ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາ​ຫຼີ​ໃຕ້ ເຊົາ​ເວົ້າ​ວ່າ ເກົາ​ຫລີ​ເໜືອ "ເປັນ​ສັດ​ຕູ” ຢູ່​ໃນ​ເອ​ກະ​ສານ ນະ​ໂຍ​ບາຍ​ ທາງ​ທະ​ຫານ ໃໝ່ ​ຂອງ​ຕົນ


ເກົາ​ຫລີ​ໃຕ້ ແລະເກົາ​ຫລີ​ເໜືອ ໄດ້​ເປີດ​ປ້າຍ​ທີ່​ຂຽນ​ວ່າ ຈາກ ໂຊ​ລ ໄປ​ຫາ ພຽງ​ຢາງ ຢູ່​ໃນ​ພິ​ທີ​ເປີດ​ການເຊື່ອມ​ຕໍ່​ ທາງ​ລົດ​ໄຟ​ ແລະ​ຖະ​ໜົນໄປ​ຫາ​ສອງ​ປະ​ເທດ​ຄືນ​ອີກ ຢູ່​ສະ​ຖາ​ນີ​ລົດ​ໄຟປານ​ມູນ ໃນ​ແຂວງເຄ​ຊອງ ຂອງເກົາ​ຫລີ​ເໜືອ​ ໃນ​ວັນ​ທີ 26 ທັນ​ວາ, 2018
ເກົາ​ຫລີ​ໃຕ້ ແລະເກົາ​ຫລີ​ເໜືອ ໄດ້​ເປີດ​ປ້າຍ​ທີ່​ຂຽນ​ວ່າ ຈາກ ໂຊ​ລ ໄປ​ຫາ ພຽງ​ຢາງ ຢູ່​ໃນ​ພິ​ທີ​ເປີດ​ການເຊື່ອມ​ຕໍ່​ ທາງ​ລົດ​ໄຟ​ ແລະ​ຖະ​ໜົນໄປ​ຫາ​ສອງ​ປະ​ເທດ​ຄືນ​ອີກ ຢູ່​ສະ​ຖາ​ນີ​ລົດ​ໄຟປານ​ມູນ ໃນ​ແຂວງເຄ​ຊອງ ຂອງເກົາ​ຫລີ​ເໜືອ​ ໃນ​ວັນ​ທີ 26 ທັນ​ວາ, 2018

ເກົາ​ຫລີ​ໃຕ້ ເຊົາ​ກ່າວ​ເຖິງ ເກົາ​ຫລີ​ເໜືອ​ວ່າ "ເປັນ​ສັດ​ຕູ” ຂອງ​ຕົນ ຢູ່​ໃນ​ເອ​ກະ​ສານດ້ານ​ນະ​ໂຍ​ບາຍ​ທາງ​ທະ​ຫານ​ຂອງ​ຕົນ​ນັ້ນ ຊຶ່ງສໍ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ໂຄງ​ການ​ລິ​ເລີ້ມ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ມູນ ແຈ-ອິນ ເພື່ອ​ໃຫ້​ບັນ​ລຸ ການ​ຜ່ອນ​ຄາຍ​ຄວາມ​ເຄັ່ງ​ຕຶງ​ກັບ​ພຽງ​ຢາງ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້ລະ​ບຸເກົາ​ຫລີ​ເໜືອວ່າ ເປັນ​ສັດ​ຕູ ຢູ່​ໃນ​ເອ​ກະ​ສານ ດ້ານ​ນະ​ໂຍ​ບາຍ​ທີ່​ພິມ​ອອກ​ປີ​ລະ​ສອງ​ຄັ້ງນັບ​ແຕ່​ປີ 2010 ເປັນ​ຕົ້ນ​ມາ ໃນ​ເວ
ລາຊາວເກົາ​ຫລີໃຕ້ 50 ຄົນ ​ຖືກ​ຂ້າ​ຕາຍ​ຢູ່​ໃນ​ການ​ໂຈມ​ຕີ​ຫລາຍ​ຄັ້ງ ຢູ່​ເທິງ​ເກາະ​ແຫ່ງ​ນຶ່ງ ແລະເທິງ​ກຳ​ປັ່ນ​ລົບ ທີ່​ເວົ້າ​ວ່າ ພຽງ​ຢາງ​ເປັນ​ຜູ້​ເຮັດ​ນັ້ນ.

ການ​ທີ່ບໍ່​ເອົາ​ຄຳ​ວ່າ "ສັດ​ຕູ" ໝາຍ​ໃສ່ ຢູ່​ໃນ​ເອ​ກະ​ສານ ຂອງ​ປີ 2018 ທີ່​ພິມ​ເຜີຍ​ແຜ່​ອອກ​ໃນ​ວັນ​ອັງ​ຄານມື້ນີ້ ເບິ່ງ​ຄື​ວ່າ​ຈະ​ເຮັດ​ໃຫ້​ພວກ​ຫົວ​ອະ​ນຸ​ລັກ​ນິ​ຍົມ ໃນ ເກົາ​ຫລີ​ໃຕ້ ທີ່​ເວົ້າ​ວ່າ ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ປະທາ​ນາ​ທິ​ບໍ​ດີ​ມູນ ທີ່​ຈະ​ສ້າງ​ສາຍ​ສຳ​ພັນ​ທີ່​ດີ​ຂຶ້ນກວ່າ​ເກົ່າ​ກັບ​ລະ​ບອບ​ປົກ​ຄອງ​ຂອງ​ທ່ານ ກິມ ຈົງ​ອຶນ ເປັນ​ການບ່ອນ​ທຳ​ລາຍ ຈຸດ​ຢືນ​ໃນ​ການ​ປ້ອງ​ກັນ​ຊາດ ຂອງເກົາ​ຫລີໃຕ້​ນັ້ນ ໂກດ​ເຄືອງ.

​ກ່າວ​ຄຳປາ​ໄສຂອງ​ທ່ານ​ກິມ ໃນ​ມື້ວັນ​ຂຶ້ນ​ປີ​ໃໝ່ ໃນ​ປີ 2017 ນັ້ນ ທີ່ສະ​ເໜີ​ວ່າ ອາດ​ຈະ​ສົ່ງ​ນັກ​ກິ​ລາ​ຂອງ​ເກົາ​ຫລີ​ເໜືອ​ໄປ​ຮ່ວ​ມ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກລະ​ດູ​ໜາວທີ່​ຈັດ​ຂຶ້ນ​ຢູ່​ເມືອງພຽງ​ຈາງໃນ​ເກົາ​ຫລີ​ໃຕ້ນັ້ນ ໄດ້​ພາ​ໃຫ້​ເລີ້ມ​ຕົ້ນ ​ເກີດ​ມີ​ການ​ແກ້​ໄຂ​ທາງ​ການ​ທູດ​ນຳ​ກັນເປັນ​ຫລາຍໆງວດ ລວມ​ທັງ​ກອງ​ປະ​ຊຸມ​ສຸດຍອດ ກັບ​ປະ​ນາ​ທ​ນາ​ທິ​ບໍ​ດີ​ມູນ ສາມ​ຄັ້ງ.

ຄວາມ​ສຳ​ພັນ​ທາງ​ການ​ທູດ ທີ່​ຫາ​ກໍ​ມີ​ການ​ສ້າງ​ຕັ້ງໃໝ່ ຍັງ​ໄດ້​ນຳ​ໄປ​ສູ່​ມາດ​ຕະ​ການ​ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຈຳ​ນວນ​ນຶ່ງ ຮວມ​ທັງ​ການ​ທັບ​ປ້ອມ​ຍາມ
ຊາຍ​ແດນ​ທີ່​ຕິດ​ອາ​ວຸດ​ທັງ​ໝົດ ຢູ່​ໃນ​ອັນ​ທີ່​ເອີ້ນ​ວ່າ ​ເຂດ​ຮັກ​ສາ​ຄວາມ​ປອດ​ໄພ​ຮ່ວມ​ກັນ ທີ່​ຕັ້ງຢູ່​ພາຍ​ໃນ​ເຂດ​ປອດ​ທະ​ຫານ ຍາວ 250 ກິ​ໂລ​ແມັດ ບ່ອນ​ທີ່​ທະ
ຫານ​ຂອງ​ທັງ​ສອງ​ເກົາ​ຫຼີ ເຫັນ​ກັນ​ແບບ​ໜ້າ​ຕໍ່​ໜ້ານັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG