ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີເໜືອຊັບຊ້ອນ ຄະນະນຳພາ


ແຜນທີ່ເກົາຫຼີເໜືອ
ແຜນທີ່ເກົາຫຼີເໜືອ

ໃນສັບປະດາ​ແລ້ວນີ້ ເກົາຫຼີເໜືອ ໄດ້ຈັດກອງປະຊຸມ ສະພາສະໄໝ ທີ 2 ປະຈຳ​ປີ ທີ່ບໍ່ຄ່ອຍມີ​ຂຶ້ນນັ້ນ ເພື່ອຊັບຊ້ອນ ຄະນະນຳພາ ອະວຸໂສ ຈຳນວນ ນຶ່ງ. ໃນນັ້ນ ແມ່ນຮວມທັງ ການແຕ່ງຕັ້ງ ນາຍົກລັດຖະມົນຕີ ຄົນໃໝ່ ແທນຄົນເກົ່າ ທີ່ຖືກຖິ້ມໂທດໃສ່ວ່າ ໄດ້ດຳເນີນການ ຢ່າງຜິດພາດ​ ໃນ​ການ​ບໍລິຫານ ເສດຖະກິດ. ນອກ​ນັ້ນ ຍັງ​ມີການຂຶ້ນຊັ້ນ ໃຫ້ແກ່ ສະມາຊິກຄົນນຶ່ງ ໃນຄອບຄົວ ຂອງທ່ານກິມ-ຈົງ-ອິລ ຜູ້ນຳສູງສຸດ ຂອງເກົາຫຼີເໜືອ.

ສະພາປະຊາຊົນສູງສຸດ ຂອງເກົາຫຼີເໜືອ ໄດ້ປະກາດ ໃນສັບປະດາ​ແລ້ວນີ້ ການຂຶ້ນຊັ້ນ ໃຫ້ທ່ານ JANG SONG TAEK ເປັນຮອງປະທານ ຂອງ ຄະນະກຳມາທິການ ປ້ອງກັນຊາດ ຂອງເກົາຫຼີເໜືອ ຈາກຕຳ​ແໜ່​ງ ສະມາຊິກ ທຳມະດາໆ ຄົນ​ນຶ່ງ. ຄະນະກຳມາທິການ ດັ່ງກ່າວ ຊຶ່ງເປັນຜູ້ດູແລ ກຳກັບນຳ ເລື່ອງກອງທັບ ແມ່ນນຶ່ງ ໃນບັນດາ ອົງການຈັດຕັ້ງ ທີ່ມີອິດທິພົນ ທີ່ສຸດ ຂອງລັດຖະບານ ເກົາຫຼີເໜືອ ທີ່ໃຫ້ຄວາມສຳຄັນ ທາງດ້ານທະຫານ ເປັນນຶ່ງນັ້ນ. ທ່ານກິມ-ຈົງ-ອິລ ເປັນປະທານ ຄະນະກຳມາທິການ ທີ່​ວ່າ​ນີ້ ຊຶ່ງ​ຕຳ​ແໜ່​ງ ດັ່ງກ່າວ ​ໄດ້ເຮັດໃຫ້ທ່ານເ ປັນຜູ້ນຳປະ ເທດ ທີ່ບໍ່ມີຜູ້​ໃດ​ກ້າ ​ຕັ້ງຄຳຖາມໃດໆເລີຍ.

ທ່ານ CHEONG SEONG JANG ນັກຄົ້ນຄວ້າ ອະວຸໂສ ທີ່ສະຖາບັນ SEJONG ໃນກຸງໂຊລ ກ່າວວ່າ ໃນບາງດ້ານນັ້ນ ທ່ານ JANG ສາມາດປຽບທຽບ ໃສ່ທ່ານກິມ-ຈົງ-ອິລໄດ້.
// ສຽງ ທ່ານ CHEONG ເປັນພາສາເກົາຫລີ //

ທ່ານ CHEONG ເວົ້າວ່າ ບໍ່ຄືຜູ້ນຳຄົນອື່ນໆ ໃນເກົາຫຼີເໜືອ ທ່ານ JANG ​ແມ່ນ​ມີ​ອຳ​ນາດ ທີ່ກວມ​ເອົາ ທັງພັກຄອມມູນິດ ກອງທັບ ແລະວົງການ ລັດຖະກອນ ບໍ່​ຕ່າງ​ຫຍັງຫຼາຍ ກັບທ່ານກິມ-ຈົງ-ອິລ. ນອກນັ້ນ ທ່ານ JANG ຍັງມີຕາໜ່າງມະນຸດ ຢ່າງກວ້າງຂວາງ ຢູ່ໃນທັງ 3 ຂະແໜງການ ທີ່ກ່າວ​ມານັ້ນ ແລະວ່າ ນອກນີ້​ແລ້ວ ທ່ານ JANG ຍັງເປັນບຸກຄົນ ທີ່ມີປະສົບພະການ ໃນຫຼາຍໆພາກສ່ວນ ຂອງລັດຖະບານ ຫຼາຍກວ່າຜູ້ນຳ ຄົນອື່ນໆ ຂອງເກົາຫຼີເໜືອ.

ນອກນັ້ນແລ້ວ ທ່ານ JANG SONG TAEK ຍັງໄດ້ປຽບ ​ໃນອີກດ້ານນຶ່ງ ຖ້າເວົ້າເຖິງ ຄວາມກ້າວໜ້າ ຢູ່ໃນເກົາຫຼີເໜືອ ນັ້ນກໍຄືຜູ້​ກ່ຽວເປັນ ນ້ອງເຂີຍ ຂອງທ່ານ ກິມ-ຈົງ-ອິລ. ພວກນັກຊ່ຽວຊານ ເວົ້າວ່າ ຖານະດັ່ງກ່າວ ໄດ້ເຮັດໃຫ້ລາວ ເປັນຜູ້ມີ ບົດບາດສຳຄັນ ໃນອັນທີ່ ໄດ້ກາຍເປັນບັນຫາ ອັນຮີບດ່ວນ ສຳລັບພຽງຢາງ ຄື​ການກະກຽມ ແຜ້ວທາງໃຫ້ແກ່ ຜູ້ທີ່ຈະ ສືບທອດອຳນາດ ຕໍ່ຈາກທ່ານກິມ.

ເປັນທີ່ເຊື່ອກັນວ່າ ຜູ້ນຳຂອງ ເກົາຫຼີເໜືອ ໄດ້ເປັນລົມສາລະບາດ ໃນກາງ ປີ 2008 ແລະລາຍງານຂ່າວ ຂອງສື່ມວນຊົນ ຈຳນວນນຶ່ງເວົ້າວ່າ ສຸຂະພາບ ຂອງທ່ານ ກຳລັງຊຸດໂຊມ ລົງນຳທຸກມື້. ບິດາຂອງທ່ານ ຄືມື້ລາງ ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ-ອິລ-ຊຸງ ໄດ້​ໃຊ້ເວລາ ຫຼາຍທົດສະວັດ ​ເພື່ອກະກຽມລູກ​ຊາຍ ໃຫ້​ສືບ​ທອດອຳນາດ ຕໍ່​ຈາກ​ຕົນ. ແຕ່ກົງກັນຂ້າມກັນ ພວກນັກວິເຄາະ ປະຈຳຂົງເຂດ ຄິດວ່າ ທ່ານກິມ ຫາ​ກໍໄດ້ແຕ່ງຕັ້ງ ລູກຊາຍຫຼ້າ ທ້າວ KIM JONG UN ​ໃຫ້ເຂົ້າຮັບ ຕຳແໜ່ງແທນທ່ານ ເມື່ອສອງສາມປີ ຜ່ານມານີ້​ເອງ.

ເປັນທີ່ເຊື່ອກັນວ່າ ທ່ານ JANG SONG TAEK ເປັນຜູ້ຄຸ້ມຄອງ ທີ່ໄວ້ໃຈໄດ້ ແລະຜູ້ສິດສອນ ລູກຊາຍຫຼ້າ ຂອງທ່ານກິມ.
ທ່ານ KO YU HWAN ສາສະດາຈານສອນ ວິຊາການສຶກສາ ກ່ຽວກັບ ເກົາຫຼີເໜືອ ທີ່ມະຫາວິທະຍາໄລ DONGKUK ໃນກຸງໂຊລ ກ່າວວ່າ ທ່ານ JANG SONG TAEK ຈະມີບົດບາດສຳຄັນ ໃນການໂອນອຳນາດ.
// ສຽງ ທ່ານ KO //

ທ່ານ KO ​ເວົ້າວ່າ ການຂຶ້ນຊັ້ນ ໃຫ້ທ່ານ JANG ຈະຊ່ອຍເຮັດໃຫ້ ການສືບທອດອຳນາດ ຂອງທ້າວ KIM JONG UN ເປັນທີ່ຖືກຕ້ອງ ຊອບທຳ ຕາມກົດໝາຍ ໃນກໍລະນີ ທີ່ເກີດເຫດການສຸກເສີນ ກ່ຽວກັບສຸຂະພາບ ຂອງທ່ານກິມ-ຈົງ-ອິລ ຫຼືມີການປ່ຽນແປງ ອຳນາດ ຢ່າງກະທັນຫັນ ໃນ ເກົາຫຼີເໜືອ. ທ່ານເວົ້າວ່າ ທ້າວ KIM JONG UN ແມ່ນຍັງນ້ອຍໂພດ ທີ່ຈະຖືກແຕ່ງຕັ້ງ ໃຫ້ເປັນຜູ້ສືບທອດອຳນາດ ຢ່າງເປັນທາງການໄດ້ ແຕ່ທ່ານ JANG ຊຶ່ງເປັນຜູ້ປົກຄອງ ຂອງທ້າວ KIM JONG UN ສາມາດ ປະຕິບັດ​ໜ້າ​ທີ່ ​ເປັນ​ຜູ້​ຮັກສາ​ການ ​ແທນ​ໄດ້. ທ່ານ KO ກ່າວວ່າ ການມີທ່ານ JANG ແລະສະມັກພັກພວກ ທີ່ໃກ້ຊິດ ຢູ່ໃນຕຳແໜ່ງ ແລ້ວນັ້ນ ອຳນວຍ​ໃຫ້​ ພຽງ​ຢາງ ມີນະໂຍບາຍ ທາງເລືອກ ທີ່ພິກແພງໄດ້.

ທ່ານ YANG MOO JIN ນັກວິຊາການ ກ່ຽວກັບເກົາຫຼີເໜືອ ທີ່ສອນຂັ້ນ ປລິນຍາໂທ ຂອງ ມະວິທະຍາໄລ KYUNGNAM ຂອງເກົາຫຼີໃຕ້ ກ່າວວ່າ ທ່ານ JANG ຈະ​ເປັນ​ຜູ້ ມີບົດບາດສຳຄັນ ​ແມ່ນແຕ່ກ່ອນ ການສືບທອດ ອຳນາດ ຈະ​ມີ​ຂຶ້ນ.
// ສຽງ ທ່ານ YANG //

ທ່ານ YANG ກ່າວວ່າ ທ່ານ JANG SONG TAEK ຈະມີບົດບາດ ທີ່ສຳຄັນ ໃນການປະສານງານ ດ້ານການສື່ສານ ລະຫວ່າງທ່ານກິມ ຈົງ-ອິລ ແລະ ຜູ້ສືບທອດອຳນາດ. ນອກນັ້ນ ທ່ານຍັງຈະໄດ້ ດຳເນີນງານ ໃນການເຮັດຂໍ້ຕົກລົງ ກັບຈີນ ທີ່ອາດສາມາດ ປັບປຸງຊີວິດ ການເປັນຢູ່ ຂອງປະຊາຊົນ ​ໃຫ້​ດີ​ຂຶ້ນ ແລະຊ່ອຍນຳພາ ​ປະ​ເທດ​ຊາດ​ ໃຫ້​ຜ່ານ​ພົ້ນ ວິກິດການ ເສດຖະກິດ. ທ່ານ YANG ກ່າວຕື່ມວ່າ ກອງປະຊຸມ ປ່ຽນແປງ ຄະນະນຳພາ ຂອງສະພາ ເກົາຫຼີເໜືອ ໃນອາທິດແລ້ວນີ້ ແມ່ນ​ເປັນ​ການມອບໝາຍ​ ໃຫ້ທ່ານ JANG ມີຄວາມຮັບຜິດຊອບ ທາງການ ທີ່ສອດຄ່ອງຫຼາຍຂຶ້ນ ກັບຖານະບົດບາດ ທີ່ທ່ານໄດ້ຊົມໃຊ້ ຢູ່ແລ້ວ ໃນໂຄງສ້າງ ທາງອຳນາດ ຂອງເກົາຫຼີເໜືອນັ້ນ.

ພວກນັກເສດຖະສາດ ກ່າວວ່າ ລັດຖະບານ ເກົາຫຼີເໜືອ ໄດ້ເສຍໜ້າ ຢ່າງໃຫຍ່ ໃຫ້ປະຊາຊົນ ຂອງຕົນ ຫຼັງຈາກໄດ້ ທຳການປະຕິຮູບ ເງິນຕາ ແບບບໍ່ມີການ ຄາດຄິດ ເມື່ອເດືອນພະຈິກ ປີກາຍ ຊຶ່ງ​ການ​ເຄື່ອນ​ໄຫວ ​ດັ່ງກ່າວ ໄດ້ເຮັດໃຫ້ ເງິນທີ່ປະຊາຊົນ ທ້ອນຫອມໄວ້ ຫຼາຍລ້ານໂດລາ ກາຍເປັນເງິນ ທີ່ບໍ່ມີຄ່າ ແລະພາໃຫ້ເກີດ ສະພາບເງິນເຟີ້ ຢ່າງຮ້າຍແຮງ ໃນລາຄາ ອາຫານການກິນ ຂັ້ນພື້ນຖານ.

ໃນກອງປະຊຸມ ສະພາສະໄໝດຽວກັນ ກັບທີ່ໄດ້ຂຶ້ນຊັ້ນ ໃຫ້ແກ່ທ່ານ JANG ນັ້ນ ພຽງຢາງກໍໄດ້ປົດ ນາຍົກລັດຖະມົນຕີ ທ່ານ KIM YONG IL. ມີລາຍງານວ່າ ທ່ານ KIM ໄດ້ທຳການ ຂໍຂະມາໂທດ ແບບທີ່ບໍ່ຄ່ອຍ ໄດ້ຍິນກັນ ກ່ຽວກັບ ການປະຕິຮູບ ການເງິນ ໃນກອງປະຊຸມ ປິດ​ລັບ ຂອງພັກ ເມື່ອຕົ້ນປີນີ້.

ທ່ານ KIM YOUNG SOO ນັກຊ່ຽວຊານ ກ່ຽວກັບ ເກົາຫຼີເໜືອ ທີ່ມະຫາວິທະຍາໄລ SOGAN ໃນກຸງໂຊລກ່າວວ່າ ອະດີດ ນາຍົກລັດຖະມົນຕີ ເກົາຫຼີເໜືອ ແລະເຈົ້າໜ້າທີ່ ລະດັບລັດຖະມົນຕີ ອີກຫຼາຍໆຄົນ ທີ່ໄດ້ຖືກປົດນັ້ນ ແມ່ ເປັນພຽງ ແພະຮັບບາບ.
// ສຽງ ທ່ານ KIM //

ທ່ານ KIM ເວົ້າວ່າ ເກົາຫຼີເໜືອ ໄດ້ໃຊ້ຄຳວ່າ ເອີ້ນຄືນ ໃນການປະກາດ ປົດນາຍົກລັດຖະມົນຕີ ແລະຮອງນາຍົກ ຫຼາຍໆຄົນນັ້ນ. ທ່ານກ່າວວ່າ ຄຳເວົ້າ ດັ່ງກ່າວນີ້ ແມ່ນປາກົດ ຢູ່ໃນລັດຖະທຳມະນູນ ຂອງເກົາຫຼີເໜືອ ແລະບໍ່ຄ່ອຍ ໄດ້ໃຊ້ກັນ ແຕ່​ຄວາມ​ໝາຍ ໃນກໍລະນີນີ້ ແມ່ນ​ເປັນການຖິ້ມໂທດ ໃສ່. ທ່ານກ່າວວ່າ ພວກເຈົ້າໜ້າທີ່ໆຖືກປົດ ແມ່ນຖືກ​ບົ່ງ​ວ່າ ຜູ້ຮັບຜິດຊອບ ຕໍ່​ຄວາມ​ຜິດພາດ​ຕ່າງໆ ທີ່​ໄດ້​ມີ​ຂຶ້ນ​ ຊຶ່ງ​ໃນ​ ຂະນະ​ດຽວ​ກັນ ກໍເປັນ​ຄຳ​ປະກາດ ເປັນໄນໆວ່າ ທ່ານກິມ-ຈົງ-ອິລນັ້ນ ບໍ່ໄດ້ມີຄວາມຜິດ ຫລື​ກະທຳ​ ຄວາມ​ຜິດ​ພາດ ແຕ່ປະການໃດເລີຍ.

ໄດ້ມີລາຍງານຂ່າວ ຢ່າງກວ້າງຂວາງວ່າ ເກົາຫຼີເໜືອ ໄດ້ປະຫານຊີວິດ ເຈົ້າໜ້າທີ່ພັກ ອະວຸໂສຄົນນຶ່ງ ໃນຕົ້ນປີນີ້ ໃນຄວາມພະຍາຍາມ ເພື່ອຫັນເຫ ຄວາມໂກດແຄ້ນ ຂອງປະຊາຊົນ ຕໍ່ການປະຕິຮູບ ການເງິນ ທີ່ປະສົບກັບ ຄວາມລົ້ມແຫຼວນັ້ນ ອອກ​ໄປ​ຈາກ ​ລັດຖະບານ.

XS
SM
MD
LG