ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານເກົາຫຼີໃຕ້ ຍິງປືນໃສ່ ເຮືອບິນໂດຍສານ


ເຮືອບິນໂດຍສານລຳນຶ່ງ ຂອງສາຍການບິນ Asiana ທີ່ພວມເວີ່ນລົງຈອດ ຢູ່ສະໜາມບິນນາໆຊາດ Incheon ທີ່ກຸງໂຊລ (18 ມິຖຸນາ 2011)
ເຮືອບິນໂດຍສານລຳນຶ່ງ ຂອງສາຍການບິນ Asiana ທີ່ພວມເວີ່ນລົງຈອດ ຢູ່ສະໜາມບິນນາໆຊາດ Incheon ທີ່ກຸງໂຊລ (18 ມິຖຸນາ 2011)

ພວກເຈົ້າໜ້າທີ່ກ່າວໃນວັນເສົາມື້ນີ້ວ່າ ທະຫານເກົາຫຼີໃຕ້ໄດ້ຍິງປືນໃສ່ເຮືອບິນໂດຍສານລຳ
ນຶ່ງທີ່ບັນທຸກຜູ້ໂດຍສານແລະພະນັກງານປະຈຳເຮືອບິນ 119 ຄົນ ຍ້ອນຄິດວ່າມັນເປັນເຮືອ
ບິນລົບຂອງເກົາຫຼີເໜືອ.

ທະຫານມາຣີນເກົາຫຼີໃຕ້ທີ່ປະຈຳການຢູ່ເກາະ Gyodong ທີ່ຕັ້ງຢູ່ແຄມທະເລທາງກໍ້າຕາເວັນ
ຕົກຂອງເກົາຫຼີໃຕ້ໄດ້ຍິງປືນຍາວ K-2 ຊຶ່ງມີລັກສະນະຄ້າຍຄືກັນກັບປືນ M-16 ໃສ່ເຮືອບິນ
ຂອງສາຍການບິນ ASIANA ທີ່ພວມບິນເວີ່ນລົງຈອດຢູ່ສະໜາມບິນ Incheon ໃນກຸງໂຊລ
ໃນວັນມື້ວັນສຸກວານນີ້.

ເຮືອບິນໂດຍສານລຳດັ່ງກ່າວ ພວມຢູ່ໃນຖ້ຽວບິນໄປແຕ່ປະເທດຈີນແລະບໍ່ໄດ້ຮັບຄວາມເສຍ
ຫາຍໃດໆ ຍ້ອນບໍ່ໄດ້ຢູ່ໃນລັດສະໝີຂອງປືນຍາວດັ່ງກ່າວ.

ພວກເຈົ້າໜ້າທີ່ກ່າວວ່າ ການລະດົມຍິງໃສ່ເຮືອບິນໂດຍສານທີ່ວ່ານີ້ ໃຊ້ເວລາປະ ມານ 10
ນາທີໂດຍທີ່ທະຫານທັງ 2 ຄົນໄດ້ຍິງປືນທັງໝົດປະມານ 99 ລູກ.

XS
SM
MD
LG