ຄະນະເຈລະຈາ ຈາກເກົາຫຼີເໜືອ ແລະເກົາຫຼີໃຕ້ ພ້ອມກັບຜູ້ບັງຄັບບັນຊາຂອງ ອົງການສະຫະປະຊາຊາດທີ່ນຳພາໂດຍສະຫະລັດ ແມ່ນກຳລັງເຈລະຈາກັນເປັນ ຄັ້ງທຳອິດ ໃນວັນອັງຄານມື້ນີ້ ຢູ່ເຂດປອດທະຫານ ຊຶ່ງເປັນເຂດຊາຍແດນ ທີ່ມີການຕັ້ງຄ້າຍທະຫານຢ່າງໜາແໜ້ນ ທີ່ແບ່ງແຍກສອງປະເທດຄູ່ປໍລະປັກ ອອກ ຈາກກັນນັ້ນ.
ການເຈລະຈາດັ່ງກ່າວນີ້ ຈະມີຂຶ້ນໃນເຂດທີ່ເອີ້ນວ່າ ເຂດຮັກສາຄວາມປອດໄພຮ່ວມ ຫຼື Joint Security Area ທີ່ທັງ 3 ຝ່າຍ ໄດ້ຄວບຄຸມ ນັບຕັ້ງແຕ່ສົງຄາມເກົາຫຼີ ປີ 1953 ໄດ້ສິ້ນສຸດລົງດ້ວຍການເຊັນສັນຍາສະຫງົບເສິກ, ປ່ອຍໃຫ້ເກົາຫຼີເໜືອແລະເກົາຫຼີໃຕ້ ໃນທາງເຕັກນິກແລ້ວ ຍັງຢູ່ໃນສະພາບສົງຄາມລະຫວ່າງກັນ.
ໃນກອງປະຊຸມສຸດຍອດຄັ້ງທີ 3 ທີ່ພຽງຢາງ, ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ກັບ ປະທານາທິບໍດີມູນ ແຈ ອິນ ແຫ່ງເກົາຫຼີໃຕ້ ໄດ້ບັນລຸຂໍ້ຕົກລົງ ທີ່ຈະປົດອາວຸດຢູ່ໃນເຂດຮັກສາຄວາມປອດໄພຮ່ວມຫຼື JSA ຊຶ່ງຮວມທັງເກັບກູ້ລະເບີດຝັງດິນ ໃນບໍລິເວນນ້ອຍໆແຫ່ງນຶ່ງ ແລະຍົກຍ້າຍປ້ອມຍາມ ການສັງເກດ ການ ແລະອຸບປະກອນທາງທະຫານອື່ນໆ ອອກໄປ ພາຍໃນທ້າຍປີນີ້.
ເຂດ JSA ແມ່ນພຽງຂົງເຂດດຽວ ໃນເຂດປອດທະຫານ ບ່ອນທີ່ພວກທະຫານຂອງເກົາຫຼີເໜືອ ແລະເກົາຫຼີໃຕ້ ຢືນປະເຊີນໜ້າກັນໂດຍກົງ. ຂົງເຂດດັ່ງກ່າວ ໄດ້ໃຊ້ເປັນບ່ອນເຈລະຈາທາງການທູດ ມາໄດ້ດົນນານແລ້ວ. ເຂດ JSA ຍັງເປັນບ່ອນນອງເລືອດໃນເຫດການ ປີ 1976 ບ່ອນທີ່ທະຫານສະຫະລັດ 2 ຄົນ ໄດ້ຖືກສັງຫານ ໂດຍພວກທະຫານເກົາຫຼີເໜືອ ທີ່ມີຂວານເປັນອາວຸດ.
ໃນຂະນະທີ່ມີການເຈລະຈາລະດັບສູງໃນວັນຈັນວານນີ້ ທີ່ບ້ານສະຫງົບເສິກປັນມຸນຈອມ
ນັ້ນ ເກົາຫຼີທັງສອງໄດ້ຕົກລົງທີ່ຈະເລີ້ມໂຄງການຮ່ວມ ເພື່ອປັບປຸງແລະ ເຊື່ອມຕໍ່ທາງລົດ
ໄຟ ພ້ອມກັບຖະໜົນຫົນທາງຂອງພວກເຂົາເຈົ້າ ໃຫ້ທັນສະໄໝ ກ່ອນສິ້ນປີນີ້. ນອກນັ້ນ
ພວກເຂົາເຈົ້າ ຍັງໄດ້ຕົກລົງກັນທີ່ຈະໃຫ້ສະພາກາແດງ ເປີດເຈລະຈາກັນ ກ່ຽວກັບເລື້ອງ
ຄອບຄົວທີ່ໄດ້ພັດພາກຈາກກັນ ນັບຕັ້ງແຕ່ສົງຄາມເກົາຫຼີເປັນຕົ້ນມາ ຢູ່ສະຖານຕາກອາ
ກາດ ພູກຳກາງ ໃນເດືອນພະຈິກທີ່ຈະມາເຖິງນີ້.