ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

18 ຄົນ ເສຍຊີວິດ ໃນເຫດໄຟໄໝ້ ຢູ່ອິນເດຍ


Members of the House of Representatives begin to head for the door on Capitol Hill in Washington as Congress leaves for a five-week summer recess.
Members of the House of Representatives begin to head for the door on Capitol Hill in Washington as Congress leaves for a five-week summer recess.
ໄຟ​ໄດ້​ໄໝ້​ເຜົາ​ຜານ ຕະຫລາດ​ປລາສຕິກ ທີ່​ຜິດກົດໝາຍ​ແຫ່ງ​
ນຶ່ງໃນ​ເມືອງ Kolkata ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 18 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ດັບ​ເພີງກ່າວ​ວ່າ ​ໄຟ​ໄດ້​ເລີ້ມໄໝ້​ໃນ​ຕອນ​ເຊົ້າມືດ
ແລະ​ ​ເຮັດ​ໃຫ້​ພວກ​ທີ່ນອນ​ຢູ່​ທາງໃນອອກ​ມາ​ບໍ່​ໄດ້. ຕຶກ​ດັ່ງກ່າວ​ມີ
​ປະຕູເຂົ້າ ທາງ​ດຽວ ທີ່​ເຮັດ​ໃຫ້ການ​ກູ້​ໄພ ​ປະສົບ​ກັບ​ຄວາ​ມຍາກ​
ລໍາບາກ. ນອກ ນັ້ນ​ແລ້ວ ​ຄວັນ​ໄຟທີ່ໜາຕຶບຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ
ຍັງ​ເປັນ​ອຸບປະສັກ ຂັດຂວາງ​ຕໍ່​ການ​ກູ້​ໄພ​ນຳ​ອີກ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວວ່າ ​ໄຟ​ໄດ້​ຖືກ​ຄວບ​ຄຸມ​ໄວ້​ໄດ້​ ໃນ​ຕອນເຊົ້າມື້ນີ້ ​ເຖິງ​ແມ່ນ​ວ່າ​ສາ​ເຫດທີ່​ພາ​ໃຫ້​ເກີດ​ໄຟ​ໄໝ້​ຍັງ​ບໍ່​ທັນ​ຮູ້ຈັກ​ເທື່ອ​ໃນ​ເວລາ​ນີ້
XS
SM
MD
LG