ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານເກົາຫຼີເໜືອ ໃສ່ເຄື່ອງແບບເກົາຫຼີໃຕ້ ຝຶກແອບ


ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak ໄປຢ້ຽມຢາມພວກທະຫານ (27 ທັນວາ 2010)
ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak ໄປຢ້ຽມຢາມພວກທະຫານ (27 ທັນວາ 2010)

ກອງທັບຂອງເກົາຫຼີໃຕ້ກ່າວວ່າ ໄດ້ມີການສັງເກດເຫັນທະ
ຫານເກົາຫຼີເໜືອຢູ່ໃກ້ໆບໍລິເວນຊາຍແດນ ທີ່ມີຄວາມເຄັ່ງ
ຕຶງຂອງປະເທດທັງສອງ ໃສ່ເຄື່ອງແບບພາງຕາແບບດຽວ
ກັນກັບທີ່ທະຫານເກົາຫຼີໃຕ້ນຸ່ງ.

ເຈົ້າໜ້າທີ່ຄົນນຶ່ງຂອງກະຊວງປ້ອງກັນປະເທດເກົາຫຼີໃຕ້
ກ່າວຕໍ່ພວກນັກຂ່າວໃນວັນອັງຄານມື້ນີ້ວ່າ ກຸງໂຊລເຊື່ອ
ວ່າທະຫານເກົາຫຼີເໜືອພວມທຳການຝຶກແອບເພື່ອແຊກ
ຊຶມເລິກເຂົ້າໄປໃນເກົາຫຼີໃຕ້ ສຳລັບທຳການໂຈມຕີແບບ
ລັບໆ ໃນກໍລະນີທີ່ເກີດສົງຄາມຂຶ້ນມາ.

ເຈົ້າໜ້າທີ່ເກົາຫຼີໃຕ້ຄົນນີ້ ແຈ້ງໃຫ້ພວກນັກຂ່າວຊາບ
ດ້ວຍການຂໍສະຫງວນຊື່. ລາວເວົ້າວ່າ ການຄົ້ນພົບ
ທີ່ວ່ານີ້ ອາດພາໃຫ້ເກົາຫຼີໃຕ້ຕ້ອງໄດ້ເລັ່ງລັດ ໝາຍ
ກຳນົດການໃນການຈັດສົ່ງເຄື່ອງແບບທີ່ນຳໃຊ້ເຄື່ອງ ພາງຕາແບບ Digital ໄປໃຫ້ທະຫານຂອງຕົນ.

ຄວາມເຄັ່ງຕຶງລະຫວ່າງສອງເກົາຫຼີ ໄດ້ເພີ່ມທະວີຂຶ້ນສູ່ລະດັບສູງສຸດ ໃນຮອບຫຼາຍໆປີນັບ
ແຕ່ເກົາຫຼີເໜືອໄດ້ຍິງໂຈມຕີເກາະໆນຶ່ງຂອງເກົາຫຼີໃຕ້ໃນວັນທີ 23 ພະຈິກຜ່ານມາ.

XS
SM
MD
LG