ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວເກົາຫຼີ​ເໜືອທີ່​ໂຕນ​ໜີ​​ໄປ ເກົາຫຼີ​ໃຕ້ ມີຮອດ 2 ໝື່ນ ຄົນແລ້ວໃນ​ສາມ​ປີ​ທີ່​ຜ່ານ​ມາ


ນັກຮຽນທີ່ເປັນອົບພະຍົບຊາວເກົາຫຼີເໜືອ
ນັກຮຽນທີ່ເປັນອົບພະຍົບຊາວເກົາຫຼີເໜືອ

ເຈົ້າ​ໜ້າ​ທີ່ເກົາຫຼີ​ໃຕ້ກ່າວ​ວ່າ ຈໍານວນ​ຊາວ​ເກົາຫຼີ​ເໜືອ​ທີ່​ໂຕນ​ໜີໄປເກົາຫຼີ​ໃຕ້ນັ້ນ ມີຮອດ
20,000 ​ຄົນແລ້ວ ແລະ​ເກືອບ​ວ່າ​ເຄິ່ງນຶ່ງ​ໃນ​ນັ້ນ​ແມ່ນຫ​ລົບ​ໜີ​ເຂົ້າ​ມາ​ ໃນ​ຊ່ວງ​ສາມ​ປີ​
ທີ່​ຜ່ານ​ມາ.

ທາງ​ກະຊວງ​ທ້ອນ​ໂຮມເກົາຫຼີ​ຂອງເກົາຫຼີ​ໃຕ້ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຄວາມ​ຝືດ​ເຄືອງ
ແລະ​ລຳ​ບາກທາງເສດຖະກິດທີ່ເພີ່ມ​ທະວີຂຶ້ນ​ນັບ​ມື້ຢູ່ໃນເກົາຫຼີເໜືອ​ ແມ່ນເປັນສາ​ເຫດ
ທີ່​ພາ​ໃຫ້​ມີ​ຄົນ​ໂຕນ​ໜີ​ຫລາຍ​ຂຶ້ນ​.ຈໍານວນຊາວ​ເກົາຫຼີ​ເໜືອ​ທີ່​ໂຕນ​ໜີ​ໄປຍັງເກົາຫຼີ​ໃຕ້​
ນັບ​ແຕ່ປີ 2007 ​ເປັນ​ຕົ້ນ​ມາ​ ​ແມ່ນເກືອບ​ເທົ່າໆ​ກັນ​ກັບຈໍານວນ​ພວກ​ທີ່ໄດ້​ໂຕນ​ໜີ​ມາ
ຕະຫຼອດລະຍະ 54 ປີ ນັບ​ຕັ້ງ​ແຕ່ສົງຄາມ​ຂອງ​ເກົາ​ຫຼີສິ້ນ​ສຸດລົງ ​ໃນ​ປີ 1953​ ມາ​ຈົນ
ເຖິງ ປີ 2007.

ເຈົ້າ​ໜ້າ​ທີ່​ກະຊວງ​ທ້ອນ​ໂຮມເກົາຫຼີ​ກ່າວວ່າ ອົບ​ພະຍົບຄົນ​ທີ່ 20,000 ທີ່ໂຕນໜີ​ເຂົ້າ
ມາເກົາຫຼີ​ໃຕ້ນັ້ນ​ ແມ່ນ​ແມ່ຍິງ​ໄວ​ 41 ປີ ທີ່​ຫາ​ກໍ​ມາ​ເຖິງເກົາຫຼີ​ໃຕ້​ໃນ​ວັນ​ພະ​ຫັດ​ແລ້ວ​ນີ້
ພ້ອມ​ດ້ວຍ​ລູກ​ຊາຍ​ສອງ​ຄົນ.

ເວລາ​ເດີນທາງໄປເຖິງເກົາຫຼີ​ໃຕ້ນັ້ນ ຊາວເກົາຫຼີເໜືອທີ່​ໂຕນ​ໜີ​ມາ ຕ້ອງ​ໄດ້ເຂົ້າ​ໄປ​ອາ​
ໃສ​ຢູ່​ໃນ​ສູນ​ຮອງ​ຮັບ​ຊົ່ວຄາວ​ເປັນ​ເວລາ 3 ​ເດືອນ ເພື່ອ​ປັບ​ຕົວ, ຝຶກ​ອາຊີ​ບການງານ
ແລະຕຽມ​ຕົວ​ສໍາລັບການ​ຕັ້ງ​ຕົ້ນ​ຊີວິດໃໝ່​ ຢູ່​ໃນ​ປະ​ເທດ​ທຶນ​ນິຍົມ​ເກົາຫຼີ​ໃຕ້ນັ້ນ.

ພວກ​ໂຕນ​ໜີ​ມາ ສ່ວນ​ໃຫຍ່​ແມ່ນ​ເດີນທາງ​ຜ່ານ​ປະ​ເທດ​ຈີນ ກ່ອນ​ຈະ​ໄປ​ຮອດ​ເກົາຫຼີ​ໃຕ້.
ເຊື່ອ​ກັນ​ວ່າ ເວລາ​ນີ້ມີ​ຊາວ​ເກົາຫຼີ​ເໜືອ​ຫລາຍ​ໝື່ນ​ຄົນ​ໃຊ້​ຊີວິດແບບ​ລີ້ຊ່ອນ​ໂຕຢູ່​ໃນ​ປະ​ເທດ
ຈີນ ທີ່​ມີ​ສັນຍາ​ສົ່ງ​ອົບ​ພະຍົບກັບ​ຄືນ​ປະ​ເທດກັບ​ເກົາຫລີເໜືອ​ນັ້ນ.

XS
SM
MD
LG