ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອ​ກະ​ສານ ​ຮົ່ວ​ໄຫ​ລ​ອອກ​ມາ​ ສະ​ແດງ​ໃຫ້​ເຫັນວ່າ ນະ​ໂຍ​ບາຍ​ພາຍ​ໃນ ​ເກົາ​ຫລີເໜືອ ຄັດ​ຄ້ານ​ຕໍ່ການ​ລົບ​ລ້າງ ອາ​ວຸດ​ນິວ​ເຄ​ລຍ


ພາບ​ທີ່​ເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ທີ 1 ມັງ​ກອນ, 2019 ໂດຍ ອົງ​ການ​ຂ່າວ KRT ຂອງ​ເກົາ​ຫລີ​ເໜືອ ສະ​ແດງ​ໃຫ້​ເຫັນພາບ ທ່ານ ກິມ ຈົງ​ອຶນ ກຳ​ລັງ​ກ່າວ​ຄຳ​ປາ​ໄສ ​ຕໍ່​ປະ​ຊາ​​ຊົນ ຢູ່​ໃນ​ເກົາ​ຫລີ​ເໜືອ.
ພາບ​ທີ່​ເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ທີ 1 ມັງ​ກອນ, 2019 ໂດຍ ອົງ​ການ​ຂ່າວ KRT ຂອງ​ເກົາ​ຫລີ​ເໜືອ ສະ​ແດງ​ໃຫ້​ເຫັນພາບ ທ່ານ ກິມ ຈົງ​ອຶນ ກຳ​ລັງ​ກ່າວ​ຄຳ​ປາ​ໄສ ​ຕໍ່​ປະ​ຊາ​​ຊົນ ຢູ່​ໃນ​ເກົາ​ຫລີ​ເໜືອ.

ເອ​ກະ​ສານ​ທາງ​ການ​ຂອງ​ເກົາ​ຫລີ​ເໜືອ​ສະ​ບັບ​ນຶ່ງທີ່​ວີ​ໂອ​ເອ​ໄດ້​ມາ ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ ກິມ​ ຈົງ ອຶນ ບໍ່​ມີ​ເຈດ​ຕະ​ນ​າ​ທີ່​ຈະ​ຍົກ​ເລີກ​ອາ​ວຸ​ດ​ນິວ​ເຄ​ລຍ​ຂອງ​ລະ​ບອບ​ການ​ປົກ​ຄອງ​ຂອງຕົນ, ຊຶ່ງ​ເປັນ​ທ່າ​ທີ​ທີ່​ຂັດ​ກັບ​ຄວາມ​ແນ່ໃຈ​ຂອງ​ລັດ​ຖະ​ບານ​ທ່ານທ​ຣຳ ທີ່​ຄິດ​ວ່າ​ເກົາ​ຫລີ​ເໜືອ​ຈະ​ລົບ​ລ້າງ​ອາ​ວຸດ​ນິວ​ເຄ​ລຍນັ້ນ.

ເອ​ກະ​ສານ​ດັ່ງ​ກ່າວ​ແມ່ນ​ຂໍ້​ແນະ​ນຳ​ໃນ​ການສິດສອນ ເພື່ອໃຊ້​ສອນເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ກ່ຽວ​ກັບ​ທ່າ​ທີ​ທາງ​ການຢູ່​ພາຍ​ໃນ​ຂອງ​ພຽງ​ຢາງ ກ່ອນກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 2 ກັບ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ​ຂອງ​ສະ​ຫະ​ລັດ. ເອ​ກະ​ສານນັ້ນ ໄດ້​ເວົ້າ​ຢ່າງ​ຈະ​ແຈ້ງວ່າ ທ່ານ​ກິມ​ແມ່ນເຫັນ​ກອງ​ປະ​ຊຸມ​ຢູ່​ຮາ​ໂນ່ຍວ່າ ຈະເປັນ​ການ ບັນ​ລຸ “ການ​ຕົກ​ລົງ​ຂັ້ນ​ສຸດ​ທ້າຍ” ໂດຍ​ເປັນວິ​ທີ​ການຮັບ​ຮູ້ເອົາແບບ​ນຶ່ງວ່າ ​ເປັນ “ປະ​ເທດທີ່​ມີ​ຍຸ​ດ​ທະ​ສາດ​ທາງ​ດ້ານນິວ​ເຄ​ລຍລະ​ດັບ​ໂລກ".

​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ​ຂອງ​ສະ​ຫະ​ລັດ ກັບ​ປະ​ທານ ກິມ ຈົງ ອຶນ ຂອງ​ເກົາ​ຫລີ​ເໜືອ ພົບ​ປະ​ກັນຢູ່ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 2 ຢູ່​ຮາ​ໂນ່ຍ, ວັນ​ທີ 28 ກຸມ​ພາ, 2019
​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ​ຂອງ​ສະ​ຫະ​ລັດ ກັບ​ປະ​ທານ ກິມ ຈົງ ອຶນ ຂອງ​ເກົາ​ຫລີ​ເໜືອ ພົບ​ປະ​ກັນຢູ່ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 2 ຢູ່​ຮາ​ໂນ່ຍ, ວັນ​ທີ 28 ກຸມ​ພາ, 2019

ມີ​ການ​ກ່າວອ້າງ​ເຖິງ​ຄຳ​ເວົ້າ​ຂອງ​ທ່ານ​ກິມ​ວ່າ ເພິ່ນ​ຈະ​ໃຊ້​ກອງ​ປະ​ຊຸມ​ດັ່ງ​ກ່າວ “ໃຫ້​ເປັນ​ການ​ລວບ​ລວມ​ກຳ​ລັງ​ທາງນິວ​ເຄ​ລຍ ທີ່​ພວກ​ເຮົາໄດ້​ສ້າງ​ຂຶ້ນ​ມາ.”

ກອງ​ປະ​ຊຸມ​ສຸດຍອດ​ຮາ​ໂນ່ຍ​ບໍ່​ສາ​ມາດ​ບັນ​ລຸ​ຂໍ້​ຕົກ​ລົງ​ກັນ​ໄດ້​ຍ້ອນ​ມີ​ຄວາມ​ເຫັນ​ທີ່​ຂັດ​ກັນ​ ກ່ຽວ​ກັບ​ການ​ລົບ​ລ້າງອາ​ວຸດ​ນິວ​ເຄ​ລຍ ແລະ​ຍົກ​ເລີກການ​ລົງ​ໂທດ.

ໃນ​ການ​ຕອບ​ຕໍ່​ເອ​ກະ​ສານ​ທີ່​ທາງວີ​ໂອ​ເອ​ໄດ້​ມາ​ໃນ​ວັນ​ອາ​ທິດ​ຜ່ານ​ມານີ້, ໂຄ​ສົກ​ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ທ່ານ​ນຶ່ງ ບອກວີ​ໂອ​ເອ ພະ​ແນກ​ພາ​ສາ​ເກົາ​ຫລີ​ ໃນ​ວັນ​ຈັນ​ວານນີ້​ວ່າ "ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຍັງ​ສືບ​ຕໍ່​ຍຶດ​ໝັ້ນ​ຕໍ່​ເປົ້າ​ໝາຍ​ທີ່​ຜູ້ນຳ​ທັງ​ສອງ​ໄດ້​ວາງ​ອອກ​ຢູ່​ໃນ​ກອງ​ປະ​ຊຸມ​ສຸດຍອດ​ໃນ​ສິງ​ກະ​ໂ​ປ​ທີ່​ແນ​ໃສ່ປ່ຽນ​ແປງ​ສາຍ​ພົວ​ພັນ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ເກົາ​ຫລີ​ເໜືອ, ສ້າງ​ສັນ​ຕິ​ພາບ​ທີ່​ຍືນຍາວ, ແລະ​ລົບ​ລ້າງ​ອາ​ວຸດ​ນິວ​ເຄ​ລຍ​ຢ່າງ​ສິ້ນ​ເຊີງ.”

ໂຄ​ສົກ​ທ່ານນັ້ນ​ກ່າວ​ຕໍ່​ໄປ​ວ່າ "ດັ່ງ​ທີ່​ທ່ານປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ເວົ້າ​ໄປ​ແລ້ວ ທ່ານ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ປະ​ທານ​ກິມ ຈະ​ປະ​ຕິ​ບັດ​ຕາມຄວາມ​ມຸ້ງ​ໝັ້ນ​ຂອງ​ຕົນໃນການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄ​ລຍ."

ສ່ວນ​ທ່ານໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ ກໍ​ໄດ້​ເວົ້າ​ຢ້ຳແລ້ວ ຢ້ຳອີກວ່າ ທ່ານ “ມີ​ຄວາມ​ເຊື່ອ​ໝັ້ນ” ວ່າ​ສະ​ຫະ​ລັດ​ຈະ​ມີ​ຄວາມ​ຄືບ​ໜ້າ​ ໃນ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄ​ລຍ ​ຂອງ​ເກົາ​ຫລີ​ເໜືອ.” ທ່ານ​ຍັງ​ເວົ້າ​ອີກ ວ່າ ທ່ານກິມ​ເວົ້າ​ກັບ​ທ່ານແບບ "ໜ້າ-ຕໍ່-ໜ້າກັນ, ເປັນ​ການສ່ວນ​ຕົວ" ວ່າ ທ່ານ​ຈະ​ລົບ​ລ້າງອາ​ວຸດ​ນິວ​ເຄ​ລຍ ​ຂອງ​ເກົາ​ຫລີ​ເໜືອ.”

ແລະ, ຢູ່​ໃນ​ການ​ໃຫ້​ສຳ​ພາດ​ທີ່​ນຳ​ອອກ​ອາ​ກາດ​ ໃນ​ວັນ​ອາ​ທິດ​ຜ່ານ​ມານັ້ນ ເມື່ອ ຜູ້​ຈັດ​ລາຍ​ການ George Stephanopoulos ຂອງ​ໂທ​ລະ​ພາບ ABC ຖາມ​ທ່ານ​ທ​ຣຳ​ວ່າ ທ່ານ​ຄິດ​ວ່າທ່ານ​ກິມຍັງ​ກຳ​ລັງ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ​ຢູ່ບໍ່, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕອບ​ວ່າ "ຂ້າ​ພ​ະ​ເຈົ້າ​ບໍ່​ຮູ້." ທ່ານທ​ຣຳ ​ກ່າວ​ຕໍ່​ໄປ​ວ່າ " ຂ້າ​ພ​ະ​ເຈົ້າ ຫວັງ​ວ່າ ບໍ່​ໄດ້​ເຮັດ. ທ່ານ​ໄດ້​ໃຫ້​ສັນ​ຍາ​ວ່າ ຈະ​ບໍ່​ເຮັດ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG