ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີເໜືອສະເໜີ ເປີດການເຈລະຈາ ກັບເກົາຫຼີໃຕ້ ແລະສະຫະລັດ


ອະດີດປະທານາທິບໍດີສະຫະລັດ ທ່ານ Jimmy Carter (ຊ້າຍ) ແລະລັດຖະມົນຕີທ້ອນໂຮມຊາດເກົາຫຼີໃຕ້ ທ່ານ Hyun In-taek ຈັບມື ກ່ອນປະຊຸມກັນ (28 ເມສາ 2011)
ອະດີດປະທານາທິບໍດີສະຫະລັດ ທ່ານ Jimmy Carter (ຊ້າຍ) ແລະລັດຖະມົນຕີທ້ອນໂຮມຊາດເກົາຫຼີໃຕ້ ທ່ານ Hyun In-taek ຈັບມື ກ່ອນປະຊຸມກັນ (28 ເມສາ 2011)

ອະດີດປະທານາທິບໍດີສະຫະລັດທ່ານ Jimmy Carter
ກ່າວວ່າ ເກົາຫຼີເໜືອສະເໜີເປີດການເຈລະຈາ ແບບບໍ່ມີ
ເງື່ອນໄຂກ່ຽວກັບໂຄງການສ້າງອາວຸດນິວເຄລຍຂອງຕົນ
ກັບເກົາຫຼີໃຕ້ແລະສະຫະລັດ.

ນອກນັ້ນແລ້ວ ທ່ານ Carter ຍັງກ່າວທີ່ກຸງໂຊລ ໃນວັນ
ພະຫັດມື້ນີ້ວ່າ ເກົາຫຼີເໜືອໄດ້ກະກຽມ ທີ່ຈະກ່າວສະແດງ
ຄວາມເສົ້າເສຍໃຈເປັນທີ່ສຸດ ກ່ຽວ​ກັບການໂຈມຕີທາງທະ
ຫານ 2 ຄັ້ງ ທີ່ເຮັດໃຫ້ຊາວເກົາຫຼີໃຕ້ 50 ຄົນເສຍຊີວິດ
ໃນປີກາຍແຕ່ທ່ານບໍ່ເຊື່ອວ່າເກົາຫຼີເໜືອຈະຍອມຮັບຄວາມ
ຜິດໃນການໂຈມຕີທັງ 2 ຄັ້ງນັ້ນ.

ອະດີດປະທານາທິບໍດີ Carter ກ່າວຕໍ່ພວກນັກຂ່າວວ່າ
ການສະເໜີດັ່ງກ່າວແມ່ນຢູ່ສານສະບັບນຶ່ງທີ່ສົ່ງໂດຍກົງ
ຈາກທ່ານກິມ-ຈົງ-ອິລ ຜູ້ນຳຂອງເກົາຫຼີເໜືອໄປໃຫ້ທ່ານ
ແລະພວກຜູ້ນຳຂອງໂລກທີ່ກະສຽນ​ແລ້ວ ໃນລະຫວ່າງ
ການຢ້ຽມຢາມກຸງພຽງຢາງເປັນເວລາ 3 ມື້. ກຸ່ມຂອງ
ທ່ານ Carter ຍັງໄດ້ນຳສະເໜີສານດັ່ງກ່າວຕໍ່​ຝ່າຍ​ເກົາຫລີ​ໃຕ້ ໃນຕອນເຊົ້າວັນພະຫັດມື້ນີ້ ໃນລະຫວ່າງການພົບປະກັບລັດຖະມົນຕີທ້ອນໂຮມຊາດຂອງເກົາຫຼີໃຕ້ທ່ານ Hyun In-taek.

ທ່ານ Carter ເວົ້າວ່າ ຄະນະຂອງທ່ານ ບໍ່ໄດ້ພົບປະກັບຜູ້ນຳຂອງເກົາຫຼີເໜືອ ແຕ່ໄດ້ຮັບ
ສານຂອງທ່ານຈາກພວກເຈົ້າໜ້າທີ່ຂັ້ນສູງ. ທ່ານເວົ້າວ່າ ທ່ານ Kim ໄດ້ສະເໜີເປີດການພົບ
ປະສຸດ ຍອດກັບປະທານາທິບໍດີເກົາຫຼີໃຕ້ ແລະທ່ານໄດ້ກະກຽມທີ່ຈະເປີດການເຈລະຈາກັບ
ເກົາຫຼີໃຕ້ແລະສະຫະລັດກ່ຽວກັບເລື່ອງຕ່າງໆໄດ້ໃນທຸກໆເວລາໂດຍປາດສະຈາກການວາງ
ເງື່ອນໄຂລ່ວງໜ້າ.

ແຕ່ແນວໃດກໍຕາມ ທ່ານ Carter ກ່າວໃນການຂຽນຂ່າວ ລົງອິນເຕີແນັດ ໃນວັນພຸດວານນີ້
ຈາກກຸງພຽງຢາງວ່າເກົາຫຼີເໜືອໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າຕົນຈະບໍ່ຍອມຍົກເລີກໂຄງ ການສ້າງອາວຸດນິວເຄລຍຂອງຕົນເດັດຂາດ ໂດຍປາດສະຈາກການຄໍ້າປະກັນທາງດ້ານຄວາມ
ປອດໄພ ໃນຮູບໃດຮູບນຶ່ງຈາກວໍຊິງຕັນ.

ການດຳເນີນຄວາມພະຍາຍາມກ່ອນໜ້ານີ້ ເພື່ອໃຫ້ມີການເປີດການເຈລະຈາຫາລື ລະຫວ່າງ
ເກົາຫຼີເໜືອແລະເກົາຫຼີໃຕ້ ໄດ້ປະສົບກັບຄວາມລົ້ມແຫຼວ ຍ້ອນເກົາຫຼີໃຕ້ຢືນຢັດວ່າ ກ່ອນອື່ນ
ເກົາຫຼີເໜືອຕ້ອງຍອມຮັບຜິດ ໃນການຍິງກຳປັ່ນລົບ Cheonan ຂອງເກົາຫຼີໃຕ້ຫຼົ້ມ ເມື່ອນຶ່ງ
ປີກ່ອນ ແລະການຍິງປືນໃຫຍ່ໂຈມຕີເກາະ Yeonpyeong ໃນເດືອນພະຈິກຜ່ານມາ.

XS
SM
MD
LG