ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອກ່າວຫາເກົາຫຼີໃຕ້ ຈັບຊາວປະມົງ ເປັນໂຕປະກັນ


ແຜນທີ່ທະເລທາງກໍ້າຕາເວັນຕົກ ຂອງແຫຼມເກົາຫຼີ
ແຜນທີ່ທະເລທາງກໍ້າຕາເວັນຕົກ ຂອງແຫຼມເກົາຫຼີ

ເກົາຫຼີເໜືອໄດ້ກ່າວຫາເກົາຫຼີໃຕ້ວ່າ ຈັບຊາວເກົາຫຼີເໜືອ 31 ຄົນ ໄວ້ເປັນໂຕປະກັນຫຼັງ
ຈາກເຮືອປະມົງຂອງພວກເຂົາເຈົ້າ ເຂົ້າໄປຈອດທີ່ເກາະໆນຶ່ງຂອງເກົາຫຼີໃຕ້ໃນເດືອນແລ້ວ.

ເຈົ້າໜ້າທີ່ເກົາຫຼີໃຕ້ ກ່າວໃນວັນພະຫັດມື້ວານນີ້ວ່າ ມີຊາວເກົາຫຼີເໜືອ 4 ຄົນຕ້ອງການ
ຢາກຈະໂຕນໄປຍັງເກົາຫຼີໃຕ້ແລະອີກ 27 ຄົນຈະຖືກສົ່ງກັບຄືນ.

ສະພາກາແດງຂອງເກົາຫຼີເໜືອທວງໃຫ້ເກົາຫຼີໃຕ້ສົ່ງຄືນທັງໝົດ 31 ຄົນໂດຍເວົ້າວ່າບໍ່ມີ
ຄົນໃດຕ້ອງການຢູ່ທີ່ເກົາຫຼີໃຕ້ ແລະກ່າວຫາເກົາຫຼີໃຕ້ວ່າກົດດັນໃຫ້ຊາວເກົາຫຼີເໜືອຢູ່ທີ່
ນັ້ນດ້ວຍການຫຼອກລວງແລະການຂົ່ມຂູ່. ເກົາຫຼີເໜືອເອີ້ນ ເຫດການດັ່ງກ່າວນີ້ວ່າ ເປັນ
ການທ້າທາຍເກາະຜິດ.

ເຈົ້າໜ້າທີ່ເກົາຫຼີໃຕ້ ກ່າວວ່າ ຊາວປະມົງເກົາຫຼີເໜືອ 31 ຄົນ ໄດ້ຂຶ້ນຝັ່ງທີ່ເກາະ Yeon-
pyeong ຂອງເກົາຫຼີໃຕ້ ທີ່ຕັ້ງຢູ່ໃນເຂດທະເລເຫຼືອງ ໃນວັນທີ 6 ກຸມພາຜ່ານມາ. ພວກ
ເຂົາເຈົ້າເວົ້າວ່າມີທ່າທາງວ່າຄົງຈະເປັນກະແສນໍ້າໄດ້ສົ່ງເຮືອເຂົາເຈົ້າເຂົ້າໄປໃນເຂດນ່ານນໍ້າ ຂອງເກົາຫຼີໃຕ້ດ້ວຍຄວາມບັງເອີນ.

ພວກເຈົ້າໜ້າທີ່ກ່າວຕື່ມວ່າ ໃນຂັ້ນຕົ້ນຊາວເກົາຫຼີເໜືອບໍ່ໄດ້ເວົ້າຫຍັງເລີຍກ່ຽວກັບການ
ໂຕນໜີ.

XS
SM
MD
LG