ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະ​ດີດ​ ນາຍ​ພົນ​ກອງ​ແລ ​​ເຖິງ​ແກ່ ​ມໍ​ລະ​ນະ​ກຳ​ ທີ່ປະເທດ ຝຣັ່ງ


ມື້ລາງນາຍພົນກອງແລ
ມື້ລາງນາຍພົນກອງແລ
ອະ​ດີດ​ນາຍ​ພົນ​ກອງ​ແລ ໄດ້ເຖິງ​ແກ່​ມໍ​ລະ​ນະ​ກຳ​ແລ້ວ ຫຼັງຈາກ
ລົ້ມປ່ວຍມາໄດ້​ໄລຍະນຶ່ງ ທີ່​ປະ​ເທດ​ຝ​ຣັ່ງ ຮວມ​ອາ​ຍຸ​ໄດ້ 79 ປີ​
ປາຍ.

​ທ່ານກອງ​ແລ ໄດ້​ເຂົ້າ​ເປັນ​ທະ​ຫານ ຂະ​ນະ​ທີ່​ທ່ານ ​ມີ​ອາ​ຍຸ 17 ປີ
ແລະ​ໄດ້​ສຳ​ເລັດ​ການ​ຝຶກ ອົບ​ຮົມ​ໃນ​ດ້ານ​ໂດດ​ຈ້ອງ ​ໃນ​ປີ 1953.

ໃນ​ປີ 1959 ທ່ານ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ບັນ​ຊາ ການກອງ​ທັບ​
ຣາບ​ອາ​ກາດທີ 2 ຊຶ່ງ​ມີ​ບົດ​ບາດ​ສຳ​ຄັນໃນ​ການ​ກໍ່​ລັດ​ຖະ​ປະ​ຫານ
ເມື່ອ​ວັນ​ທີ 9 ສິງ​ຫາ ປີ 1960 ທີ່​ໄດ້​ໂຄ່ນລົ້ມ​ລັດ​ຖະບານ​ພາຍ​ໃຕ້​
ການ​ນຳ​ພາຂອງນາຍົກລັດຖະມົນຕີ​ເຈົ້າ​ສົມ​ສະ​ໜິດ ຊຶ່ງມີນາຍ
​ພົນ​ພູມີ ໜໍ່​ສະຫວັນ ​ເປັນ​ຮອງ​ນາຍົກລັດຖະມົນຕີ.

ທ່ານ​ໄດ້​ຖືກ​ແຕ່ງ​ຕັ້ງ​ເປັນ​ຜູ້​ບັນ​ຊາ​ການກອງ​ທັບ ໃນ​ວັນ​ທີ 27 ພະ​ຈິກ ປີ 1962 ໂດຍ​ລັດ​ຖະ
​ບານ​ສະ​ເດັດ​ເຈົ້າ​ສຸ​ວັນ​ນະ​ພູ​ມາແລະ​ຖືກປົດຈາກຕຳແໜ່ງດັ່ງກ່າວເມື່ອວັນທີ 15 ເດືອນ​ພະ​
ຈິກ ປີ 1966 ແລະຫລັງຈາກນັ້ນ ​ກໍ​ໄດ້​ຫລົບ​ໜີ​ອອກ​ຈາກ​ປະ​ເທດ​ລາວ.

ໃນ​ທ້າຍ​ຊຸມ​ປີ 1970 ຊຸມ​ປີ 1980 ມາຈົນ​ຮອດ​ຕົ້ນ​ຊຸມ​ປີ 1990 ​ທ່ານໄດ້​ນຳ​ພາ​ພັກ​ການ​ເມືອງ
ແລະ​ກຳ​ລັງ​ເປັນ​ກາງ ທຳການເຄື່ອນໄຫວ ຊຶ່ງ​ໃນ​ຂັ້ນ​ຕົ້ນ​ ກໍໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນຈາກ​
ຈີນ. ອະດີດນາຍພົນ​ກອງ​ແລ ​ເຄີຍ​ເຂົ້າ​ມາ​ພັກ​ພາ​ອາ​ໄສຢູ່​ໃນ​ສະ​ຫະ​ລັດໄລຍະນຶ່ງ ແຕ່ກໍໄດ້
ກັບ​ຄືນ​ໄປ​ລີ້​ໄພ​ຢູ່​ ທີ່​ປະ​ເທດ​ຝ​ຣັ່ງ​ອີກ ຫລັງ​ຈາກນັ້ນ.

ທ່ານ​ເສຍ​ຊີ​ວິດ​ໄປ ໃນ​ເວ​ລາ 4 ໂມງ​ເຊົ້າ ຂອງມື້ວັນ​ສຸກ​ທີ 17 ມັງ​ກອນຜ່ານ​ມານີ້ຢູ່​ໂຮງ​ໝໍ
L’hopital Prive Genatique les Magnolias ທີ່ນະ​ຄອນ​ຫຼວງ​ປາ​ຣີ ແລະພິ​ທີ​ຊາ​ປະ​ນະ​
ກິດ​ສົບ​ຂອງ​ທ່ານ ຈະ​ຈັດ​ຂຶ້ນ​ທີ່​ວັດ​ລາວ ເມືອງ Valenton ປະ​ເທດ​ຝ​ຣັ່ງ ໃນ​ວັນ​ທີ 28 ມັງ​
ກອນ ​ວັນ​ອັງຄານ ​ອາທິດ​ໜ້ານີ້.
XS
SM
MD
LG