ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສົ່ງເຮືອບິນຖິ້ມລະເບີດ ຈາກເກາະກວາມ ໄປຮ່ວມ ການຊ້ອມລົບ ຢູ່ແຫຼມເກົາຫຼີ


ເຮືອບິນຖິ້ມລະເບີດ B-1B Lancer ລຳນຶ່ງ ຂອງກອງທັບອາກາດ ສະຫະລັດ ພວມເຕີມນໍ້າມັນ ໃນຂະນະທີ່ບິນປະຕິບັດງານເປັນເວລາ 10 ຊົ່ວໂມງ ໃກ້ເກາະ Kyushu ຂອງຍີ່ປຸ່ນ ຢູ່ເຂດທະເລຈີນຕາເວັນອອກ ແລະ ແຫລມເກົາຫລີ ຂອງມະຫາສະໝຸດປາຊີຟິກ ໃນວັນທີ 8, ສິງຫາ 2017.
ເຮືອບິນຖິ້ມລະເບີດ B-1B Lancer ລຳນຶ່ງ ຂອງກອງທັບອາກາດ ສະຫະລັດ ພວມເຕີມນໍ້າມັນ ໃນຂະນະທີ່ບິນປະຕິບັດງານເປັນເວລາ 10 ຊົ່ວໂມງ ໃກ້ເກາະ Kyushu ຂອງຍີ່ປຸ່ນ ຢູ່ເຂດທະເລຈີນຕາເວັນອອກ ແລະ ແຫລມເກົາຫລີ ຂອງມະຫາສະໝຸດປາຊີຟິກ ໃນວັນທີ 8, ສິງຫາ 2017.

ກອງທັບອາກາດຂອງສະຫະລັດເວົ້າວ່າ ຕົນໄດ້ສົ່ງເຮືອບິນຖິ້ມລະເບີດ B-1B ສອງ
ລໍາ ທີ່ປະຈໍາຢູ່ເກາະກວາມ ພ້ອມດ້ວຍເຮືອບິນລົບອາຍພົ່ນຈຳນວນນຶ່ງ ຈາກເກົາຫລີ
ໃຕ້ ແລະຍີ່ປຸ່ນ ໄປຮ່ວມການຊ້ອມລົບຢູ່ແຫລມເກົາຫລີ ໃນວັນພະຫັດວານນີ້.

ອົງການຂ່າວ KCNA ຂອງລັດຖະບານເກົາຫລີເໜືອ ໄດ້ຕອບໂຕ້ຢ່າງແຮງ ໃນວັນສຸກ
ມື້ນີ້ ຕໍ່ການຊ້ອມລົບດັ່ງກ່າວນັ້ນ ໂດຍເອີ້ນວ່າເປັນ "ການຊ້ອມລົບໃນການໂຈມຕີດ້ວຍ
ອາວຸດນີວເຄລຍ ແບບບໍ່ຄາດຄິດ."

ອົງການຂ່າວ KCNA ເວົ້າອີກວ່າ "ຄວາມເປັນຈິງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ
ແລ້ວວ່າ ຈັກກະພັດອາເມຣິກາ ທີ່ເປັນຄືພວກແກ້ງອັນຕະພານ ກໍາລັງເຮັດໃຫ້ສະຖາ
ນະການໃນແຫຼມເກົາຫລີຮ້າຍແຮງຂຶ້ນ ແລະຊອກຫາທາງຈຸດຄະນວນໃຫ້ເກີດສົງ
ຄາມນີວເຄລຍ."

ໃນຂະນະທີ່ ການຊ້ອມລົບດັ່ງກ່າວ ມີຂຶ້ນນຶ່ງວັນ ກ່ອນທີ່ປະທານາທິບໍດີທຣໍາ ມີແຜນ
ເດີນ ທາງເປັນເວລາ 12 ວັນໄປຢ້ຽມຢາມຍີ່ປຸ່ນ, ເກົາຫລີໃຕ້, ຈີນ, ຫວຽດນາມ ແລະຟີ
ລິບປິນກອງທັບອາກາດເວົ້າວ່າ ເຮືອບິນລົບດັ່ງກ່າວບໍ່ໄດ້ຖືກສົ່ງໄປເພື່ອເປັນການໂຕ້
ຕອບຕໍ່ "ເຫດ ການໃດໆ ໃນປັດຈຸບັນ."

ຢູ່ໃນຖະແຫລງການສະບັບນຶ່ງນັ້ນ ກອງທັບອາກາດເວົ້າວ່າ ການຊ້ອມລົບດັ່ງກ່າວ
ໄດ້ມີການວາງແຜນໄວ້ລ່ວງໜ້າແລ້ວ ແລະວ່າ ເຮືອບິນດັ່ງກ່າວນັບແຕ່ໄດ້ຖືກສົ່ງໄປ
ກໍໄດ້ "ກັບຄືນໄປສູ່ຖານທັບທີ່ປະຈໍາຢູ່ນັ້ນແລ້ວ."

ຄັ້ງສຸດທ້າຍທີ່ກອງທັບສະຫະລັດໄດ້ສົ່ງເຮືອບິນລົບອອກໄປປະຕິບັດງານ ແມ່ນວັນທີ
10 ຕຸລາ ໃນຕອນທີ່ປະທານາທິບໍດີທຣໍາ ພົບປະກັບບັນດາເຈົ້າໜ້າທີ່ປ້ອງກັນປະເທດ ເພື່ອປຶກສາຫາລືກັນວ່າ ຈະຕອບໂຕ້ຕໍ່ການນາບຂູ່ຂອງເກົາຫລີເໜືອແບບໃດ.

ທ່ານທຣໍາ ແລະຜູ້ນໍາເກົາຫລີເໜືອ ທ່ານ Kim Jong Un ໄດ້ທໍາສົງຄາມຄວາມເວົ້າ ໂດຍຜ່ານການຖະແຫຼງແບບເປີດເຜີຍນັບແຕ່ທ່ານທຣໍາໄດ້ຂຶ້ນກໍາຕໍາແໜ່ງໃນເດືອນ
ມັງກອນແລ້ວ ເປັນຕົ້ນມາ. ເກົາຫລີເໜືອ ໄດ້ເວົ້າວ່າ ຕົນເອງກໍາລັງເລັ່ງລັດໃນການ
ເຮັດລູກສອນໄຟທີ່ຕິດຫົວລະເບີດນີວເຄລຍ ທີ່ສາມາດຍິງມາເຖິງ ແຜ່ນດິນໃຫຍ່
ຂອງສະຫະລັດໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

U.S.-Korea Excercise
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG