ້ກ່ຽວຫລົງທາງເຂົ້າໄປໃນເຂດຫວງຫ້າມ.

ກຸງໂຊລເວົ້າອີກວ່າ ຂໍ້ສະເໜີຂອງເກົາຫລີເໜືອທີ່ຢາກໃຫ້ທໍາການເຈລະຈາເລື້ອງການ
ຟື້ນຟູການທ່ອງທ່ຽວເທິງພູ Kumgang ຄືນໃໝ່ນັ້ນ ກໍາລັງໄດ້ຮັບການພິຈາລະນາ.
XS
SM
MD
LG