ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫົວໜ້າ ພັກລັດຖະບານ ເກົາຫຼີໃຕ້ ຢ້ຽມຢາມເກົາຫຼີເໜືອ


ຫົວໜ້າພັກໃຫຍ່ແຫ່ງຊາດຂອງລັດຖະບານເກົາຫຼີໃຕ້ ທ່ານ Hong Joon-pyo ໄປຢ້ຽມຢາມເຂດອຸດສາຫະກຳ Kaesong ໃນເກົາຫຼີເໜືອ (30 ກັນຍາ 2011)
ຫົວໜ້າພັກໃຫຍ່ແຫ່ງຊາດຂອງລັດຖະບານເກົາຫຼີໃຕ້ ທ່ານ Hong Joon-pyo ໄປຢ້ຽມຢາມເຂດອຸດສາຫະກຳ Kaesong ໃນເກົາຫຼີເໜືອ (30 ກັນຍາ 2011)

ຜູ້ນຳພັກລັດຖະບານຂອງເກົາຫຼີໃຕ້ ໄດ້ຂ້າມຊາຍແດນເຂົ້າໄປໃນເກົາຫຼີເໜືອໃນ ວັນສຸກມື້ນີ້
ເພື່ອທຳການຢ້ຽມຢາມ ເຂດອຸດສາຫະກຳ ທີ່ປະເທດທັງສອງບໍລິຫານງານຮ່ວມກັນ ເປັນເວ
ລານຶ່ງມື້.

ຜູ້ນຳພັກໃຫຍ່ແຫ່ງຊາດ ທ່ານ Hong Joon-pyo ກ່າວຕໍ່ພວກນັກຂ່າວກ່ອນອອກເດີນ
ທາງໄປຢ້ຽມຢາມເຂດ ອຸດສາຫະກຳ Kaesong ວ່າ ມັນເປັນພັນທະຂອງນັກການເມືອງ
ຄົນນຶ່ງ ທີ່ພະຍາຍາມຫາທາງປັບປຸງຄວາມສຳພັນໃຫ້ດີຂຶ້ນ.

ເຂດອຸດສາຫະກຳ Kaesong ທີ່ຕັ້ງຢູ່ເໜືອເສັ້ນແບ່ງຊາຍແດນຂຶ້ນໄປໜ້ອຍນຶ່ງນັ້ນ ມີໂຮງ ງານຂອງເກົາຫຼີໃຕ້ຫຼາຍໆໂຮງງານທີ່ວ່າຈ້າງແຮງງານຖືກໆຂອງເກົາຫຼີເໜືອ.

ທ່ານ Hong ປະກາດໃນຕົ້ນເດືອນນີ້ວ່າ ທ່ານເຕັມໃຈທີ່ຈະເດີນທາງໄປຢ້ຽມເຂດອຸດສາຫະ
ກຳດັ່ງກ່າວ ໃນຄວາມພະຍາຍາມເພື່ອປັບປຸງຄວາມສຳພັນລະຫວ່າງກຸງໂຊລ ແລະພຽງຢາງ
ໃຫ້ດີຂຶ້ນ.

XS
SM
MD
LG