ເກົາຫລີໃຕ້ທໍາການຊ້ອມຫລົບໄພການໂຈມຕີໃນມື້ນີ້. ສຽງ
ຫວໍໄດ້ດັງຂຶ້ນແລະການຈະລາຈອນໄດ້ຢຸດຊະງັກລົງໃນເຂດ
ໃຈກາງກຸງໂຊລຂະນະທີ່ເກົາຫຼີໃຕ້ທຳການຝຶກຊ້ອມກ່ຽວກັບ
ການປ້ອງກັນໄພທາງພົນລະເຮືອນ ຄັ້ງໃຫຍ່ທີ່ສຸດ. ປະຊາ
ຊົນໄດ້ພາກັນໃສ່ໜ້າກາກ ກັນແກັສພິດ ແລະເຮືອບິນລົບ
ໄດ້ທະຍານຂຶ້ນສູ່ທ້ອງຟ້າ ໃນການຊ້ອມຂຶ້ນບິນ ຮັບມືກັບ
ການໂຈມຕີທາງອາກາດ ຂອງເກົາຫຼີເໜືອ.
ການຝຶກຊ້ອມໃນວັນພຸດມື້ນີ້ ທີ່ພວກເຈົ້າໜ້າທີ່ໄດ້ສັ່ງໃຫ້
ປະຊາຊົນເຂົ້າໄປຢູ່ໃນບ່ອນຫຼົບໄພທາງອາກາດຫຼາຍພັນ
ແຫ່ງໃນທົ່ວປະເທດນັ້ນ ໄດ້ມີຂຶ້ນທ່າມກາງທີ່ຄວາມເຄັ່ງ
ຕຶງເພີ່ມທະວີຂຶ້ນ ລຸນຫຼັງທີ່ເກົາຫຼີເໜືອໄດ້ໂຈມຕີເກາະແຫ່ງນຶ່ງຂອງເກົາຫຼີໃຕ້ ໃນເດືອນແລ້ວ ແລະການຍິງກຳປັ່ນລົບຂອງເກົາຫຼີໃຕ້ຫຼົ້ມ ໃນເດືອນມີນາຜ່ານມາ.
ນາຍົກລັດຖະມົນຕີ Kim Hwang-sik ກ່າວໃນຄຳປາໄສທາງວິທະຍຸວ່າ ການຝຶກຊ້ອມທີ່
ວ່ານີ້ ແມ່ນແນໃສ່ ເພື່ອໃຫ້ປະຊາຊົນກະກຽມຕໍ່ສິ່ງທີ່ອາດເກີດຂຶ້ນ ໃນກໍລະນີທີ່ເກົາຫຼີເໜືອ
ທຳການໂຈມຕີອີກຄັ້ງນຶ່ງ. ລັດຖະບານເກົາຫຼີໃຕ້ໃຫ້ຄຳໝັ້ນສັນຍາວ່າ ຈະທຳການຕອບໂຕ້
ທາງທະຫານຢ່າງໜັກ ຕໍ່ການຮຸກຮານຄັ້ງໃໝ່ໃດໆກໍຕາມຂອງເກົາຫຼີເໜືອ.
ພວກນັກຂ່າວເວົ້າວ່າ ປະຊາຊົນສ່ວນໃຫຍ່ ໄດ້ປະຕິບັດຕາມຄຳສັ່ງ ກ່ຽວກັບການຝຶກຊ້ອມ
ໃນວັນພຸດມື້ນີ້ ທີ່ເລີ້ມຂຶ້ນໃນຕອນບ່າຍ 2 ໂມງ ຕາມເວລາທ້ອງຖິ່ນ ແລະໃຊ້ເວລາປະມານ
15 ຫາ 20 ນາທີ. ໃນລະຫວ່າງການຊ້ອມລົບດັ່ງກ່າວນີ້ ກຳປັ່ນ ລົດໄຟ ເຮືອບິນແລະລົດ
ຢູ່ຕາມຖະໜົນຫົນທາງໄດ້ຮັບອະນຸຍາດ ໃຫ້ແລ່ນໄດ້ຕາມປົກກະຕິ ໃນລະຫວ່າງທີ່ມີການຝຶກ
ຊ້ອມ ແຕ່ລົດໄຟທີ່ມີຄວາມໄວສູງຂອງເກົາຫຼີໃຕ້ ໄດ້ແລ່ນດ້ວຍຄວາມໄວທີ່ຫຼຸດລົງ.