ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ເກົາຫລີໃຕ້ວ່າ ເກົາຫລີເໜືອອາໄສຈີນ ຫລາຍຂຶ້ນ


ທ້າວ Kim Jong Un ລູກຊາຍ ທ່ານ Kim Jong Il ຜູ້ນໍາເກົາຫລີເໜືອ
ທ້າວ Kim Jong Un ລູກຊາຍ ທ່ານ Kim Jong Il ຜູ້ນໍາເກົາຫລີເໜືອ

ຂໍ້​ມູນ​ໂຕ​ເລກ​ການ​ຄ້າ​ສະບັບ​ໃໝ່​ທີ່​ເກົາຫລີ​ໃຕ້​ເປີດ​ເຜີຍ​ໃຫ້​ຮູ້​
ສະ​ແດງ​ໃຫ້​ເຫັນ​ວ່າ ​ເກົາຫລີ​ເໜືອ​ກໍາລັງ​ກາຍ​ເປັນປະເທດທີ່​
ອາ​ໄສ​ຈີນ​ຫຼາຍ​ຂຶ້ນ​ນັບ​ມື້​ສໍາລັບຄວາມ​ຕ້ອງການ​ດ້ານ​ເສດຖະ
ກິດ​ຂອງ​ຕົນ.

ສະມາຄົມ​ການ​ຄ້າ​ລະຫວ່າງປະເທດຂອງ​ເກົາຫລີ​ກ່າວ​ໃນ​ວັນ
ພຸດ​ມື້​ນີ້​ວ່າ ການ​ຄ້າ​ລະຫວ່າງ​ເກົາຫລີ​ເໜືອ​ແລະ​ຈີນ​ເພີ່ມ​ຂຶ້ນ
32 ​ເປີ​ເຊັນ​ໃນ​ປີ​ແລ້ວ​ນີ້ ​ເປັນ​ຈຳນວນກວ່າ ​3 ພັນ 460
ລ້ານໂດ​ລາ ຊຶ່ງ​ເປັນເກືອບ 2 ​ເທົ່າ​ຂອງມູນ​ຄ່າ​ການ​ຄ້າ 1
ພັນ 910 ລ້ານໂດ​ລາ​ລະຫວ່າງ​ເກົາຫລີ​ເໜືອ​ແລະ​ເກົາຫລີ​
ໃຕ້ ທີ່ໄດ້​ເພີ່ມ​ຂຶ້ນ14 ​ເປີ​ເຊັນ​ຈາກ​ປີ 2009.

ຈີນ​ໄດ້​ເປັນ​ພັນທະ​ມິດ​ທີ່​ສໍາຄັນ​ທີ່​ສຸດ​ຂອງ​ເກົາຫລີ​ເໜືອຢູ່
ຕະຫລອດ​ມາ ​ແລະ​ເປັນ​ຜູ້​ຈັດຫາ​ສິນຄ້າ​ທີ່​ຈໍາເປັນຕ່າງໆ
ໃຫເກົາຫລີເໜືອ. ​ແຕ່​ການ​ຄ້າ​ລະຫວ່າງ​ສອງ​ເກົາຫລີໄດ້
ເພີ່ມ​ຂຶ້ນ ​ໃນ​ລະຫວ່າງທີ່ມີການປັບປຸງ​ຄວາມ​ສໍາພັນ​ລະ
ຫວ່າງ​ສອງ​ປະ​ເທດ​ໃຫ້ດີ​ຂຶ້ນ​ພາຍໃຕ້​ການ​ປົກຄອງ​ຂອງ​ອະດີດ​ປະທານາທິບໍດີ​ໂໜໜູ​ຮຽນ​ແຫ່ງ
ເກົາຫລີ​ໃຕ້ ແລະມີມູນ​ຄ່າ​ເກືອບ​ເທົ່າໆ​ກັນ​ກັບ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ເກົາຫລີ​ເໜືອແລະຈີນ​ ໃນ​ປີ 2007 ນັ້ນ.

ສັດສ່ວນ​ການຄ້າໄດ້ຫຼຸດລົງຢ່າງ​ຕໍ່ເນື່ອງນັບ​ແຕ່​ປະທານາທິບໍດີ Lee Myung-bak ຂຶ້ນ​ຄອງ​ອໍານາດ​ ໂດຍ​ຢືນຢັດ​ໃນການ​ເອົາ​ມາດ​ຕະການ​ເຂັ້ມ​ງວດ​ເພີ່ມຂຶ້ນ​ກັບ​ເກົາຫລີ​ເໜືອ​ນັ້ນ. ການ​ເຕີບ​ໂຕຂຶ້ນ​ຂອງການ​ຄ້າ​ລະຫວ່າງສອງ​ເກົາຫລີ​ໃນ​ປີ​ແລ້ວ​ນີ້ ​ ສ່ວນ​ໃຫຍ່​ແລ້ວແມ່ນ​ມີຜົນມາ​ຈາກການ​ຜະລິດ​ສິນຄ້າ​ເພີ່ມ​ຂຶ້ນຢູ່​ທີ່​ເຂດອຸດສາຫະກໍາ​ຮ່ວມ​ທີ່​ເມືອງ Kae-song ​ໃນ​ເກົາຫລີ​ເໜືອ​ນັ້ນ.

XS
SM
MD
LG