ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ຖືກຕຳໜິ ເລື່ອງເກົາຫຼີເໜືອ


ລາຍງານ ຂອງສະພາຄວາມສຳພັນຕ່າງປະເທດ ກ່ຽວກັບ ເກົາຫຼີເໜືອ
ລາຍງານ ຂອງສະພາຄວາມສຳພັນຕ່າງປະເທດ ກ່ຽວກັບ ເກົາຫຼີເໜືອ

ກຸ່ມຄົ້ນຄວ້າ ແລະກຳນົດນະໂຍ ບາຍ ທີ່ມີສຳນັກງານ ຢູ່ສະຫະລັດກຸ່ມນຶ່ງ ຮຽກຮ້ອງໃຫ້ ສະຫະລັດ ເອົາບົດບາດ ແບບກະຕືລືລົ້ນ ຫຼາຍຂຶ້ນ ໃນການຮັບມື ກັບເກົາຫຼີເໜືອ.

ລາຍງານ ສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນອັງຄານມື້ນີ້ ໂດຍສະພາ ຄວາມສຳພັນ ຕ່າງປະເທດ ໄດ້ຕຳໜິຕິຕຽນ ວິທີການເຂົ້າຫາ ເກົາຫຼີເໜືອ ແລະການຮັບມືກັບໂຄງການ ນິວເຄລຍ ຂອງປະເທດດັ່ງກ່າວ ໂດຍລັດຖະບານ ທ່ານໂອບາມາ ນັ້ນວ່າ ດຳເນີນໄປ ແບບບໍ່ກະຕືລືລົ້ນ.

ສະພາ ຄວາມສຳພັນ ຕ່າງປະເທດ ເວົ້າວ່າ ການຂາດ ຄວາມຮີບຮ້ອນ ຂອງລັດຖະບານ ທ່ານໂອບາມາ ໃນການຮັບມື ກັບພຽງຢາງນັ້ນ ຈະນຳໄປສູ່ ການຮັບຮູ້ ແບບເປັນໄນໆວ່າ ເກົາຫຼີເໜືອ ເປັນມະຫາອຳນາດ ນິວເຄລຍ.

ລາຍງານສະບັບນີ້ ຮຽກຮ້ອງໃຫ້ ລັດຖະບານ ທ່ານໂອບາມາ ເພັ່ງເລັງໃສ່ ການປ້ອງກັນ ບໍ່ໃຫ້ເກົາຫຼີເໜືອ ເຜີຍແຜ່ ເທັກໂນໂລຈີ ໃນການເຮັດ ອາວຸດນິວເຄລຍ ຢູ່ຕ່າງປະເທດ ພ້ອມທັງຢຸດຕິ ເກົາຫຼີເໜືອ ບໍ່ໃຫ້ສ້າງ ອາວຸດນິວເຄລຍ ເພີ້ມຂຶ້ນ ແລະລຶບລ້າງ ອາວຸດ ດັ່ງກ່າວ ໃຫ້ໝົດສິ້ນໄປ ຈາກແຫຼມເກົາຫຼີ.

ສະຫະລັດ ແມ່ນນຶ່ງ ໃນບັນດາປະເທດ ທີ່ເຂົ້າຮ່ວມ ການເຈລະຈາ 6 ຝ່າຍ ທີ່​ໄດ້ຕົກຢູ່ ໃນສະພາບ ບໍ່ໄປບໍ່ມາ ທີ່ແນໃສ່ ເພື່ອຢຸດຕິ ໂຄງການສ້າງ ອາວຸດນິວເຄລຍ ຂອງເກົາຫຼີ ເໜືອນັ້ນ.

XS
SM
MD
LG