ສະພາກາແດງຂອງເກົາຫຼີໃຕ້ໄດ້ສະເໜີທີ່ຈະໃຫ້ການ
ຊ່ອຍເຫຼືອສຸກເສີນແກ່ເກົາ ຫຼີເໜືອ ເພື່ອຊ່ອຍໃຫ້ປະເທດ
ດັ່ງກ່າວຟື້ນໂຕຄືນຈາກໄພນໍ້າຖ້ວມເມື່ອໄວໆມານີ້.
ອົງການຂ່າວຢອນຮັບລາຍງານວ່າ ຕົນໄດ້ຮັບຂ່າວຈາກ
ເຈົ້າໜ້າທີ່ໆຂໍສະຫງວນ ຊື່ທ່ານນຶ່ງ ໃນກະຊວງທ້ອນໂຮມ
ຊາດຂອງເກົາຫຼີໃຕ້ວ່າ ການສະເໜີໃຫ້ຄວາມຊ່ອຍເຫຼືອ
ດັ່ງກ່າວນີ້ ໄດ້ມີຂຶ້ນໃນສານສະບັບນຶ່ງ ທີ່ສົ່ງໄປຍັງຫ້ອງ
ການຕິດຕໍ່ປະສານງານລະຫວ່າງສອງເກົາຫຼີ ທີ່ຕັ້ງຢູ່ເມືອງ Kaesong ໃນເຂດຊາຍແດນ.
ທາງຝ່າຍສະພາກາແດງຂອງເກົາຫຼີໃຕ້ ກໍໄດ້ກ່າວຕໍ່ວີໂອເອວ່າ ຕົນພ້ອມແລ້ວທີ່ຈະໃຫ້ ການຊ່ອຍເຫຼືອສຸກເສີນແກ່ເກົາຫຼີເໜືອ.
ຝົນຕົກໜັກໄດ້ພາໃຫ້ເກີດນໍ້າຖ້ວມຮ້າຍແຮງ ຢູ່ຕາມບໍລິເວນຊາຍແດນເກົາຫລີເໜືອຕິດ
ກັບຈີນ. ອົງການຂ່າວສູນກາງຂອງເກົາຫລີເໜືອລາຍງານວ່າ ໄດ້ເກີດຄວາມເສຍຫາຍ
ຮ້າຍແຮງໃນສັບປະດາແລ້ວທີ່ເມືອງ Sinuiju ຊຶ່ງຕັ້ງຢູ່ອີກຟາກນຶ່ງຂອງແມ່ນໍ້າ Amnok
ກົງກັນຂ້າມກັບເມືອງ Dandong ໃນພາກຕາເວັນ ອອກສຽງເໜືອຂອງຈີນ.
ອົງການຂ່າວຂອງທາງການແຈ້ງວ່າມີການຍົກຍ້າຍປະຊາຊົນຫຼາຍກວ່າ 5,000 ຄົນ
ອອກໄປຈາກເຂດນັ້ນ.