ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢ້ຽມຢາມ ຈີນ ຂອງຜູ້ນຳ ເກົາຫລີເໜືອ


ອົງການຂ່າວຊິນຫົວ ຂອງທາງ ການຈີນລາຍງານວ່າ ຜູ້ນຳຂອງ ເກົາຫລີເໜືອ ທ່ານກິມ-ຈົງ-ອິລ ໄດ້ໃຫ້ການຢືນຢັນ ໃນຄວາມຕັ້ງໃຈ ທີ່ຈະເຮັດໃຫ້ ແຫຼມເກົາຫລີ ເປັນເຂດປອດ ນິວເຄລຍ ໃນລະຫວ່າງ ການເດີນທາງ ໄປຢ້ຽມຢາມປັກກິ່ງ ໃນສັບປະດານີ້.

ທ່ານກິມ ໄດ້ເຈລະຈາຫາລື ກັບທ່ານຫູຈິນເທົາ ປະທານປະເທດຈີນ ໃນມື້ວັນພຸດ ຜ່ານມາ ໃນການເດີນທາງໄປຢ້ຽມຢາມ ທີ່ຫ້ອມລ້ອມໄປດ້ວຍ ຄວາມລັບນັ້ນ. ອົງການຂ່າວສູນກາງ ຂອງທາງການ ເກົາຫລີເໜືອ ມີແຕ່ໃຫ້ການຢືນຢັນ ໃນວັນສຸກມື້ນີ້ວ່າ ທ່ານກິມໄດ້ເດີນທາງ ຢ່າງບໍ່ເປັນທາງການ ໄປຢ້ຽມຢາມ ປະເທດຈີນ ແຕ່ວັນທີ 3 ຫາວັນທີ 7 ພຶດສະພາ. ສື່ມວນຊົນ ຂອງເກົາຫລີເໜືອ ບໍ່ໄດ້ກ່າວເຖິງ ການພົບປະ ລະຫວ່າງ ພວກຜູ້ນຳທັງສອງ.

ອົງການຂ່າວ ຕ່າງປະເທດ ໄດ້ລາຍງານ ກ່ຽວກັບ ການເດີນທາງໄປຈີນ ຂອງທ່ານກິມ ແຕ່ ທັງປັກກິ່ງ ແລະພຽງຢາງ ຕ່າງກໍບໍ່ໄດ້ຍອມຮັບ ຢ່າງເປັນທາງການ ກ່ຽວກັບ ການຢ້ຽມຢາມ ດັ່ງກ່າວ ຊຶ່ງກໍເປັນການ ປະຕິບັດຕາມປົກກະຕິຢູ່ແລ້ວ ສຳລັບການຢ້ຽມຢາມໃນທຳນອງນີ້.

ຈີນເປັນເຈົ້າພາບ ໃນການເຈລະຈາ 6 ຝ່າຍ ເພື່ອທັບມ້າງ ໂຄງການສ້າງ ອາວຸດນິວເຄລຍ ຂອງເກົາຫລີເໜືອ ຊຶ່ງພຽງຢາງ ໄດ້ເລີ້ມບ໋ອຍຄອດ ມາແຕ່ປີກາຍນີ້.

XS
SM
MD
LG