ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສອງເກົາຫຼີ ຍົກເລີກ ຂໍ້ຕົກລົງ ທາງທະເລ


ເຮືອໄວ ຂອງກອງທັບເຮືອ ເກົາຫລີໃຕ້ ລາຕະເວນ ໃກ້ໆເກາະ Yeonpyong ໃນເຂດ ທະເລເຫຼືອງ ທາງກໍ້າຕາເວັນຕົກ ຂອງແຫຼມເກົາຫຼີ
ເຮືອໄວ ຂອງກອງທັບເຮືອ ເກົາຫລີໃຕ້ ລາຕະເວນ ໃກ້ໆເກາະ Yeonpyong ໃນເຂດ ທະເລເຫຼືອງ ທາງກໍ້າຕາເວັນຕົກ ຂອງແຫຼມເກົາຫຼີ

ເກົາຫຼີເໜືອ ກ່າວວ່າ ຕົນຈະຍົກ ເລີກ ຂໍ້ຕົກລົງ ກັບເກົາຫຼີໃຕ້ ທີ່ແນໃສ່ ເພື່ອປ້ອງກັນ ບໍ່ໃຫ້ເກີດ ການປະທະກັນ ໂດຍທີ່ບໍ່ໄດ້ຕັ້ງໃຈ ລະຫວ່າງ ກອງທັບເຮືອ ຂອງປະເທດທັງສອງ ຊຶ່ງເປັນການ ຕອບໂຕ້ລ່າສຸດ ຂອງພຽງຢາງ ຕໍ່ການຖືກ ກ່າວຫາວ່າ ເປັນຜູ້ຢູ່ເບື້ອງຫຼັງ ການຈົມກຳປັ່ນລົບ ເກົາຫຼີໃຕ້ນັ້ນ.

ກອງທັບ ເກົາຫຼີເໜືອ ປະກາດວ່າ ຕົນຈະຍົກເລີກ ຂໍ້ຕົກລົງດັ່ງກ່າວ ຢ່າງຊິ້ນເຊີງ ໃນຖະ ແຫຼງຂ່າວ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໂດຍອົງການ ຂ່າວສູນກາງ ຂອງທາງການ ເກົາຫຼີເໜືອ ໃນວັນພະຫັດມື້ນີ້. ເກົາຫຼີເໜືອ ເຕືອນວ່າ ຕົນຈະທຳການໂຈມຕີ ກຳປັ່ນລຳໃດກໍຕາມ ຂອງເກົາຫຼີໃຕ້ ທີ່ລ່ວງລະເມີດ ເຂົ້າໄປໃນ ເຂດນ່ານນໍ້າ ບໍລິເວນຊາຍແດນ ທີ່ຍັງມີ ການຂັດແຍ້ງກັນຢູ່.

ຖະແຫຼງຂ່າວ ສະບັບນີ້ ຍັງເວົ້າວ່າ ເກົາຫຼີເໜືອ ພວມພິຈາລະນາ ທີ່ຈະຕັດເສັ້ນທາງ ບໍ່ໃຫ້ເກົາຫຼີໃຕ້ ເຂົ້າໄປຫາ ເຂດອຸສາຫະກຳຮ່ວມ KAESONG ທີ່ຕັ້ງຢູ່ໃນ ບໍລິເວນ ຊາຍແດນ. ອຳນາດການປົກຄອງ ເກົາຫຼີເໜືອ ໄດ້ຂັບໄລ່ ພວກຄົນງານ ຂອງລັດຖະບານ ເກົາຫຼີໃຕ້ 8 ຄົນ ອອກໄປຈາກ ເຂດອຸສາຫະກຳຮ່ວມ KAESONG ໃນມື້ວັນພຸດ ວານນີ້.

ການເຕືອນ ຂອງພຽງຢາງ ມີຂຶ້ນໃນມື້ດຽວກັນ ກັບທີ່ເກົາຫຼີໃຕ້ ໄດ້ທຳການຊ້ອມລົບ ຕໍ່ຕ້ານເຮືອດຳນໍ້າ ຢູ່ນອກເຂດ ແຄມຝັ່ງທະເລ ກໍ້າຕາເວັນຕົກ. ການຊ້ອມ ລົບທີ່ວ່ານີ້ ມີຂຶ້ນຢູ່ທາງໃຕ້ລົງມາ ໃນເຂດທະເລເຫຼືອງ ໄກຈາກ ບໍລິເວນຊາຍແດນ ທີ່ກຳປັ່ນລົບ CHEONAN ລະເບີດ ແລະຈົມລົງສູ່ ພື້ນທະເລ ໃນວັນທີ 26 ມີນາ ຜ່ານມາ ທີ່ເຮັດໃຫ້ ທະຫານເຮືອ ເກົາຫຼີໃຕ້ 46 ຄົນ ເສຍຊີວິດໄປນັ້ນ.

XS
SM
MD
LG