ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດຮຽກຮ້ອງໃຫ້ຕອບ ໂຕ້ຕໍ່ການຈົມເຮືອເກົາຫຼີໃຕ້


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ ກ່າວວ່າ ໂລກມີໜ້າທີ່ ທີ່ຈະຕ້ອງຕອບໂຕ້ ຕໍ່ການຈົມ ກຳປັ່ນລົບ ຂອງເກົາຫລີໃຕ້ ທີ່ມີການຖິ້ມໂທດ ໃສ່ເກົາຫຼີເໜືອວ່າ ເປັນຜູ້ກະທຳນັ້ນ.

ທ່ານນາງຄລິນຕັນ ໃຫ້ທັດສະນະດັ່ງກ່າວ ທີ່ກຸງໂຊລ ໃນວັນພຸດມື້ນີ້ ບ່ອນທີ່ທ່ານນາງ ໄດ້ທຳການເຈລະຈາ ເປັນເວລາສັ້ນໆ ກັບປະທານາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG BAK ແລະລັດຖະມົນຕ ີການຕ່າງປະເທດ ທ່ານ YU MYUNG HWA ຊຶ່ງເປັນບ່ອນຢຸດແວ່ ບ່ອນສຸດທ້າຍ ໃນການຢ້ຽມຢາມ 3 ປະເທດ ໃນເຂດເອເຊຍ ຕາເວັນອອກ ເປັນເວລາ 6 ມື້ ຂອງທ່ານນາງ.

ທ່ານນາງ ເອີ້ນການໂຈມຕີ ກຳປັ່ນລົບ CHEONAN ໃນວັນທີ 26 ມີນາ ຜ່ານມານັ້ນວ່າ ເປັນການທ້າທາຍເກາະຜິດ ທີ່ຕ້ອງໄດ້ມີ ການເອົາມາຕະການ ຕອບໂຕ້ຢ່າງແຮງ ແລະດ້ວຍຄວາມຮອບຄອບ.

ນອກນັ້ນ ທ່ານນາງຄລິນຕັນ ຍັງຮຽກຮ້ອງໃຫ້ຈີນ ສຶກສາຢ່າງລະມັດລະວັງ ເບິ່ງເອກກະສານ ກ່ຽວຂ້ອງທັງໝົດ ໃນການຈົມ ກຳປັ່ນລົບ CHEONAN ເພື່ອໃຫ້ຈີນ ໄດ້ເຂົ້າໃຈ ຢ່າງແທ້ຈິງ ກ່ຽວກັບລາຍລະອຽດຕ່າງໆ. ທ່ານນາງເວົ້າວ່າ ບັນຫາທ້າທາຍ ໃນໄລຍະຍາວ ສຳລັບ ທຸກໆປະເທດ ຢູ່ໃນຂົງເຂດ ຮວມທັງຈີນ ກໍຄືການປ່ຽນທິດທາງ ຂອງເກົາຫລີເໜືອ.

ທີ່ນະຄອນຫຼວງປັກກິ່ງ ຮອງລັດຖະມົນຕີ ການຕ່າງປະເທດຈີນ ທ່ານ ZHANG ZHIJUN ກ່າວວ່າ ລັດຖະບານຈີນ ພວມທຳການສຶກສາ ເບິ່ງຂໍ້ເທັດຈິງ ກ່ຽວກັບເຫດການ ໃນກໍລະນີດັ່ງກ່າວ. ນາຍົກລັດຖະມົນຕີຈີນ ທ່ານເຫວັນ ເຈຍບາວ ຈະເດີນທາງ ໄປກຸງໂຊລ ໃນວັນສຸກ ມື້ອື່ນນີ້ ເພື່ອທຳການ ພົບປະສຸດຍອດ 3 ຝ່າຍ ກັບປະທານາທິບໍດີ LEE MYUNG BAK ຂອງເກົາຫລີໃຕ້ ແລະ ນາຍົກລັດຖະມົນຕີ ຢູກີໂອະ ຮາໂຕຢາມະ ຂອງຍີ່ປຸ່ນ.

XS
SM
MD
LG